Phonesai Sysongkham

ກອງປະຊຸມເຜີຍແຜ່ ດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພັນທຸກ ແລະ ມາດຕະຖານພັດທະນາ

IMG_9695

ເພື່ອຈັດຕັ້ງຜົນຂະຫຍາຍຕາມລຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່,​ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມພັກ ແລະ ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ.

ໃນຕອນເຊົ້າວັນທີ 28 ເມສາ 2018 ຜ່ານມານີ້ ທີ່ສະໂມສອນ ຂອງເມືອງ ປາກລາຍໄດ້ຈັດກອງປະຊຸມ ຈັດຕັ້ງເຜີຍແຜ່ ດຳລັດເລກທີ 348 ວ່າດ້ວຍມາ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ແລະ ການຜັນຂະຫຍາຍສ້າງຕົວແບບກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຕິດພັນກັບວຽກງານ 3 ສ້າງ, ໂດຍການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ພົວສະຫວັນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ ພ້ອມນີ້ມີບັນດາກົມ, ຫ້ອງການ ພະແນກການຂອງແຂວງ ຂອງ ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນທີ່ປະຊຸມ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ເພື່ອສືບຕໍ່ການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢ່າງເປັນລະບົບຕໍ່ເນື່ອງ, ຄະນະບໍລິຫານງານພັກແຂວງ ແຕ່ລະສະໄໝກໍໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກຍຸດທະສາດສໍາຄັນ ແລະ ເປັນແບບແຜນນໍາພາວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ, ແນ່ໃສ່ກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ ສໍານັກງານອົງການບ້ານ ໂດຍສຸມໃສ່ປະຕິບັດ 4 ເນື້ອໃນ 4 ຄາດໝາຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

IMG_9650

IMG_9660 IMG_9711

ເປັນກ້າວໆມາ, ເພື່ອບັນລຸຄາດໝາຍ ມະຕິ Xຂອງພັກ, ມະຕິ VI ຂອງຄະນະບໍລິຫານງານພັກແຂວງວາງອອກ, ໃນການເພີ່ມທະວີການນໍາພາຂອງພັກ ກ່ຽວກັບການສືບຕໍ່ ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢູ່ແຂວງໄຊຍະບູລີ. ພ້ອມນີ້ກໍ່ໄດ້ຮັບຝັງການລາຍງານຈາກທ່ານ ເຈົ້າເມືອງປາກລາຍ,​ນາຍບ້ານບ້ານ ບວມເລົາ-ຜາແກ້ວ ແລະ ບ້ານ ບົວບານ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງໄລຍະທີ່ຜ່ານມາ ຊື່ງສະແດງໃຫ້ເຫັນໃນຫຼາຍໆດ້ານມີການພັດທະນາ, ມີການສົ່ງເສີມການຜະລິດຢ່າງເປັນຈຸດສຸມ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ໝັ່ນຄົງ, ສາມາດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຄວາມສຳຄັນ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຊີ້ນຳ ແລະ ໂອລົມຕໍ່ພະນັກງານທຸກຂັ້ນ ຈົ່ງພ້ອມໃຈກັນເປັນຈິດໜື່ງໃຈດຽວກັນ ປະຕິບັດດຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃຫ້ປະກົດຜົນເປັນຈີງ. ຊື່ງປະກອບມີ 6 ໝວດ; 19 ມາດຕາ ໂດຍສະເພາະ ມາດຕະຖານພົ້ນທຸກ ແລະ ມາດຕະຖານ ພັດທະນາ ການກໍານົດເງື່ອນໄຂພື້ນຖານທາງດ້ານເສດຖະກິດ-ສັງຄົມ ເພື່ອວັດແທກຄອບຄົວ, ບ້ານ ແລະ ເມືອງພົ້ນທຸກ ທີ່ມີລັກສະນະຮອບດ້ານ ເພື່ອວັດແທກຜົນສໍາເລັດຂອງການສ້າງຄອບຄົວ, ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ທີ່ຕິດພັນກັບວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ,​ສ້າງເມືອງໃຫ້ເຂັມແຂງຮອບດ້ານ, ສ້າງບ້ານໃຫ້ກາຍເປັນບ້ານພັດທະນາ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້

ພິທີເປີດ ຫ້ອງການ ການລົງທືນປະຕູດຽວ ທີ່ກະຊວງແຜນການ ແລະ ການລົງທືນ.

1 (1)

ໃນຕອນເຊົ້າຂອງວັນທີ 25 ເມສາ 2018 ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຂົ້າຮ່ວມພິທີເປີດ ຫ້ອງການບໍລິການ-ການລົງທຶນປະຕູດຽວ ຂັ້ນສູນກາງ ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານທີ່ຢູ່ໃນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ພ້ອມດ້ວຍບັນດາແຂກຖືກເຊີນ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ໃນພິທີ, ທ່ານ ປອ. ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທັງເປັນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໄດ້ກ່າວວ່າ: ພາຍຫຼັງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ໄດ້ຖືກຮັບຮອງຢ່າງເປັນທາງການ ໂດຍກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII. ເພື່ອເຮັດໃຫ້ການປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນມີປະສິດທິພາບ ແລະ ປະສິດທິຜົນ,

1 (4) 1 (5)

ທ່ານນາຍົກລັດຖະມົນຕີ ຍັງໄດ້ອອກດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ) ສະບັບ ເລກທີ 05/ນຍ. ກອງປະຊຸມ ຄລທ ຄັ້ງປະຖົມມະລືກໄດ້ເປີດຂຶ້ນໃນວັນທີ 14 ເດືອນມີນາ 2017 ແລະ ໄດ້ດໍາເນີນມາຮອດປັດຈຸບັນ ໄດ້ 25 ຄັ້ງ. ສຳລັບ ຫ້ອງການບໍລິການການລົງທຶນປະຕູດຽວ ມີຢູ່ 02 ຂັ້ນ ຄື: ຂັ້ນສູນກາງ ແລະ ຂັ້ນແຂວງ ເປັນກອງເລຂາຊ່ວຍວຽກ ແລະ ເປັນຫ້ອງການປະຈຳການຂອງ ຄລທ ເພື່ອປະຕິບັດໜ້າທີ່ການບໍລິການການລົງທຶນ ຕາມກົນໄກປະຕູດຽວ ໃຫ້ແກ່ຜູ້ລົງທຶນ ຢູ່ ສປປ ລາວ, ອໍານວຍຄວາມສະດວກຮອບດ້ານ ໃຫ້ແກ່ຜູ້ລົງທຶນ ດ້ວຍການໃຫ້ບໍລິການຂໍ້ມູນ-ຂ່າວສານ, ການຕິດຕໍ່ປະສານງານໃນການຂໍລົງທຶນ, ການບໍລິການຫຼັງການອອກອະນຸຍາດລົງທຶນ (ການບໍລິການທີ່ຕິດພັນກັບການລົງທຶນ) ແລະ ການອອກໃບແຈ້ງການຕ່າງໆ ກ່ຽວກັບການລົງທຶນ. ຊຶ່ງຜູ້ລົງທຶນ ທີ່ມີຈຸດປະສົງລົງທຶນໃນ ກິດຈະການໃນບັນຊີຄວບຄຸມ ແລະ ກິດຈະການສຳປະທານ ແມ່ນໃຫ້ຍື່ນຄໍາຮ້ອງຂໍລົງທຶນ ຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ ຫຼື ຂັ້ນແຂວງ ຕາມການແບ່ງຂັ້ນຄຸ້ມຄອງ. ຫ້ອງການບໍລິການການລົງທຶນປະຕູດຽວ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລ້ວນໍາສະເໜີຕໍ່ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພິຈາລະນາຕົກລົງຕາມຂັ້ນຂອງຕົນ, ໂດຍຜູ້ລົງທຶນ ຈະໄດ້ຮັບໃບອະນຸຍາດລົງທຶນ ແລະ ທະບຽນວິສາຫະກິດ ພາຍໃນເວລາ 25 ວັນລັດຖະການ (ກິດຈະການໃນບັນຊີຄວບຄຸມ) ແລະ 65 ວັນລັດຖະການ (ກິດຈະການສຳປະທານ) ນັບແຕ່ວັນ ຫ້ອງການບໍລິການການລົງທຶນປະຕູດຽວ ໄດ້ຮັບຄຳຮ້ອງຄົບຖ້ວນ ເປັນຕົ້ນໄປ. ສ່ວນກິດຈະການທີ່ບໍ່ຢູ່ໃນບັນຊີກິດຈະການຄວບຄຸມ ແມ່ນບັນດາກິດຈະການເປີດກວ້າງການລົງທຶນທົ່ວໄປ ສາມາດແຈ້ງຂຶ້ນທະບຽນວິສາຫະກິດນໍາຂະແໜງ ອຸດສາຫະກໍາ ແລະ ການຄ້າ ແລ້ວຂໍອະນຸຍາດດຳເນີນກິດຈະການ ນໍາຂະແໜງການກ່ຽວຂ້ອງ ຕາມທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍ ວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ.

ຫ້ອງການບໍລິການ ການລົງທຶນປະຕູດຽວ ໄດ້ມີການກະກຽມຄວາມພ້ອມ ທາງດ້ານຕ່າງໆ ເຊັ່ນ:

1. ປັບປຸງຄຳຮ້ອງຂໍລົງທຶນ ໃຫ້ມີຄວາມສະດວກ ແລະ ກະທັດຫັດ ແຕ່ໃຫ້ມີເນື້ອໃນຄົບຖ້ວນ;

2. ມີຄູ່ມືແນະນຳແບບເອກະສານປະກອບຕ່າງໆ ໃນການຍື່ນຄຳຮ້ອງ ເພື່ອໃຫ້ຜູ້ລົງທຶນກະກຽມເອກະສານປະກອບໃຫ້ຄົບຖ້ວນ ຕາມລະບຽບ;

3. ເວລາຜູ້ລົງທຶນ ຍື່ນຄຳຮ້ອງແລ້ວ ຈະມີໃບຮັບເອກະສານ ແລະ ຈ້ຳຂາເຂົ້າ ແລະ ມອບໃຫ້ ຜູ້ລົງທຶນ ເພື່ອເປັນບ່ອນອີງ;
4. ໄດ້ມີການນຳໃຊ້ລະບົບໄອທີເຂົ້າມາຊ່ວຍໃນການຕິດຕາມ ແລະ ຄຸ້ມຄອງເອກະສານ ເຊັ່ນ: ລະບົບຕິດຕາມເອກະສານການລົງທຶນ (Tracking System) ແລະ ລະບົບ Data Base ເປັນລະບົບຄຸ້ມຄອງ, ຕິດຕາມ ຂໍ້ມູນ ແລະ ສະຖິຕິການລົງທຶນທົ່ວປະເທດ;

5. ໄດ້ປັບປຸງເວັບໄຊ ໃນການບໍລິການຂໍ້ມູນ-ຂ່າວສານ, ດາວໂລດຄຳຮ້ອງຂໍລົງທຶນ, ກົດໝາຍ ແລະ ລະບຽບການຕ່າງໆ. ນອກນັ້ນ, ຍັງໄດ້ເປີດຊ່ອງທາງໃຫ້ຄະນະນຳ ສາມາດເຂົ້າເບິ່ງຄວາມຄືບໜ້າຂອງເອກະສານຄຳຮ້ອງຂໍລົງທຶນ ໂດຍຜ່ານທາງເວັບໄຊ;

6. ມີການບໍລິການສາຍດ່ວນ (1503) ຊຶ່ງຜູ້ລົງທຶນສາມາດ ໂທເຂົ້າມາຕິດຕໍ່ສອບຖາມໄດ້.

ພາບ ແລະ ຂ່າວໂດຍ ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ຢ້ຽມຢາມອົງການ ACIAR ທີ່ປະເທດ ອົດສະຕາລີ.

DSC_0199

ໂດຍຕອບສະໜອງຕາມການເຊື້ອເຊີນຂອງອົງການ ACIAR ປະເທດອົດສະຕາລີ ທ່ານປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ນຳພາຄະນະຜູ້ແທນກະຊວງກະສິກຳ ແລະ ປ່າໄມ້ ສປປລາວ ຈຳນວນ 4 ທ່ານ (1. ທ່ານ ປອ. ບຸນຖອງ ບົວຫອມ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດ, 2. ທ່ານ ປອ. ພົມມີ ອິນທິຈັກ, ຫົວໜ້າພະແນກຮ່ວມມືສາກົນ, ກົມແຜນການ ແລະ ການເງິນ, 3. ທ່ານ ສຸພາວັນ ແກ້ວວິໄລ, ຫົວໜ້າໂຄງການລ້ຽງສັດ ເພື່ອຜະລິດເປັນສິນຄ້າພາກເໜືອ ຂອງສ ປປ ລາວ ແລະ 4. ທ່ານ ບຸນສີ ນັນທະພອນ, ເລຂາຮອງລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້) ໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສອງຝ່າຍ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ສປປລາວ ກັບ ອົງການ ACIAR, ໃນລະຫວ່າງ ວັນທີ 15-17/04/2018, ຢູ່ທີ່ສຳນັກງານໃຫຍ່ອົງການ ACIAR ປະ​ເທດອົດສະຕາລີ.

DSC_0204 DSC_0192

ຈຸດປະສົງແມ່ນເພື່ອແລກປ່ຽນບົດຮຽນກ່ຽວກັບໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ແຜນຍຸດທະສາດ ແລະແຜນການການຮ່ວມມືໃນໄລຍະຍາວ ໃນການພັດທະນາຂົງເຂດວຽກງານກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດ ຂອງ ສ ປປ ລາວ ແລະ ພ້ອມດຽວກັນນັ້ນ, ກໍ່ໄດ້ຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບຟາມລ້ຽງສັດແບບເປັນລະບົບຕ໋ອງໂສ້ ທີ່ຕິດພັນກັບໂຮງຂ້າສັດ,ການປຸງແຕ່ງຜະລິດຕະພັນ ແລະ ຟາມປູກໝາກອາງຸ່ນ ທີ່ຕິດພັນກັບການແປຮູບແລະ ຕະຫຼາດສົ່ງອອກ.ການໄປເຄື່ອນໄຫວວຽກງານຂອງຄະນະດັ່ງກ່າວໃນຄັ້ງນີ້, ປະເທດເຈົ້າພາບໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະຮ່ວມປຶກສາຫາລືວຽກງານຮ່ວມກັນຢ່າງໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.ພ້ອມດຽວກັນນັ້ນ, ກໍ່ເປັນໂອກາດອັນດີໃນການຂົນຂວາຍຍາດແຍ່ງທຶນຮອນເຂົ້າໃນການພັດທະນາຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໂດຍສະເພາະການພັດທະນາວຽກງານການ​ຜະລິດສະບຽງ​ອາຫານ ​ແລະການ​ຜະລິດເປັນ​ສິນຄ້າຂອງ ສປປລາວ ເພື່ອ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ໃນ​ໄລ​​ຍະ​ໃໝ່, ອີກດ້ານໜຶ່ງກໍ່ເປັນການແລກປ່ຽນບົດຮຽນດ້ານການຄຸ້ມຄອງ, ພັດທະນາດ້ານກະສິກຳ ແລະ ການ​ສະໜັບສະໜູນຊ່ວຍເຫຼືອ ​ໃຫ້​ແກ່ ສ ປປ ລາວໃນການພັດທະ​ນາການ​ຜະລິດຂະໜາດນ້ອຍ, ກະສິກຳສີຂຽວ ແລະ ນະໂຍບາຍພັດທະນາກະສິກຳສະອາດເພື່ອຮັບປະກັນການບໍລິໂພກສະອາດ ແລະການນຳໃຊ້ທ່າແຮງຂອງປະເທດເພື່ອສົ່ງເສີມການລົງທຶນຜະລິດສິນຄ້າ ສົ່ງອອກສູ່ຕະຫຼາດຕ່າງປະເທດ ໃຫ້ເຂັ້ມແຂງ ສາມາດ ແຂ່ງຂັນກັບພາກພື້ນ, ສາກົນ ແລະ ທັງຮັບປະກັນຄວາມຍືນຍົງໃນຕໍ່ໜ້າອິກດ້ວຍ.

ພາບ ແລະ ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ກອງປະຊຸມຊີ້ນຳຂຸດໄຂ່ຕັກແຕນຢູ່ເມືອງຮ້ຽມ, ແຂວງ ຫົວພັນ.

1988

ໃນວັນທີ 3 ເມສາ 2018 ທ່ານ ບຸນສັກ ຖິ່ນນະຄອນ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຮ້ຽມ ແຂວງ ຫົວພັນ ພ້ອມດ້ວຍທິມງານວິຊາການໄດ້ຈັດກອງປະຊຸມຊຸກຍູ້ປຸກລະດົມປະຊາຊົນຂຸດໄຂ່ຕັກແຕນຝຸງໄມ້ປ່ອງ ແລະ ແນະະນຳ-ນຳພາປະຊາຊົນບ້ານສາກົກຂຸດທຳລາຍໄຂ່ຕັກແຕນ ມີຜູ້ເຂົ້າຮ່ວມທັງໝົດເກືອບ 30 ທ່ານ.

ໃນກອງປະຊຸມ ທ່ານ ສອນເພັດ ອິນທະວົງ ຫົວໜ້າໜ່ວຍງານປູກຝັງ, ຫ້ອງການກະສິກຳ ແລະ ປ່າເມືອງ ໄດ້ລາຍງານສະພາບການລະບາດຂອງໄຂ່ຕັກແຕນຝຸງໄມ້ປ່ອງ ຢູ່ເມືອງຮ້ຽມ ເຊີ່ງເມືອງຮ້ຽມປະກອບມີ 5 ກຸ່ມບ້ານ, ມີ 19 ບ້ານ, ມີ 34 ຈຸດ, ໃນເນື້ອທີ່ທັງໝົດ 637 ເຮັກຕາ  ພົບເຫັນຈຸດວາງໄຂ່ຂອງຕັກແຕນ 30 ຈຸດ ໃນເນື້ອທີ 99 ເຮັກຕາ, ນອກນັ້ນທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງໄດ້ແນະນຳວີທີການຂຸດໄຂ່ ແລະ ລັກສະນະຂອງໄຂ່ຕັກແຕນຢູໃນດີນໄກ້ຮາກໄມ້ປ່ອງໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖີງ.

2004 2014

ໃນຕອນທ້າຍກອງປະຊຸມ ທ່ານ ບຸນສັກ ຖີ່ນນະຄອນໄດ້ເນັ້ນໜັກຕໍ່ກັບປະຊາຊົນ ບ້ານ ສາກົກ ໃຫ້ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນສະກັດກັ້ນ, ປາບປາມ, ທຳລາຍໄຂ່ຂອງຕັກແຕນຕາມຈຸດຕ່າງໆທີ່ສຳຫຼວດພົບເຫັນ, ຊ່ວຍກັນນຳໃຊ້ທຸກວິທີການໂດຍສະເພາະພູມປັນຍາຂອງຊາວບ້ານເຊັ່ນ: ຂຸດໄຂ່ຕັກແຕນມາທຳລາຍ, ໃຊ້ມຸ້ງ, ດາງກວາດໂຕອ່ອນ ແລະ ວິທີອື່ນໆຕາມຄວາມເໝາະສົມເພື່ອບໍ່ໃຫ້ຕັກແຕນແຕກເປັນໂຕອ່ອນ ລະບາດສູ້ວົງກວ້າງ ແລະ ໄປທຳລາຍຜົນຜະລິດຂອງພໍ່ແມ່ປະຊາຊົນ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ຕອນ ແລະ ປິດລົງດ້ວຍຜົນສຳເລັດຈາກນັ້ນ ທ່ານ ບຸນສັກ ຖີ່ນນະຄອນ ພ້ອມດ້ວຍວິຊາການ ແລະ ປະຊາຊົນສືບຕໍ່ເດີນທາງລົງພາກສະໜາມຂຸດໄຂ່ຕັກແຕນຢູ່ຕາມຈຸດວາງໄຂ ຕ່າງໆຢ່າງເປັນຂະບວນຟົດຟື້ນ ຮອດປະຈຸບັນການຈັດຕັ້ງປະຕິບັດຂຸດໄຂ່ຕັກແຕນຝຸງໄມ້ປ່ອງ ແມ່ນສຳເລັດໄປແລ້ວ 2 ຈຸດ, ມີໄຂ່ຕັກແຕນທີ່ຂຸດໄດ້ ຈຳນວນ 25 ກິໂລ, ສ່ວນຈຸດອື່ນໆ 28 ຈຸດແມ່ນຈະໄດ້ສືບຕໍ່ອິກ ແລະ ໄດ້ເກັບຊື້ໄຂ່ຕັກແຕນໃນລາຄາ 1 ກິໂລຕໍ່ 50,000 ກີບ, ນອກຈາກບ່ອນທີ່ບໍ່ສາມາດຂຸດທຳລາຍໄຂ່ຕັກແຕນໄດ້ ບ່ອນເຂົ້າຫາບໍ່ໄດ້ເ, ພູຜາສູງຊັນແມ່ນຈະໄດ້ສືບຕໍ່ຕິດຕາມການແຕກເປັນໂຕອ່ອນ ເພື່ອກະກຽມລົງສິດຢາປາບປາມ ແລະ ທຳລາຍ, ໃນຊ່ວງເປັນໂຕອ່ອນ ເພື່ອບໍ່ໃຫ້ຂະຫຍາຍເປັນໂຕແກ່ໄປທຳລາຍຜົນລະປູກຂອງພໍ່ແມ່ປະຊາຊົນອິກຕໍ່ໄປ

ພາບ ແລະ ຂ່າວໂດຍ: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຮ້ຽມ.

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ.

ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2018

image1

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈໍາປີ 2018 ຈັດຂຶ້ນຢູ່ເມືອງ ວຽງໄຊ ແຂວງ ຫົວພັນ ໃນວັນທີ 22-23 ມີນາ 2018  ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ. ຊຶ່ງເປັນກອງປະຊຸມສັນຈອນເທື່ອທໍາອິດທີ່ມີລັກສະນະພິເສດຂອງຄະນະລັດຖະບານຊຸດທີ VIIIໂດຍຈັດຂຶ້ນໃນໄລຍະເວລາທີ່ພໍດີກັບວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 2018 ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018)

ໃນທີ່ປະຊຸມ ຄະນະຜູ້ແທນໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ການເຜີຍແຜ່ແນະນໍາ ແລະ ຊຸກຍູ້ແຕ່ຫົວທີກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2018 ລວມມີ:

–          ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018, ບັນດາໂຄງການຈຸດສຸມພັດທະນາຂອງລັດຖະບານຢູ່ສູນກາງ ແລະ ທ້ອງຖິ່ນ, ການປັບປຸງຄວາມສະດວກໃນການດໍາເນີນທຸລະກິດ ແລະ ການລົງທຶນຜ່ານປະຕູດຽວ.

–          ການຜັນຂະຫຍາຍຜົນ ແລະ ການຈັດຕັ້ງປະຕິບັດແຜນການຮ່ວມມືລາວ-ຫວຽດນາມ, ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດແຜນການຮ່ວມມືລາວ-ຈີນ.

–          ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາ 2 ເດືອນ, ຄາດຄະເນງວດ 1 ແລະ ຄາດຄະເນ 6 ເດືອນຕົ້ນປີ 2018 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018.

–          ການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ.

–          ການຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ, ການດັດສົມໂຮງງານປຸງແຕ່ງໄມ້, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

–          ສະພາບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ 2018.ຄວາມຄືບໜ້າໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ.

image2

ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວບາງຕອນວ່າ: ຈຸດປະສົງຂອງການຈັດກອງປະຊຸມລັດຖະບານຢູ່ເມືອງວຽງໄຊໃນຄັ້ງນີ້ ເນື່ອງຈາກວ່າສະຖານທີ່ດັ່ງກ່າວ ເປັນສະຖານທີ່ໆມີຄວາມໝາຍ, ຄວາມສໍາຄັນຍິ່ງ, ເປັນຖິ່ນກໍາເນີດຂອງສູນບັນຊາສູ້ຮົບ ແລະ ຖານທີ່ໝັ້ນຂອງການປະຕິວັດ, ທັງເປັນຈຸດກໍາເນີດຂອງ ສປປ ລາວ. ປີນີ້ຍັງເປັນປີກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018). ພ້ອມກັນນີ້ກໍ່ເປັນປີທີ່ພວກເຮົາຫາກໍ່ສະເຫຼີມສະຫຼອງວັນປົດປ່ອຍຜາຖີ່ ຄົບຮອບ 50 ປີ (11 ມີນາ 1968-11 ມີນາ 2018). ສິ່ງສໍາຄັນກວ່ານີ້  ແມ່ນການສ້າງເງື່ອນໄຂໃຫ້ພວກເຮົາໝົດທຸກຄົນໄດ້ທົບທວນ ແລະ ລໍ້າລຶກເຖິງບຸນຄຸນອັນໃຫຍ່ຫຼວງ ສູງສົ່ງຂອງຜູ້ນໍາການປະຕິວັດ, ບຸນຄຸນຂອງການປະຕິວັດ, ບຸນຄຸນອັນໃຫຍ່ຫຼວງທີ່ຝັງໄວ້ໃນຫົວໃຈຂອງປະຊາຊົນລາວຕະຫຼອດໄປ ໂດຍສະເພາະແມ່ນຜູ້ເສຍສະຫຼະເພື່ອພາລະກິດຂອງການປະຕິວັດ ປົດປ່ອຍຊາດ, ປົດປ່ອຍປະຊາຊົນອອກຈາກການຄອບຄອງຂອງຈັກກະພັດລ່າເມືອງຂຶ້ນ ເຊິ່ງນໍາມາເຖິງປັດຈຸບັນ ຄື: ການປົກປັກຮັກສາ ແລະ ພັດທະນາ ສປປ ລາວຂອງພວກເຮົາ, ພ້ອມນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການປະກອບຄໍາເຫັນຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ໂດຍລົງເລິກເຖິງຂໍ້ຄົງຄ້າງທີ່ຍັງປະຕິບັດບໍ່ທັນໄດ້ດີ, ວິເຄາະວິໄຈເຖິງສາຍເຫດ ແລະ ສະເໜີທິດທາງ, ມາດຕະການແກ້ໄຂຕົວຈິງ ເພື່ອຮັບປະກັນການຄຸ້ມຄອງ ແລະ ບໍລິຫານປະເທດດໍາເນີນໄປດ້ວຍປະສິດທິພາບ ແລະ ມີປະສິດທິຜົນສູງ.

ພາບແລະບົດໂດຍ: ພະແນກໂຄສະນາຂ່າວສານ ກະສິກຳ ແລະ ປ່າໄມ້.

ກອງປະຊຸມສະພາບໍລິຫານງານ-ຄັງແຮເຂົ້າ-ສຸກເສີນອາຊຽນ+3 ຄັ້ງທີ 6

Group Photo

ເພື່ອເປັນການສັງເກດ ແລະ ສະຫຼຸບຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຄັງແຮເຂົ້າ-ສຸກເສີນອາຊຽນ+3. ໃນລະຫວ່າງວັນທີ 13-14 ມີນາ 2018 ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສະພາບໍລິຫານງານ-ຄັງແຮເຂົ້າ-ສຸກເສີນອາຊຽນ+3 ຄັ້ງທີ 6 ຂຶ້ນທີ່ຫ້ອງປະຊຸມໂຮງແຮມ ລາວພຼາຊາ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມໃນຄັ້ງນີ້ມີ ບັນດາປະເທດ ສະມາຊິກອາຊຽນ ແລະ ອາຊຽນ+3  ຊຶ່ງເປັນປະເທດທີ່ໃຫ້ທຶນ ປະກອບມີ: ສປ.ຈີນ, ສ.ເກົາຫຼີ ແລະຍີ່ປຸນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມໃນຄັ້ງນີ້, ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະໜຶ່ງປີຜ່ານມາ ແລະ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຂອງວຽກງານດັ່ງກ່າວ. ໃນທີ່ປະຊຸມ ຍັງໄດ້ຮັບຟັງການລາຍງານສະພາບການແຈກຢາຍເຂົ້າ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ຜົນກະທົບຈາກໄພພິບັດທາງທໍາມະຊາດໃນປີ 2017 ຜ່ານມາ. ສໍາລັບ ສປປລາວ ແມ່ນໄດ້ຮັບເຂົ້າຊ່ວຍເຫຼືອຈາກຄັງແຮເຂົ້າສຸກເສີນ ອາຊຽນ+3 ຈໍານວນ 225 ໂຕນ ຊື່ງເປັນການປະກອບສ່ວນຂອງປະຊາຊົນ ແລະລັດຖະບານຍີ່ປຸນ. ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ບັນດາຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ຕໍ່ບົດລາຍງານ ພ້ອມທັງ, ວາງທິດທາງແຜນການ ໃນຕໍ່ໜ້ານໍາອີກ. ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາ 2 ວັນເຕັມຈຶ່ງສໍາເລັດລົງ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້

ກອງປະຊຸມວິຊາການ ກ່ຽວກັບການປ້ອງກັນ ແລະກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ປະຈໍາປີ 2017

IMG_6160

ໃນທ້າຍອາທິດຜ່ານມາ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມວິຊາການ ກ່ຽວກັບການປ້ອງກັນ ແລະກໍາຈັດ ການລະບາດ ຂອງຕັກແຕນຝຸງໄມ້ປ່ອງ ປະຈໍາປີ 2017 ຂຶ້ນທີ່ ສະໂມສອນກະຊວງ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມມີ ທ່ານ ຮອງເຈົ້າແຂວງ, ຮອງເຈົ້າເມືອງ ຈາກ 5 ແຂວງພາກເໝືອ, ຫົົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງຫົວໜ້າກົມ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ໄດ້ຂຶ້ນຜ່ານບົດສະຫຼຸບ ເພື່ອຕີລາຄາຄືນ ຈຸດດີ, ຈຸດອ່ອນ,​ຂໍ້ຄົງຄ້າງ ແລະບາງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໃນປີ 2017 ຜ່ານມາ. ແລະພ້ອມດຽວກັນນີ້, ໃນທີ່ປະຊຸມຍັງຈະໄດ້ກໍານົດແຜນການ ແລະໜ້າວຽກຈຸດສຸມ ປະຈໍາປີ 2018 ເພື່ອເປັນບ່ອນອີງ ໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ຢູ່ໃນແຕ່ລະທ້ອງຖິ່ນ. ໃນທີ່ປະຊຸມ, ບັນດາຜູ້ແທນກອງປະຊຸມ ໄດ້ຂຶ້ນຜ່ານບົດສະຫຼຸບ ຂອງແຕ່ລະແຂວງ ພ້ອມທັງແລກປ່ຽນບົດຮຽນໃນການຈັດຕັ້ງ

IMG_6132 IMG_6147

ປະຕິບັດວຽກງານຜ່ານມາ ລະຫວ່າງແຂວງ ທີ່ມີການແຜ່ລະບາດຂອງຕັກແຕນຝຸງໄມ້ປ່ອງ ຢ່າງກົງໄປກົງມາ. ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວ ມີຄວາມໝາຍສໍາຄັນ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍຮຽກຮ້ອງໃຫ້ທຸກຂະແໜງການ ເລີ່ມແຕ່ຂັ້ນສູນກາງ ແລະ ອົງການປົກຄອວທ້ອງຖິ່ນທຸກຂັ້ນ ຈົ່ງເພີມທະວີຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ໃນການຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດ ໃຫ້ຖືເອົາວຽກງານດັ່ງກ່າວເປັນບັ້ນຮົບ ໃນການປ້ອງກັນ ແລະ ກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ໃນຕໍ່ໜ້າໃຫ້ໄດ້ຜົນດີເປັນກ້າວໆ

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້

ຜົນສໍາເລັດຂອງກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ປະຈໍາປີ 2017

IMG_6645

ເພື່ອເຮັດໃຫ້ 4 ແຜນງານໃຫຍ່ຄື: 1, ແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ. 2, ແຜນງານຜະລິດ ກະສິກໍາເປັນສິນຄ້າ ຕິດພັນກັບການປຸງແຕ່ງ. 3, ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແລະ 4, ແຜນງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກທົ່ວປະເທດ ໃຫ້ປະກົດຜົນເປັນຈິງ. ໃນວັນທີ 07 ມີນາ ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປິດ ກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ. ໃຫ້ກຽດເປັນ ປະທານໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ. ເຂົ້າຮ່ວມໃນຄັ້ງນີ້ມີ ກົມການເມືອງສູນກາງພັກ, ກໍາມະການສູນກາງພັກ, ລັດຖະມົນຕີ-ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ປະຈໍາແຂວງ ທົ່ວປະເທດ ພ້ອມດ້ວຍ ພາກສ່ວນທີ່ກຽ່ວຂອງ ເຂົ້າຮ່ວມຢ່າງພ້ອມພຽງ.

IMG_6607IMG_6648

      ໂອກາດນີ້, ສະຫາຍ ປອ ລຽນ ທີແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ຂຶ້ນລາຍ ງານຫຍໍ້ກ່ຽວກັບຜົນຂອງກອງປະຊຸມ. ເຊິ່ງໄດ້ພ້ອມກັນສັງເກດຕີລາຄາຢ່າງຮອບດ້ານ ຕໍ່ການຈັດຕັ້ງປະຕິບັດແຜນການ ໃນໜຶ່ງ ປິຜ່ານມາ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາຍເຫດທີ່ພາໃຫ້ມີດ້ານອ່ອນ. ພ້ອມກັນນັ້ນ, ໄດ້ກໍານົດທິດທາງແຜນ ການ, ໜ້າທີ່, ມາດຕະການ ແລະ ນະໂຍບາຍ ການຈັດຕັ້ງປະຕິບັດໃຫ້ແທດເໝາະກັບຕົວຈິງເປັນຕົ້ນ: ນະໂຍບາຍສົ່ງເສີມການ ຄ້າ, ນະໂຍບາຍດ້ານພະລັງງານໄຟຟ້າ, ດ້ານສິນເຊື່ອ ແລະ ອັດຕາດອກເບ້ຍ ຕໍ່ກັບການຈັດຕັ້ງປະຕິບັດ ໂຄງການສົ່ງເສີມ ການຜະລິດກະສິກໍາເປັນສິນຄ້າ ແລະ ໂຄງການຄໍ້າປະກັນດ້ານສະບຽງອາຫານແຫ່ງຊາດ ຕາມລາຍການສິນຄ້າທີ່ລັດຖະບານ ກໍານົດ. ນອກນີ້, ໄດ້ນໍາສະເໜີບົດຮຽນການຍົກຜະລິດຕະພາບ ແລະຫຼຸດຜ່ອນຕົ້ນ ທຶນໃນການຜະລິດເຂົ້າ, ການລ້ຽງໝູ ແລະ ສະຫຼຸບຕີລາຄາການຄຸ້ມຄອງໄມ້ ປະຕິບັດຄໍາສັ່ງເລກທີ 15/ນຍ. ພິເສດກອງປະຊຸມ ໄດ້ທາບທາມປະກອບຄໍາເຫັນຕໍ່ຮ່າງ ບົດແນະນໍາ ການຈັດຕັ້ງປະຕິບັດດໍາລັດເລກທີ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ນໍາອີກ.

          ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວມີຄວາມໝາຍສໍາຄັນ ສະຫາຍ ເລຂາທິການໃຫຍ່ ໄດ້ໃຫ້ທິດຊີ້ນໍາໂດຍ ສະເໜີໃຫ້ ຄະນະພັກ, ຄະນະນໍາກະຊວງເອົາໃຈໃສ່ໃນແຕ່ລະດ້ານຄື: ວຽກງານຄໍ້າປະກັນຄວາມໝັ້ນຄົງທາງ ດ້ານສະບຽງອາຫານ ຕ້ອງຮັບ ປະກັນໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫຼີກທີ່ເຮັດວຽກງານກະສິກໍາລ້ວນໆ ສາມາດຮັບປະກັນໃຫ້ຕົນເອງມີເຂົ້າກິນ ແລະ ມີສະບຽງອາຫານທີ່ພຽງພໍ, ວຽກງານຜະລິດກະສິກໍາເປັນສິນຄ້າ ຕ້ອງເປັນເຈົ້າການປະສານສົມທົບກັບຂະແໜງການ ທີ່ກ້ຽວຂ້ອງ ເພື່ອຄົ້ນຄວ້າຫາທາງອອກຊ່ວຍປະຊາຊົນ ຕິດພັນກັບການຊຸກຍູ້ການຜະລິດກະສິກໍາເປັນສິນຄ້າ ຢ່າງມີຈຸດສຸມ, ວຽກງານຟື້ນຟູປ່າ ແລະ ຂະຫຍາຍປ່າ ຕ້ອງປັບປຸງຍຸດທະສາດປ່າໄມ້ແບບຍືນຍົງ, ກົດໝາຍປ່າໄມ້ ເພື່ອໃຊ້ເປັນເຄື່ອງມືຄຸ້ມຄອງ ມະຫາພາກທີ່ຮັດກຸມ ແລະ ສໍາລັບວຽກງານພັດທະນາຊົນນະບົດ ຕິດພັນກັບການລຶບລ້າງຄວາມທຸກຍາກ ຕ້ອງສ້້າງອາຊີບ ທີ່ໝັ້ນຄົງໃຫ້ກັບຊາວຊົນນະບົດ ດ້ວຍການຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມໃນກິດຈະກໍາຕ່າງໆ, ເປັນເຈົ້າການໃນການເຂົ້າຮ່ວມ ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ການບໍລິການອື່ນໆ ເພື່ອຫຼຸດຜ່ອນການລັ່ງໄຫຼໄປຊອກວຽກເຮັດງານທໍາຢູ່ໃນຕົວເມືອງ ຂອງຊາວຊົນນະບົດ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳວຽກງານການຜະລິດກະສິກໍາຢູ່ເມືອງສິງແຂວງຫຼວງນໍ້າທາ

IMG_2945

 

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະກົມ, ພະແນກການທີ່ກ່ຽວຂ້ອງໄດ້ລົງຊຸກຍູ້ການຜະລິດກະສິກໍາ ແລະ ຢ້ຽມຢາມໂຄງການກໍ່ສ້າງຊົນລະປະທານ ນ້ຳຫຍ້າ ແລະ ໂຄງການກໍ່ສ້າງ ນໍ້າມະອຸ່ນ ຢູ່ເມືອງ ສີງ, ແຂວງ ຫຼວງນໍ້າທາ ໃນວັນທີ 22 ມັງກອນ 2018 ຜ່ານມາ ໂດຍການຕອ້ນຮັບຂອງທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນໍ້າທາ.ທ່ານ ຄຳພູ ວໍລະສານ ຜູ້ຮັບຜິດຊອບໂຄງການໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນເລີ່ມລົງມືກໍ່ສ້າງແຕ່ປີ 2011 ເປັນຕົ້ນມາ ແລະ ມີຫົວງານຕັ້ງຢູ່ບ້ານສົມອິ ຫ່າງຈາກເທດສະບານເມືອງ ສິງໄປທາງທິດຕາເວັນອອກ 13 ກິໂລແມັດໂດຍຜູ້ໄດ້ຮັບຜົນປະໂຫຍດມີ 9 ບ້ານ 439 ຄອບຄົວ, ສາມາດສະໜອງນ້ຳລະດູຝົນໄດ້ 545 ເຮັກຕາ ແລະ ລະດູແລ້ງ 400 ເຮັກຕາ, ມີລະບົບຫົວງານ 2 ຫົວງານຄື: ຫົວງານເຂື່ອນດີນຍາວ120 ແມັດ, ສູງ 35 ແມັດ ສໍາເລັດແລ້ວ 22%, ຫົວງານຝາຍນ້ຳລົ້ນ Continue reading

ພິທີເຊັນສັນຍາ ໂຄງການຮ່ວມມືສ້າງສູນຄົ້ນຄວ້າ, ວິໄຈຢາງພາລາລາວ

1 (4) 1 (6)

ເພື່ອປະຕິບັດນະໂຍບາຍລວມຂອງລັດຖະບານ ໃນການຍາດແຍ່ງການຊ່ວຍເຫຼືອ, ການຮ່ວມມືທາງດ້ານເຕັກນິກວິຊາການເພື່ອພັດທະນາວຽກງານຢາງພາລາລາວ.ໃນອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້  ສປປ ລາວ ແລະ ກຸ່ມບໍລິສັດພັດທະນາກະສິກໍາຢູນນານ ຈໍາກັດ ສປ.ຈີນ ໄດ້ມີພິທີເຊັນສັນຍາ ໂຄງການຮ່ວມມືສ້າງສູນຄົ້ນຄວ້າ, ວິໄຈຢາງພາລາລາວ ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້, ທ່ານ ລີ ສື່ຈຸ່ນ  ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດພັດທະນາກະສິກໍາຢູນນານ ຈໍາກັດ. ມີບັນດາຫົວໜ້າກົມ-ຮອງກົມ, ສະຖາບັນ, ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

        ທ່ານ ປອ. ສົມບູນ ໄຊຍະວົງ ຮອງຫົວໜ້າສູນຄົ້ນຄວ້າວິທະຍາສາດປ່າໄມ້(ນໍ້າຊ່ວງ) Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ