ເມນູຫຼັກ
| ຫນ້າທຳອິດ |
| ກ່ຽວກັບກະຊວງ |
| ການຮ່ວມມື |
| ຂ່າວທັງຫມົດ |
| ເວັບລິ້ງທີ່ກ່ຽວຂ້ອງ |
| ຄັງຮູບພາບ |
| ຄົ້ນຫາຂໍ້ມູນ |
| ຕິດຕໍ່ຫາທຸກພາກສ່ວນ |
ເຄືອນໄຫວຂອງສາມອົງການຈັດຕັ້ງມະຫາຊົນ
ປ້ອງກັນພືດ
![]() ດາວໂຫຼດເອກະສານຕ່າງ ຂອງວຽກງານ ປ້ອງກັນພືດ |
ຈຳນວນຄົນເຊົ້າຍ່ຽມຊົມ






![]() | Today | 200 |
![]() | Yesterday | 499 |
![]() | This week | 1603 |
![]() | This month | 3724 |
![]() | All | 69599 |
ຄົນທີ່ກຳລັງເຂົ້າສູ່ລະບົບ
We have 255 guests onlineLAo ForeCast
Vienatiane ( ນະຄອນຫລວງ )![]() Luangprabang (ຫລວງພຣະບາງ) ![]() Savannakhet (ສະຫວັນນະເຂດ) ![]() Champasak (ຈຳປາສັກ) ![]() |
| ຫົວໜ້າກົມປ່າໄມ້ ສະແດງທັດສະນະຕໍ່ຄວາມສຳຄັນ ຂອງຂະບວນການປູກໄມ້ ວັນທີ 1 ມິຖຸນາ |
|
ວັນທີ 2 ພຶດສະພາ ນີ້, ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ວັນ
ປູກໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ) ມີຄວາມໝາຍສຳຄັນຍິ່ງ ນອກຈາກເປັນການສ້າງຂະບວນການໃຫ້ທົ່ວປວງຊົນ ເປັນ ເຈົ້າການໃນການປູກ, ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້ ອັນເປັນມໍລະດົກຂອງຊາດໃຫ້ນັບມື້ອຸດົມສົມ ບູນ ແລະ ສາມາດຕອບສະໜອງຕາມຄວາມຕ້ອງການດ້ານວັດຖຸດິບ ແລະ ຜະລິດຕະພັນໄມ້ໄດ້ຢືນນານ ແລະ ບໍ່ບົກ
ແຫ້ງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງແລ້ວ, ຍັງ ເປັນການປູກຈິດສຳນຶກໃຫ້ທົ່ວ ແລະ ຜູ້ເປັນລູກເປັນຫຼານມີນ້ຳໃຈຮັກປ່າໄມ້, ຮູ້ປົກປັກຮັກສາ ແລະ ທະນຸບຳລຸງປ່າໄມ້ໃຫ້ ຢູ່ຄຽງຄູ່ເຮົາຕະຫຼອດໄປ. ດັ່ງຄຳເວົ້າຂອງທ່ານປະທານ ໄກສອນ ພົມວິຫານ ກ່າວຕໍ່ກອງປະຊຸມປ່າໄມ້ທົ່ວປະເທດເມື່ອປີ 1989 ວ່າ: “ຮັກຊັບພະຍາກອນປ່າໄມ້ແມ່ນຮັກປະເທດຊາດ ແລະ ຮັກປະເທດຊາດກໍແມ່ນຮັກຊັບພະຍາກອນປ່າໄມ້” ແລະ ປະຈຸບັນນີ້ ພັກ ແລະ ລັດຖະບານເຮົາກໍໄດ້ວາງຍຸດທະສາດ ແລະ ເປົ້າໝາຍສູ້ຊົນຮອດປີ 2020 ໃຫ້ມີເນື້ອທີ່ປ່າປົກຫຸ້ມໃນ ຂອບເຂດທົ່ວປະເທດໃຫ້ໄດ້ ປະມານ 16,5 ລ້ານ ເຮັກຕາ ຫຼື ກວມ 70% ແລະ ຈະຕ້ອງຟື້ນຟູປ່າໃຫ້ໄດ້ປະມານ 6,13 ລ້ານ ເຮັກຕາ. ດັ່ງນັ້ນ ແຕ່ນີ້ຮອດປີ 2010 ຈະຕ້ອງຟື້ນຟູໃຫ້ໄດ້ 2.550.000 ເຮັກຕາ ຫຼື ເທົ່າກັບ 40% ຂອງຄາດໝາຍປີ 2020 ແລະ ຮອດປີ 2020 ປູກໄມ້ໃຫ້ໄດ້ 560.000 ເຮັກຕາ ໃນນັ້ນ ສະເພາະແຕ່ນີ້ຮອດປີ 2010 ປູກໃຫ້ໄດ້ 150.000 ເຮັກ ຕາ ພວກເຮົາຈຶ່ງຈະສາມາດຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 53% ໃນປີ 2010. ຫົວໜ້າກົມປ່າໄມ້ເວົ້າວ່າ: ໃນໄລຍະຜ່ານມານີ້ ເຖິງວ່າພວກເຮົາເຮັດໄດ້ດີແລ້ວກໍຕາມ ແຕ່ກໍຈະຕ້ອງໄດ້ເພີ່ມທະວີ ປັບປຸງແກ້ໄຂອີກຫຼາຍຂອດຕື່ມອີກເຊັ່ນວ່າ: ການຈັດສັນເນື້ອທີ່ດິນເພື່ອຮອງຮັບການລົງທຶນປູກໄມ້ທັງພາຍໃນ ແລະ ຕ່າງ ປະເທດຍັງບໍ່ທັນເຮັດເປັນລະບົບ ແລະ ການປະສານສົມທົບກັນລະຫວ່າງ ຂະແໜງທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງ ຖິ່ນຍັງບໍ່ທັນໄດ້ດີ, ການອະນຸຍາດນຳໃຊ້ທີ່ດິນປ່າໄມ້ ເພື່ອປູກໄມ້ເປັນສິນຄ້າສ່ວນຫຼາຍເຫັນວ່າບໍ່ສອດຄ່ອງກັບດຳລັດສະ ບັບເລກທີ 86/ນຍ, 03, ລົງວັນທີ 11/06/2003 ວ່າດ້ວຍການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ ເຊິ່ງມີ ບາງທ້ອງຖິ່ນ ໄດ້ອະນຸຍາດໃຫ້ບຸກລຸກປ່າອຸດົມສົມບູນ ເປັນຕົ້ນແມ່ນ ເຂດປ່າຜະລິດ ແລະ ປ່າສະຫງວນ ແລະ ປ່າທີ່ສາ ມາດຟື້ນຟູໄດ້ຕາມທຳມະຊາດ ເພື່ອປູກໄມ້ເປັນສິນຄ້າ ແລະ ພືດກະສິກຳອື່ນໆ. ດັ່ງນັ້ນ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ນີ້ ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຮຽກຮ້ອງປວງຊົນ ລາວທັງຊາດ ໃຫ້ມີນ້ຳໃຈຮັກປ່າໄມ້, ປົກປັກຮັກສາປ່າໄມ້ ແລະ ທະນຸບຳລຸງປ່າໄມ້ ສ້າງຂະບວນການໃນການຄຸ້ມຄອງປົກ ປັກຮັກສາຊັບພະຍາກອນປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມບູນ ແລະ ສາມາດຕອບສະໜອງຄວາມ ຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະບັນປ່າໄມ້ໄດ້ຢ່າງຍືນນານ ບໍ່ມີມື້ບົກແຫ້ງ.
|














