• JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator
  • JoomlaWorks Simple Image Rotator

ລະບົບບໍລິການ

ຈຳນວນຄົນເຊົ້າຍ່ຽມຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday186
mod_vvisit_counterYesterday499
mod_vvisit_counterThis week1589
mod_vvisit_counterThis month3710
mod_vvisit_counterAll69585

ຄົນທີ່ກຳລັງເຂົ້າສູ່ລະບົບ

We have 270 guests online

LAo ForeCast

Vienatiane ( ນະຄອນຫລວງ )

Luangprabang (ຫລວງພຣະບາງ)

Savannakhet (ສະຫວັນນະເຂດ)

Champasak (ຈຳປາສັກ)

ຂໍ້ຄິດເຫັນໃນການປູກຕົ້ນໄມ້
          ຄຳກອນຊີ້ໃຫ້ພວກເຮົາເຫັນວ່າ:  ການປູກໄມ້ໃຫ້ເປັນປ່ານີ້ແມ່ນຄວາມຈຳເປັນ ແລະເປັນປະໂຫຍດຢ່າງຍິ່ງຕໍ່ການ
ປັບປຸງພັດທະນາທີ່ດິນໃຫ້ຍືນຍົງຍາວນານຂອງຊາດເຮົາ. ແນໃສ່ວ່າການປູກໄມ້ກໍຄວນໄດ້ຈັດສັນເນື້ອທີ່ ທີ່ເໝາະສົມສອດ
ຄ່ອງກັບດິນຟ້າອາກາດ ແລະ  ແຕ່ລະບ່ອນທີ່ເປັນມູນເຊື້ອເຄີຍປູກມາ ແລະ ການທົດລອງທີ່ເປັນການຫາທາງອອກໃໝ່ທີ່
ດີກວ່າເກົ່າໃນແຕ່ລະເຂດແຂວງ  ແນໃສ່ປູກໄມ້ໃຫ້ເປັນປ່າທີ່ແໜ້ນໜາຂຽວງາມ  ແລະ ທົດແທນການສູນເສຍໄປໃນແຕ່ລະ
ປີໄດ້ຄືເວົ້າມານັ້ນ.
          ເຖິງຢ່າງໃດກໍຕາມການປູກໄມ້ໃຫ້ເປັນປ່ານີ້ ໃນແຕ່ລະປີແມ່ນມີອັດຕາສ່ວນເພີ່ມຂຶ້ນທັງເນື້ອທີ່ການປູກຝັງ ແລະ ປະ
ລິມານຂອງຕົ້ນໄມ້ ແຕ່ບັນຫາສຳຄັນຫຼັງຈາກປູກແລ້ວເມື່ອໝົດລະດູຝົນນັ້ນຫຼາຍຄົນໃຫ້ການສັງເກດວ່າໄມ້ຕາຍເກືອບໝົດ
ການຈັດພິທີປູກພຽງແຕ່ເປັນຂະບວນການຢາກຂໍໃຫ້ຖືເປັນວຽກສຳຄັນພິເສດໃນການບົວລະບັດຮັກສາຫົດນ້ຳ ເສຍຫຍ້າ
ຂ້າຮຸ່ນ, ໃສ່ຝຸ່ນໃຫ້ມັນໃຫຍ່ສູງ, ບໍ່ໃຫ້ແບ້, ງົວ, ຄວາຍ ກິນເພາະວ່າຖ້າມັນເຫຼືອແຕ່ເຫງົ້າສຸດທ້າຍມັນກໍຈະຕາຍ ສະນັ້ນ ແຕ່
ລະບ້ານຄວນໄດ້ວາງລະບຽບຄຸ້ມຄອງຮັກສາ ແລະ ໃນນັ້ນແມ່ນ  ການປ້ອງກັນສັດສີ່ຕີນເປັນສຳຄັນທີ່ດີສຸດໃຫ້ແຕ່ລະບ້ານ
ມອບໝາຍລົງໄປແຕ່ລະໜ່ວຍ  ແຕ່ລະຄອບຄົວແບ່ງຂອບເຂດຄວາມຮັບຜິດຊອບໃນການບົວລະບັດຮັກສາ, ວາງລະບຽບ
ອອກຈະແຈ້ງເພື່ອເປັນມາດຕະການໃນການຮັກສາ ມີການປັບໄໝໄຖ່ຖອນຄັກແນ່ ຖ້າແບ້, ງົວ, ຄວາຍຂອງໃຜໄປກິນ ແລະ
ທຳລາຍໃນຮູບການຕ່າງໆ, ແຕ່ສຳຄັນທີ່ສຸດແມ່ນໃຫ້ເອົາໃຈໃສ່ເປັນພິເສດໃນການບົວລະບັດຮັກສາຫົດນ້ຳ, ເສຍຫຍ້າ, ຂ້າ
ຮຸ່ນ, ໃສ່ຝຸ່ນໃຫ້ມັນໃຫຍ່ສູງໃນລະດູແລ້ງທີ່ເປັນລະດູການທີ່ຂາດນ້ຳທີ່ສຸດນອກຈາກນັ້ນແມ່ນໄຟໄໝ້ລາມປ່າເຊີ່ງເຮັດໃຫ້ຕົ້ນ
ໄມ້ທີ່ເກີດໃໝ່ຫຼືປູກໃໝ່ບໍ່ສາມາດທົນທານໄດ້ກັບຄວາມຮ້ອນຕາຍໄປຢ່າງຫຼວງຫຼາຍໃນແຕ່ລະປີ. ຖ້າອຳນາດການປົກຄອງ
ທ້ອງຖິ່ນ ແລະປະຊາຊົນເຮົາຫາກເຮັດດັ່ງຫຼາຍຄົນໄດ້ໃຫ້ຄຳຄິດເຫັນມານີ້ແນ່ນອນວ່າຕົ້ນໄມ້ທີ່ປູກລົງໄປຈະໃຍ່ສູງກາຍເປັນ
ປ່າ ທີ່ໜາແໜ້ນຂຽວງາມປະດັບເອ້ໃຫ້ປະເທດຊາດຂອງເຮົາກັບຄືນສູ່ສະພາບທີ່ອຸດົມຮັ່ງມີເຕັມໄປດ້ວຍຊັບພະຍາກອນປ່າ
ດົງພົງໄພທຳມະຊາດທີ່ໜ້າຈັບໃຈ ແລະ ຮັກສາໄດ້ກົດເກນປົກກະຕິແລະ ແຫຼ່ງທຳມະຊາດອັນລ້ຳຄ່າຂອງຊາດເຮົາທີ່ເຄີຍມີ
ມາຊ້ານານ.
              
                ຂໍ້ມູນຈາກໜັງສືພິມ ລາຍວັນ ລາວພັດທະນາ ສະບັບທີ 806 ລົງວັນທີ 21 ພຶດສະພາ 2009
 
© 2010 Ministry Of Agriculture and Forestry
Joomla! is Free Software released under the GNU General Public License.