• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday187
mod_vvisit_counterYesterday499
mod_vvisit_counterThis week1590
mod_vvisit_counterThis month3711
mod_vvisit_counterAll69586

ຄົນທີ່ກຳລັງເຂົ້າສູ່ລະບົບ

We have 265 guests online

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ເສີມຂະຫຽາຍການຮ່ວມມື ລະຫ່ວາງ ກະຊວງກະສິກໍາ ແລະ ປ່າໄມ້ ສປປລ - ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ສ ຮົງກາລ
          ໃນວັນທີ 1 - 4 ພະຈິກ 2009 , ທ່ານ ສີຕາເຮັ່ງ ຣາຊະພົນ ລັດຖະມົນຕີ
ວ່າການກະວງກະສິກໍາ ແລະ ປ່າໄມ້ ໃຫ້ກຽດຕ້ອນຮັບ ທ່ານ ດຣ ມິກລົດ ຊຸດ
ລັດຖະມົນຕິຊ່ວຍວ່າການ ກະຊວງກະສິກໍາ  ແລະ ພັດທະນາຊົນນະບົດພ້ອມ
ດ້ວຍຄະນະທີ່ໄດ້ ມາຢ້ຽມຢາມ ສປປລາວ.ໃນໂອກາດມາຢ້ຽມຢາມ ແລະ ເຮັດ
ວຽກ ຮ່ວມກັບຂະແໜງການຄັ້ງນີ້ ທ່ານ ລັດຖະມົນຕີວ່າການກະຊວງກະສິກໍາ
ແລະ  ປ່າໄມ້ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະ
ບານ ຮົງກາລີ. ໂດຍສະເພາະ ໃນວຽກງານການລ້ຽງສັດ   ແລະ ການປະມົງ
ສີ່ງດັ່ງກ່າວ  ເປັນການຢັ້ງຢືນໃຫ້ເຫັນການຮ່ວມມື ໃນຂະແໜງກະສິກໍາ ລະ
 

ຫ່ວາງສອງປະເທດລາວ - ຮົງກາລີ ຈະໄດ້ຮັບການປັບປຸງ ແລະດີຂຶ້ນເທື່ອລະກ້າວ.ຫຼັງຈາກເຂົ້າຢ້ຽມຂໍ່ານັບທ່ານລັດຖະມົນຕີ
ວ່າການກະຊວງກະສິກໍາ  ແລະ  ປ່າໄມ້ ແລ້ວ  ກໍໄດ້ ມີການພົບປະປຶກສາຫາລືກັບຂັ້ນນໍາກະຊວງກະສິກໍາ  ແລະ  ປ່າໄມ້ເຊຶ່ງ
ນໍາໂດຍ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ຊ່ວຍວ່າການ  ພ້ອມດ້ວຍບັນດາກົມອ້ອມຂ້າງ ກະຊວງກະສິກໍາ  ແລະ  ປ່າໄມ້.
ຊຶ່ງທັງສອງຝ່າຍໄດ້ມີການປຶກສາຫາລື ເພື່ອແນ່ໃສ່ພັດທະນາ ໃນຂະແໜງການລ້ຽງສັດແລະ ການປະມົງ ທ່ີ ສອງລັດຖະບານ
ໄດ້ຕົກລົງຮ່ວມມືກັນໃນປີ 2008. ປະຈຸບັນ ສປປລາວໄດ້ດໍາເນີນການສ້າງຮ່າງສັນຍາກູ້ຢືມເງີນຈາກລັດຖະບານສ ຮົງກາລີ
ໃນມູນຄ່າ 8,6 ລ້ານໂດລາ ໂດຍຈະເລັ່ງສ້າງໂຮງງານອາຫານສັດໂຮງງານຂ້າສັດທັນສະໄໝ,ສະຖານີແນວພັນສັດ ແລະ ປາ
ຈໍານວນ 5ແຫ່ງຊື່ງຈະ ຈັດຕັ້ງ ປະຕິບັດໃນ  3  ໂຄງການຢູ່ສູນລ້ຽງສັດນໍ້າຊວງ , ສະຖານີລ້ຽງສັດ  ແລະ  ປາໜອງແຕງນະ
ຄອນຫຼວງວຽງຈັນແລະ ສຸນ, ສະຖານີລ້ຽງສັດ  ແລະ  ປາ ນາຫຼວງແຂວງ ຫຼວງພະບາງ.ສໍາລັບການຮ່ວມມືໃນຕໍ່ໜ້າ ຈະສືບ
ຕໍ່ສູບໃສ່ປະຕິບັດວຽກງານຂອງໂຄງການທີ່ຄົງຄ້າງເພື່ອຮັບປະກັນການຜະລິດສະບຽງອາຫານ ສົ່ງອອກໃຫ້ປອດໄພ. ໂດຍ
ສະເພາະແມ່ນການປັບປຸງ ວິໄຈອາຫານສັດ,  ສັດຕະວະແພດ,ປັບປຸງພື້ນຖານການຜະລິດຂອງສູນຜະລິດຢາວັກຊີນ, ກໍ່ສ້າງ
ຫ້ອງວິໄຈ ແລະສ້າງບຸກຄະລະກອນຂອງລາວໃຫ້ມີຄວາມຮູ້ຄວາມສາມາດໃນຂະແໜງການ ລ້ຽງສັດ ແລະ ການປະມົງ.

               ຂໍ້ມູນຈາກຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ພະແນກໂຄສະນາຂ່າວສານ ລົງວັນທີ  6 ພະຈິກ 2009        

           

 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.