ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ເຄືອນໄຫວຂອງສາມອົງການຈັດຕັ້ງມະຫາຊົນ
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 186 |
![]() | Yesterday | 499 |
![]() | This week | 1589 |
![]() | This month | 3710 |
![]() | All | 69585 |
ຄົນທີ່ກຳລັງເຂົ້າສູ່ລະບົບ
We have 265 guests onlineLAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
| ເຊກອງປະສົບໄພນ້ຳຖ້ວມໜັກ ເນື່ອງຈາກຜົນສະທ້ອນຂອງພະຍຸເກດສະໜາ |
|
ປະຊາຊົນບັນດາເຜົ່າຫຼາຍບ້ານທີ່ຕັ້ງບ້ານເຮືອນລຽບຕາມລຳນ້ຳເຊກອງ ແຕ່ບ້ານປາກປູນ-ດອນຈັນ ເມືອງລະມານ ແຂວງເຊກອງ ພວມປະສົບຄວາມເດືອດຮ້ອນຢ່າງໜັກໜ່ວງຫຼັງນ້ຳເຊກອງໄດ້ຍຶ່ງສູງຂຶ້ນຢ່າງກະທັນຫັນ ກາຍເຂດອັນຕະ ລາຍຈາກຝົນຕົກຢ່າງບໍ່ຂາດ ໄລຍະຈາກຜົນສະທ້ອນຂອງພະຍຸເກດສະໜາຫົວທີ 16 ພັດຜ່ານມາ, ຂະນະທີ່ເສັ້ນທາງເລກ
ທີ 16 ຖືກຕັດຂາດ. ໃນສ່ວນຂອງຄະນະພັກ, ອຳນາດການປົກຄອງແຂວງດັ່ງກ່າວ ໄດ້ເປີດປະຊຸມດ່ວນ ໂດຍຕົກລົງສົ່ງກຳ ລັງເຈົ້າໜ້າທີ່ທະຫານ, ຕຳຫຼວດ ແລະ ພະນັກງານສຳນັກງານກົມກອງຕ່າງໆ ເຂົ້າໄປຊ່ວຍເຫຼືອຜູ້ປະສົບໄພຕັ້ງແຕ່ເຊົ້າຂອງ ວັນທີ 30 ກັນຍາ 2009 ຫຼັງຈາກພະຍຸໄຕ້ຝຸ່ນເກດສະໜາ ພັດຜ່ານໃນມື້ດຽວກັນນັ້ນ. ທ່ານ ສີດາ ສຸວັນນະສາຍ ຫົວໜ້າຫ້ອງວ່າການແຂວງເຊກອງ ກ່າວວ່າ: ເຫດການນ້ຳຖ້ວມນີ້ນັບວ່າຮ້າຍແຮງທີ່ສຸດ ໃນຮອບເກືອບ 20 ປີ ເຊິ່ງກ່ອນໜ້ານັ້ນໄດ້ເກີດນ້ຳປ່າໄຫຼຊຸແຮງ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນເມືອງດາກຈຶງແຂວງ ຂອງຕົນມາແລ້ວເທື່ອໜຶ່ງແຕ່ກໍບໍ່ຮ້າຍແຮງຄືເທື່ອນີ້ ເຊິ່ງນ້ຳເຊກອງໄດ້ຍຶ່ງສູງຂຶ້ນກະທັນຫັນແຕ່ເວລາ 3 - 4 ໂມງເຊົ້າຂອງວັນ ທີ 30 ກັນຍາ ເຖິງ 28 ແມັດ ເຊິ່ງກາຍເຂດອັນຕະລາຍກວ່າ 10 ແມັດ ແລະ ສົ່ງຜົນໃຫ້ນ້ຳຖ້ວມເຮືອນຊານຂອງປະຊາຊົນທີ່ ຢູ່ລຽບຕາມລຳນ້ຳເຊກອງຫຼາຍກວ່າ 10 ບ້ານ ໂດຍປະຊາຊົນທີ່ໜີບໍ່ທັນ ກໍໄດ້ຂຶ້ນໄປອາໄສຢູ່ຫຼັງຄາເຮືອນທັງຂໍຮ້ອງການ ຊ່ວຍເຫຼືອແຕ່ໂຊກດີມາຮອດດຽວນີ້ກໍຍັງບໍ່ມີລາຍງານຂ່າວຕໍ່ການສູນເສຍເຖິງຊີວິດແຕ່ຢ່າງໃດ, ສ່ວນເນື້ອທີ່ການຜະລິດເຂົ້າ ນາຖືກນ້ຳຖ້ວມເກືອບໝົດແລ້ວ, ຂະນະທີ່ເສັ້ນທາງເລກທີ 16 ຖືກຕັດຂາດ ແລະ ຂົວອີກສອງແຫ່ງຄືຂົວຫ້ວຍເຫີບ ແລະ ຫ້ວຍລຳພັນຖືກນ້ຳຖ້ວມຈົມຢູ່ໃຕ້ພືນ ໂດຍບໍ່ສາມາດເດີນທາງເຂົ້າໄປຊ່ວຍເຫຼືອປະຊາຊົນໄດ້ຢ່າງຖ່ວງທັນ. ເຖິງວ່າແຂວງໄດ້ ນຳເອົາເຮືອເຂົ້າໄປຊ່ວຍເຫຼືອຜູ້ປະສົບໄພກໍດີ, ພັດມີຈຳນວນຈຳກັດ, ແຕ່ກໍຈະຫາທຸກວິທີການແກ້ໄຂບັນຫາດັ່ງກ່າວ ເພື່ອ ຄວາມປອດໄພຂອງຜູ້ປະສົບເຄາະຮ້າຍ ແລະ ບໍ່ໃຫ້ສູນເສຍຢ່າງຮ້າຍແຮງ. ສຳລັບຢູ່ຕອນເໜືອຂອງລຳນ້ຳເຊກອງໂດຍສະ ເພາະເຂດເທສະບານເມືອງກະລຶມ ກໍຖືກນ້ຳຖ້ວມໜັກເຊັ່ນດຽວກັນ. ຂະນະທີ່ຜູ້ສື່ຂ່າວແຂວງເຊກອງ ທີ່ໄດ້ເຄື່ອນໄຫວຕິດຕາມຕົວຈິງຕັ້ງແຕ່ເຊົ້າມືດຂອງວັນທີ 30 ກັນຍາ ກໍລາຍງານວ່າ: ໃນຂະນະທີ່ມີການນຳເຮືອເຂົ້າໄປຊ່ວຍເຫຼືອຜູ້ປະສົບໄພຢູ່ອີກຟາກຝັ່ງລຳນ້ຳເຊກອງນັ້ນ, ເນື່ອງຈາກກະແສນ້ຳໄຫຼແຮງ ຈຶ່ງສົ່ງ ຜົນເຮັດໃຫ້ເຮືອຫຼົ້ມທັນທີ, ແຕ່ຍັງບໍ່ຮູ້ວ່າມີຜູ້ເສຍຊີວິດ ຫຼື ສູນຫາຍແຕ່ປະການໃດ. ໃນຂະນະດຽວກັນ, ອຳນາດການປົກຄອງແຂວງກໍມີລາຍງານຂ່າວມາຂໍຄວາມຊ່ວຍເຫຼືອຈາກລັດຖະບານວ່າ: ປະຈຸ ບັນແຂວງເຊກອງປະສົບບັນຫາໜັກກັບພາບນ້ຳຖ້ວມເທື່ອນີ້, ເສັ້ນທາງຫຼາຍແຫ່ງຈາກເທສະບານແຂວງອອກສູ່ພາຍນອກຄື ອອກສູ່ເມືອງກະລຶມ, ເມືອງດາກຈຶງ ແລະ ເສັ້ນທາງເລກ 16 ອອກໄປແຂວງອັດຕະປື ຖືກຕັດຂາດເຮັດໃຫ້ການສັນຈອນໄປ ມາຢຸດສະງັກ, ລະບົບສື່ສານຖືກຕັດຂາດ, ເຮືອນຊານຂອງປະຊາຊົນເປັນຈຳນວນຫຼວງຫຼາຍຖືກນ້ຳໄຫຼຊຸເອົາໄປ, ໂຮງຮຽນໃນ ຕົວເມືອງດາກຈຶງຕ້ອງໄດ້ຢຸດການສິດສອນຮ່ຳຮຽນ, ຮ້າຍແຮງໄປກວ່ານັ້ນ, ປະຈຸບັນຍັງມີຫຼາຍຄອບຄົວຍັງຕິດຄ້າງຢູ່ເຂດນ້ຳ ຖ້ວມເຊິ່ງທາງແຂວງບໍ່ສາມາດສົ່ງເຮືອໄປຊ່ວຍເອົາໄດ້ເພາະເປັນເຂດຄ້ອຍຊັນ ແລະ ນ້ຳໄຫຼແຮງ, ເນື້ອທີ່ການຜະລິດ, ຜົນລະ ປູກ, ສັດລ້ຽງ ແລະ ຊັບສິນຕ່າງອາດຈະໄດ້ຮັບ ຄວາມເສຍຫາຍຫຼາຍ ເຖິງວ່າປະຈຸບັນອຳນາດການປົກຄອງທ້ອງຖິ່ນໄດ້ສຸມ ທຸກຄວາມພະຍາຍາມຂອງຕົນແລ້ວ. ຂໍ້ມູນຈາກ ໜັງສືພິມລາຍວັນ ລາວພັດທະນາ ສະບັບທີ 901 ລົງວັນທີ 1 ຕຸລາ 2009
|














