Phonesai Sysongkham

ພິທີສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ 2017

IMG_9557

IMG_9569 IMG_9544

ໃນວັນທີ 10 ພະຈິກ ທີ່ຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົບທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຈັດພິທີ ສັກຢາກັນພະຍາດສັດແຫ່ງຊາດຂື້ນ ໂດຍການເຂົ້າຮ່ວມຂອງ ທ່ານ ລຽນ ທີແກ້ວ ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້, ພ້ອມນີ້ ມີຜູ້ຕາງໜ້າຈາກສະພານະຄອນຫຼວງ, ທ່ານ ເຈົ້າເມືອງ, ຫົວໜ້າກົມ, ຮອງກົມ, ຫ້ອງການ ພະແນກການທີ່ກ່ຽວຂ້ອງ, ນ້ອງນ້ອຍນັກຮຽນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ, ຕາມການລາຍງານຂອງ ທ່ານ ປອ ຫຼ້າສາຍ ນວນທາສີງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ໃຫ້ຮູ້ວ່າ: ການພັດທະນາການລ້ຽງສັດ ຍັງພົບເຫັນຫຼາຍບັນຫາ ແລະ ສີງທ້າທາຍ ໃນຫຼາຍດ້ານ ເປັນຕົ້ນການເກີດລະບາດພະຍາດສັດຕາມລະດູການ, ຜ່ານມາສະພາບການລ້ຽງສັດຂອງປະຊາຊົນ ແມ່ນ Continue reading

ສະເຫຼີມສະຫຼອງ ການສ້າງຕັ້ງ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ.

IMG_8896IMG_8886

ເພື່ອສະເຫຼີມສະຫຼອງຜົນສຳເລັດທີ່ຍາດມາໄດ້ ໃນການສ້າງຕັ້ງ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ, ດັ່ງທີ່ຮູ້ນຳກັນແລ້ວວ່າ: ກາເຟ ເປັນພືດເສດຖະກິດໜຶ່ງ ທີ່ຕິດພັນກັບມູນເຊື້ອຂອງຊາວສວນມາແຕ່ດົນນານ ໂດຍສະເພາະແມ່ນເຂດພູພຽງບໍລະເວນ. ນັບແຕ່ມື້ສ້າງຕັ້ງ ສປປ ລາວ ເປັນຕົ້ນມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ວຽກງານຊຸກຍູ້ສົ່ງເສີມກາເຟລາວ.

ດັ່ງນັ້ນ, ໃນວັນທີ 27 ຕຸລາ 2017 ຜ່ານມາ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໄດ້ຈັດພິທີສະເຫຼີມສະຫຼອງ ການສ້າງຕັ້ງສະຫະກອນ ຄົບຮອບ 10 ປີ ໂດຍການເຂົ້າຮ່ວມ ຂອງທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະ ມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຮອງເຈົ້າແຂວງ ແຂວງ ຈຳປາສັກ, ເຊກອງ, ສາລະວັນ ພ້ອມນີ້ມີຫ້ອງການ, ບັນດາກົມ, ພະແນກການທີ່ກ້ຽວຂ້ອງ, ກຸ່ມບໍລິສັດ ແລະ ຊາວສ່ວນເຂົ້າຮ່ວມ ຢ່າງພ້ອມພຽງ. Continue reading

ພີທີເປີດນຳໃຊ້ໂຮງຮຽນປະຖົມສົມບູນ ບ້ານ ໜອງກາ ເມືອງ ປາກຊ່ອງ ແຂວງ ຈຳປາສັກ.

IMG_9011 IMG_9017

ໃນອາທິດທີ່ຜ່ານມານີ້ ທ່ານ ພວງປາຣີສັກ ປະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພີທີເປີດນຳໃຊ້ ໂຮງຮຽນປະຖົມບ້ານໜອງກາ ຊື່ງປະກອນມີ ຈຳນວນ 5 ຫ້ອງຮຽນ ນັບແຕ່ ປໍ1-ປໍ5 ມີໂຕະ, ຕັ້ງ, ແລະ ອຸປະກອນການຮຽນການສອນຄົບຊຸດ ສາມາດຮັບນັກຮຽນໄດ້ທັງໝົດ 150 ກວ່າຄົນ, ລວມມູນຄ່າການກໍ່ສ້າງທັງໝົດ 3 ຮ້ອຍລ້ານກວ່າກີບ ພ້ອມດຽວກັນນີ້ກໍ່ໄດ້ລົງຢ້ຽມຢາມສຸກສາລາ   ຢູ່ບ້ານ ໃໝ່ໄຊສົມບູນ ຊື່ງສ້າງຕັ້ງສຳເລັດໃນປີ 2015 ມີເຮືອນ 2 ຫຼັງ ແລະ ອຸປະກອນການແພດຄົບຊຸດລວມມູນຄ້າທັງໝົດ 600 ກວ່າລ້ານກີບ ແລະ ໃນເວລາຕໍ່ມາໄດ້ລົງຢ້ຽມຢາມ ກຸ່ມຜູ້ຜະລິດກາເຟຄຸນນະພາບ ຊື່ງກຸ່ມດັ່ງກ່າວສ້າງຕັ້ງຂື້ນໃນປີ 2007 ມີສະມາຊີກກຸ່ມທັງໝົດ 42 ຄອບຄົວ, ມີໂຮງອີ້ວຄົບວົງຈອນ 1 ຫຼັງ, ມີລານຕາກກາເຟ ຈຳນວນ 63 ຫຼັງ, ສາມາດຂາຍກາເຟໝາກສ້ອມໄດ້ທັງໝົດ 700 ກວ່າໂຕນ ສ້າງລາຍຮັບໃຫ້ສະມາຊີກຄອບຄົວໜື່ງບໍ່ຫຼຸດ 70 ລ້ານກີບຕໍ່ປີ. Continue reading

ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ຢ້ຽມຢາມພົບປະສະຫະພັນແມ່ຍິງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ວຽງຈັນ

IMG_7433 IMG_7496

ບົນ​ພື້ນຖານ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ​ໂດຍ​ຕິດ​ພັນ​ກັບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ ​ແລະ ວຽກ​ງານ 3 ສ້າງ. ​ໃນ​ວັນ​ທີ 9 ກັນຍາ ນີ້​ສະຫະພັນ​​ແມ່ຍິງ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ນໍາ​ໂດຍ​ ທ່ານ ນ. ບຸນ​ທຽນ​ ວົງ​ໄກສອນ ປະທານ​ສະຫະພັນ​ແມ່​ຍິງ​ກະຊວງ ພ້ອມ​ດ້ວຍ​ບັນດາ​ຄະນະ​ບໍລິຫານ​ງານສະຫະພັນ​ແມ່ຍິງກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ປະທານ​ຮາກຖານ, ຕ່າງ​ໜ້າ​ແຕ່ລະໜ່ວຍ​ຮາ​ກຖານອ້ອມຂ້າງ​ກະຊວງ ຈໍານວນ 20 ກວ່າ​ທ່ານ ​ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ພົບ​ປະກັບ​ສະຫະພັນ​ແມ່ຍິງ​ພະ​ແນ​ກ ກະສິກໍາ ​ແລະ ປ່າ​ໄມ້ ​ແຂວງ ​ວຽງ​ຈັນ. Continue reading

ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳວຽກງານຕ້ານແລ້ງ-ຕ້ານຖ້ວມ.

IMG_0869 IMG_0905

ໃນວັນທີ 17 ມີຖຸນາ 2017 ນີ້ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະລົງຕິດຕາມ ແລະ ຊີ້ນຳວຽກງານຕ້ານແລ້ງ-ຕ້ານຖວມ ຢູ່ເຂດ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ໂຄງການຄຸ້ມຄອງແລະຫລຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມແລະແຫ້ງແລ້ງ,ເປັນໂຄງການໜຶ່ງພາຍໃຕ້ກອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ(GMS) ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ(ADB)ຈໍານວນ36.5ລ້ານໂດລາ, ໃນນັ້ນເງິນກູ້ຢືມ 24 ລ້ານໂດລາແລະເງິນຊ່ວຍເຫລືອລ້າ12.5ລ້ານໂດລາ, ພ້ອມກັນນີ້ລັດຖະບານສາທາລະນະລັດປະຊາທິປະໄຕປະຊາຊົນລາວກໍໄດ້ສົມທົບທຶນຈຳນວນ0.59 ລ້ານໂດລາ. ປະກອບມີ 3 ໂຄງການໃຫຍ່ຄື: ໂຄງການພັດທະນາຊົນລະປະທານເຂດວຽງຈັນໃຕ້ ຂຶ້ນກັບພະແນກກະສິກຳແລະປ່າໄມ້ນະຄອນຫລວງ. ຊຶ່ງປະກອບມີກໍ່ສ້າງຊົນລະປະທານ 04 ແຫ່ງເຊັ່ນ: ໂຄງການຊົນລະປະທານສ້າງຫົວບໍ່,  ໂຄງການຊົນລະປະທານດົງຄວາຍ,ໂຄງການຊົນລະປະທານນາລ້ອງ 3  ແລະໂຄງການຊົນລະປະທານ ໝາກຮຽວ 2 , ລວມເນື້ອທີ່ຊົນລະປະທານທັງໝົດ 1.542 ເຮັກຕາແລະສ້າງປະຕູລະບາຍນ້ຳ 2 ແຫ່ງຄື: ຫ້ວຍເດື່ອແລະຫ້ວຍ   ໝາກຮຽວພ້ອມກັນນັ້ນຍັງໄດ້ມີການສ້າງຕັ້ງກຸ່ມຜູ້ນຳໃຊ້ນໍ້າແລະ ປັກຫລັກໝາຍຂອບເຂດດິນການຜະລິດກະສິກຳມີ 4 ໂຄງການ, ມີມູນຄ່າທັງໝົດ  5,600,000 ໂດລາ. Continue reading

ພິທີເຊັນສັນຍາປະຕິບັດໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ

IMG_8785 IMG_8793

​ໂຄງການ​ຮ່ວມ​ມື​ທົດ​ລອງ​ແກ້​ໄຂ​ຄວາມທຸກ​ຍາກ ລາວ-ຈີນ ​ແມ່ນ​ໄດ້ຮັບ​ການ​ຊ່ວຍ​ເຫຼືອຈາ​ກກະຊວງ​ການ​ຄ້າ ສາທາລະນະ​ລັດ​ ປະຊາ ຊົນ​ຈີນ ກໍ່ຄື​ລັດຖະບານ ສາທາລະນະ​ລັດ ປະຊາຊົນ​ຈີນ ​ໃນ​ກອບກາ​ນ​ຮ່ວ​ມມື​ແມ່ນ້ຳຂອງ-​ແມ່ນ້ຳລ້ານ​ຊ້າງ ​ແລະ ​ໄດ້​ມອບ​ເງິນ ​ຈຳນວນ 33 ລ້ານ​ກວ່າ​ຢວນ (ປະມານ 40 ຕື້ກີບ) ​​ໃຫ້​ສູນ​ຄຸ້ມ​ຄອງ​ໂຄງການ​ຊ່ວຍ​ເຫຼືອຕ່າງປະ​ເທດ​ແກ້​ໄຂ​ຄວາມທຸກ​ຍາກ ​ແຂວງ ກວາງຊີ ​ແລະ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ເປັນ​ຜູ້​ຈັດຕັ້ງປະຕິບັດ ​ໂຄງການ​ດັ່ງກ່າວ​ແມ່ນ​ຈະ​ໄດ້​ຈັດຕັ້ງປະຕິບັດ​ຢູ່ ບ້ານ ຊໍ້, ​ເມືອງ ສັງ​ທອງ, ນະຄອນຫຼວງວຽງຈັນ ​ແລະ ບ້ານ ຊຽງລ້ອມ, ​ເມືອງ ​ແລະ ​ແຂວງ ຫຼວງພະ​ບາງ  ​ໃນ​ວັນ​ທີ 14 ມີ​ຖຸນາ 2017 ທີ່​ຫ້ອງການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ປະຕິບັດ​ໂຄງການ​ Continue reading

ກອງປະຊຸມດຳເນີນຊີວິດການເມືອງ ປັບປຸງ ປົວແປງທົ່ວພັກ ປີ 2017

IMG_0280 IMG_0345

ກອງ​ປະຊຸມ​ດຳ​ເນີນ​ຊີວິດ​ການ​ເມືອງ ປັບປຸງ ປົວ​ແປງ​ທົ່ວ​ພັກ ປີ 2017 ຂອງ​ອົງຄະ​ນະ​ພັກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ຊຸດ​ທີ 1 ໄດ້ໄຂ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 6-7 ມີ​ຖຸນາ 2017 ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ ​ແລະ ປ່າ​ໄມ້​ແຫ່ງ​ຊາດ. ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມຂອງ​ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ປະທານຄະນະ​ກວດກາ​ສູນ​ກາງ​ພັກ, ຮອງ​ຄະນະ​ຮັບຜິດຊອບ​ດຳ​ເນີນ​ຊີວິດ​ການ​ເມືອງ ປັບປຸງປົວ​ແປງ​ທົ່ວ​ພັກ ປີ 2017; ສະຫາຍ ລຽນ ທີ​ແກ້ວ ກຳມະການ​ສູນ​ກາ​ງພັກ, ​ເລຂາ​ຄະນະ​ພັກ​ກະຊວງ. ​ໂດຍ​ມີ​ຄະນະ​​ບໍລິຫານ​ງານ​ພັກກະຊວງ, ຄະນະ​ພັກ​ຂັ້ນ​ຕ່າງໆ, ສະມາຊິກ​ພັກຂັ້ນອາວຸ​ໂສ, ສະມາຊິກ​ພັກ-ພະນັກງານຫຼັກ​ແຫຼ່ງ  ​ເຂົ້າຮ່ວມ​ທັງໝົດ 357 ສະຫາຍ, ຍິງ 65 ສະຫາຍ.

          ໃນ​ທີ່​ປະ​ຊຸມ ສະຫາຍ ລຽນ ທີ​ແກ້ວ ກຳມະການ​ສູນ​ກາ​ງພັກ, ​ເລຂາ​ຄະນະ​ພັກ​ກະຊວງ ​ໄດ້​ຂຶ້ນ​ເຜີຍ​ແຜ່​ຄຳ​ສັ່ງ​ເລກທີ 01/ກມສພ, ລົງ​ວັນ​ທີ 01 ກຸມພາ 2017. ວ່າ​ດ້ວຍ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ ປົວ​ແປງ​ທົ່ວ​ພັກ ປີ 2017; ​ເອກະສານ ​ເດັດດ່ຽວປັບປຸງ​ປົວ​ແປງ​ທົ່ວ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ ​ແລະ ຄຳ​ແນະນຳ​ການສ້າງຂະ​ບວນການ​ແຂ່ງຂັນ​ຍ້ອງຍໍ 3 ​ເນື້ອ​ໃນ 4 ຮັບປະ ກັນ. ​ໃນ​ວັນ​ຕໍ່ມາ, ສະຫາຍ ທອງ​ພັດ ວົງ​ມະນີ ຮອງ​ເລຂາ​ຄະນະ​ພັກ​ກະຊວງ ​ໄດ້​ຂຶ້ນຜ່ານ​ບົດ​ສະຫຼຸບ ຕີ​ລາຄາ​ການ​ຊີ້​ນຳ-ນຳພາ Continue reading

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການສືກສາຄວາມເປັນໄປໄດ້ຂອງໂຄງການຊົນລະປະທານອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກະດີງ ແຂວງບໍລິຄຳໄຊ.

IMG_0799 IMG_0802

ໃນອາທິດທີ່ຜ່ານມານີ້ ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການສືກສາຄວາມເປັນໄປໄດ້ຂອງໂຄງການ ຊົນລະປະທານອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກກະດີງ ແຂວງ ບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມນີ້ມີທ່ານຮອງເຈົ້າແຂວງ ບໍລິຄຳໄຊ, ທ່ານຮອງຫົວໜ້າຫ້ອງການ ແລະ ຫົວໜ້າກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງ ພ້ອມພຽງ. Continue reading

ພິທີປູກຕົ້ນໄມ້ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

IMG_9785 IMG_9805

ດັ່ງທີ່ີຮູ້ນໍາກັນແລ້ວວ່າປ່າໄມ້ແມ່ນແຫຼ່ງຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນທີ່ມີຄຸນຄ່າ ແລະ ມີຄວາມໝາຍສຳຄັນຕໍ່ການດຳລົງຊີວິດມວນມະນຸດ ແລະ ຍັງເປັນຜົນປະໂຫຍດຕໍ່ທາງດ້ານເສດຖະກິດ, ການທ່ອງທ່ຽວ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ສະນັ້ນໃນວັນທີ 1 ມິຖຸນາ 2017 ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປູກຕົ້ນໄມ້ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ, ປະທານ ປກຊ, ປກສ ແຫ່ງສປປ ລາວພ້ອມດ້ວຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ບັນດາ ລັດຖະມົນຕີ ຮອງລັດຖະມົນຕີ, ກຳມະການສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ບັນດາແຂກ ນັບທັງຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. Continue reading

ເປີດງານວາງສະແດງເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

IMG_9612IMG_9638

ພິທີເປີດງານວາງສະແດງເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບການສ້າງຂະບວນການປູກຈິດສໍານຶກ ເນື່ອງໃນວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ ໄດ້ໄຂ່ຂຶ້ນຢ່າງເປັນທາງການໃນວັນທີ 31 ພຶດສະພາ ຫາ ວັນທີ 04 ມີຖຸນາ 2017 ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ໂດຍການຮ່ວມກັນລະຫວ່າງ ກະຊວງກະສິກໍາ ແລະປ່າໄມ້ ກັບນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ຮອງເຈົ້າຂອງນະຄອນຫຼວງວຽງຈັນ, ພ້ອມນີ້້ມີ ບັນດາລັດຖະມົນຕີ-ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ພ້ອມດ້ວຍຜູ້ປະກອບການ, ຄູອາຈານ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງຄຶກຄື້ນ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ