ຂ່າວສານທີ່ໜ້າສົນໃຈກ່ຽວກັບອະນາຄົດ ຂອງການປູກພືດໃນລາວ ທີ່ທຸກຄົນສາມາດເຂົ້າເຖິງໄດ້

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ (ໂຄງການ ຊາມິສ).  ໂດຍການສະໜັບສະໜູນທຶນຈາກອົງການສິ່ງແວດລ້ອມໂລກ (GEF) ໄດ້ສ້າງແຜນທີ່ຄວາມເໝາະສົມຂອງທີ່ດິນສຳຫຼັບພືດປູກຂຶ້ນ. ພາຍໃຕ້ການຊີ້ນຳດ້ານເຕັກນິກວິຊາການ ຈາກສູນຂໍ້ມູນຂ່າວສານທາງພູມມີສາດ, ສະຖານບັນເຕັກໂນໂລຊີແຫ່ງອາຊີ, ປະ ເທດໄທ (AIT) ແລະ ຊ່ຽວຊານຈາກອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ FAO.

ແຜນທີ່ຄວາມເໝາະສົມຂອງທີ່ດິນສຳຫຼັບປູກພືດດັ່ງກ່າວນີ້ ແມ່ນນຳໃຊ້ວິທີວິເຄາະແບ່ງເຂດນິເວດກະສິກຳຂອງໂລກ (GAEZ4) ຕາມຫຼັກການຂອງ FAO ໂດຍນຳໃຊ້ຂໍ້ມູນລະດັບຊາດ ເຊັ່ນ: ຂໍ້ມູນດິນທີ່ໄດ້ຮັບການປັບປຸງໃໝ່ ປີ 2021 ໂດຍກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຂໍ້ມູນພູມອາກາດ ແລະ ຂໍ້ມູນປັດໃຈຄວາມຕ້ອງການໃນດ້ານຕ່າງໆຂອງພືດ.

ວິດີໂອດັ່ງກ່າວນີ້ ສະແດງເຖິງວິທີການເຂົ້າເຖິງຂໍ້ມຸນຂ່າວສານແບບງ່າຍດາຍ ໂດຍຜ່ານລະບົບອອນລາຍຂອງແຜນທີ່ຄວາມເໝາະສົມຂອງທີ່ດິນ ສຳລັບ​ການປູກພືດໃນອານາຄົດຂອງພືດ 4 ຊະນິດ, ເຊິ່ງພືດທີ່ໄດ້ຮັບການຈັດຄວາມເໝາະສົມ ປະກອບມີ 5 ຊະນິດຄື:​ ເຂົ້າ, ສາລີ, ມັນຕົ້ນ,​ ກ້ວຍ ແລະ ກາເຟ (ອາຮາບີກາ ແລະ ໂຮບາສຕາ) ຂໍ້ມູນດັ່ງກ່າວແມ່ນມີຄວາມລະອຽດຂອງຂໍ້ມູນແມ່ນ 5 ກິໂລແມັດ ແລະ ລະດັບຄວາມເໝາະສົມ ແມ່ນຈັດແບ່ງເປັນ 5 ປະເພດພື້ນທີ່ຄື: ພື້ນທີ່ທີ່ເໝາະສົມຫຼາຍທີ່ສຸດ,​ ເໝາະສົມຫຼາຍ,​ ເໝາະສົມປານກາງ, ເໝາະສົມໜ້ອຍ ແລະ ບໍ່ເໝາະສົມ.

ແຜນທີ່ຄວາມເໝາະສົມຂອງທີ່ດິນສຳລັບປູກພືດດັ່ງກ່າວ ສະແດງໃຫ້ເຫັນເຖິງຫຼາຍຮູບແບບການຜະລິດທີ່ແຕກຕ່າງກັນ ເຊັ່ນ: ການນຳໃຊ້ຝຸ່ນເຂົ້າໃນການຜະລິດ, ລະດັບປັດໃຈນຳເຂົ້າອື່ນໆ ແລະ ຄວາມຫຼາກຫຼາຍທາງດ້ານຊະນິດພັນຂອງພືດແຕ່ລະຊະນິດ ລວມທັງການນຳໃຊ້ລະບົບຊົນລະປະທານ ແລະ ການນຳໃຊ້ນ້ຳຝົນເຂົ້າໃນການຜະລິດ. ຜູ້ນຳໃຊສາມາດເຂົ້າເບິ່ງຂໍ້ມູນ ການພະຍາກອນການປ່ຽນແປງ ຂອງຄວາມເໝາະສົມຕາມການປ່ຽນແປງທີ່ຫຼາກຫຼາຍ ຂອງພູມອາກາດໂດຍອີງຕາມສົນທິສັນຍາ ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ IPCC ແຕ່ປີ 1990-2090 ໄດ້ຢ່າງສະດວກສະບາຍ. ການພະຍາກອນດັ່ງກ່າວຈະປະກອບມີ: ຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນອານາຄົດ ໃນກໍລະນີທີ່ສະພາບອາກາດບໍ່ມີການປ່ຽນ ແປງຫຼາຍ,​ ສະພາບອາກາດມີການປ່ຽນແປງປານກາງ ແລະ ສະພາບອາກາດມີການປ່ຽນແປງຫຼາຍທີ່ສູດ (RCP 2.6, 4.5 ແລະ 8.5) ທີ່ມີຕໍ່ພືດແຕ່ອາດີດຫາອານາຄົດ.

ຂໍ້ມູນແຜນທີ່ຄວາມເໝາະສົມຂອງທີ່ດິນສຳລັບພືດປູກ ຈະຊ່ວຍສະໜັບສະໜູນ ແລະ ເປັນເຄື່ອງມືພື້ນຖານທີ່ສຳຄັນຫຼາຍ ໃຫ້ແກ່ຜູ້ກຳນົດນະໂຍບາຍຂອງພາກລັດ ແລະ ຜູ້ປະກອບການ ໃນການວາງແຜນນຳໃຊ້ທີ່ດິນກະສິກຳ ເຂົ້າໃນການຜະລິດ ຕາມທ່າແຮງທາງດ້ານລະບົບນິເວດຂອງພືດແຕ່ລະຊະນິດ ທີ່ສາມາດປັບຕົວເຂົ້າກັບສະພາບການປ່ຽນ ແປງດິນຟ້າອາກາດ, ຊ່ວຍໃຫ້ການລົງທຶນໄດ້ຮັບປະສິດທິຜົນຫຼາຍຂຶ້ນ ແລະ ຊາວກະສິກອນສາມາດນຳໃຊ້ທີ່ດິນກະສິ ກຳໄດ້ຢ່າງຍືນຍົງ.

ຂໍ້ມູນເພີ້ມເຕີມ:

ລະບົບການຄຸ້ມຄອງຊັບພະຍາກອນດິນ ແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ໂດຍຜ່ານໂຄງການສ້າງຄວາມເຂັ້ມແຂງລະບົບຕິດຕາມຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບໂຕເຂົ້າກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານຢູ່ໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ລະບົບການຄຸ້ມຄອງຊັບພະຍາກອນດິນ:  https://lrims-dalam.net/?thematic=aez

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ