komkeo

ພິທີ ເປີດການນໍາໃຊ້ ລະບົບເວັບໄຊ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການ

IMG_27882 12695832

ໃນວັນທີ 02 ກຸມພາ 2016 ທີ່ສະໂມສອນຂອງ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ມີການເປີດໂຕເວັບໄຊຂອງ ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນທາງການຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ພວງ​ປາຣິສັກ ປຣະວົງ​ວຽງ​ຄຳ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ທັງເປັນຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານໄອຊີທີຂອງກະຊວງ ເປັນຜູ້ກົດປຸ່ມເປີດເວັບໄຊ ຢ່າງເປັນທາງການ ພ້ອມດ້ວຍຄະນະກົມ, ຮອງກົມ, ກະຊວງອ້ອມຂ້າງ ແລະ ຄະນະ​ວິຊາ​ການ ທີ່​ກ່ຽວຂ້ອງ ເຂົ້າຮ່ວມຫລາຍກ່ວາ 35 ທ່ານ. ເວັບໄຊກະຊວງ ແມ່ນເພື່ອເປັນບ່ອນເຊື່ອມໂຍງບັນດາລະບົບຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບກະສິກຳ ແລະ ປ່າໄມ້ໃນລາວທີມີຢູ່ເຂົ້າໄວ້ນຳກັນເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິ່ງໄດ້ງ່າຍ ແລະ ເປັນແຫລ່ງຂໍ້ມູນຂ່າວສານທີ່ເປັນທາງການ ຂອງວຽກງານການພັດທະນາກະສິກໍາເປັນບ່ອນສັງລວມ ແລະເຜີຍແຜ່ ບັນດາຂໍ້ມູນຂ່າວສານກ່ຽວກັບກະສິກຳໃນລາວ ແລະ ເປັນອີກບ່ອນໜຶ່ງໃນການຖ່າຍທອດບັນດາຄວາມຮູ້ແລະ ເຕັກໂນໂລຍີການຜະລິດກະສິກຳເພື່ອໃຫ້ສັງຄົມສາມາດເຂົ້າໄປນຳໃຊ້ໄດ້ງ່າຍ ແລະ ເປັນບ່ອນໂຄສະນາວຽກງານແລະພ້ອມທັງຊ່ວຍໃນການປະສານງານ ໃຫ້ແກ່ອົງການຈັດຕັ້ງທີຂຶ້ນກັບ ກໍ່ຄື ກົມ ພະແນກ ສູນ ໂຄງການຕ່າງໆ Continue reading

ສປປ ລາວ ເລັ່ງຂະຫຍາຍເນື້ອທີ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ

1915835

ໃນວັນທີ 29 ທັນວາ 2015 ທີ່ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນທັງເປັນຫົວໜ້າຄະນະຊີ້ນຳໂຄງການດັ່ງກ່າວ ເຊິ່ງມີທ່ານລັດຖະມົນຕີວ່າການ,ບັນດາລັດຖະມົນຕີຊ່ວຍວ່າການ, ກົມກອງທີ່ກ່ຽວຂ້ອງ ແລະ ຕາງໜ້າຄະນະນຳຈາກບັນດາທ້ອງຖິ່ນ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະຫລຸບ ແລະ ລາຍງານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ ໂຄງການຄ້ຳປະກັນສະບຽງອາຫານ ແລະ ໂຄງການສົ່ງເສີມການຜະລິດເປັນສິນຄ້າ ໃນຕະຫຼອດໄລຍະ ເກືອບ 2 ປີທີ່ຜ່ານມາ ໂດຍສະເພາະ ການຜະລິດເຂົ້າ ແລະ ສັດ ເຊິ່ງເຫັນວ່າ ໃນປີທີ່ຜ່ານມາ ການຜະລິດເຂົ້າ ໃນ 10 ແຂວງເປົ້າໝາຍ ສູງເຖິງ 3,2 ລ້ານກວ່າໂຕນ ໃນເນື້ອທີ່ 786 ພັນເຮັກຕາ ກວມເຖິງ 85% ຂອງການຜະລິດເຂົ້າທົ່ວປະເທດ Continue reading

ປະກາດ​ແຕ່ງຕັ້ງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ​ ​​ແລະ ປ່າ​ໄມ້ຄົນໃໝ່

ພິທີປະກາດແຕ່ງຕັ້ງທ່ານ ດຣ ບຸນຂວາງ ຄຳບຸນເຮືອງ ແລະ ທ່ານ ທອງພັດ ວົງມະນີເປັນລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ຄົນໃໝ່ ແລະ ໃຫ້ທ່ານ ດຣ ຕີ ພົມມະ​ສັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ອອກຮັບນະໂຍບາຍບຳນານ, ພ້ອມແຕ່ງຕັ້ງທ່ານ ສົມພັນ ຈັນ​ເພັງ​ໄຊ ​ເປັນ​ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ແລະ ທ່ານຊຸ​ຊາດ ​ໄຊ​ຍະ​ກຸມມານ ​ເປັນ​ຫົວໜ້າ​ກົມ​ປ່າ​ໄມ້​ຄົນ​ໃໝ່, ໄດ້ຈັດຂຶ້ນໃນບ່າຍວັນທີ 6 ພະຈິກຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ດຣເພັດ ພົມພິພັກ ແລະ ພະນັກງານຂັ້ນນຳຂອງກະຊວງດັ່ງກ່າວ, ເພື່ອປະຕິບັດຕາມລັດຖະດຳລັດ​ຂອງ​ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

Continue reading

ກອງປະຊຸມ ກະສິກຳ ແລະ ປ່າໄມ້ ທົ່ວປະເທດວັນທີ 16 ກັນຍາ 2014

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2014 ທີ່ສະໂມສອນໃຫຍ່ຂອງສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ແຫ່ງຊາດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຕີລາຄາການຜະລິດລະດູຝົນປີນີ້ ແລະ ກະກຽມໃສ່ການຜະລິດລະດູແລ້ງ 2015 ຂຶ້ນ, ໂດຍການເປັນປະທານຂອງທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ບັນດາຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທີ່ມາຈາກທົ່ວປະເທດເຂົ້າຮ່ວມ ທັງໜົດ 180 ທ່ານ.

ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກ່າວໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ເປັນການປຶກສາຫາລືທີ່ມີລັກສະນະວິຊາການ ແລະ ມີຄວາມສຳຄັນທີ່ຈະ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນທີ່ໄດ້ວາງໄວ້ບົນຈິດໃຈ 4 ບຸກທະລຸໃນການຜະລິດລະດູ ຝົນ ປີ 2014 ແລະ ເປັນການກະກຽມໃສ່ການຜະລິດລະດູແລ້ງ 2015 ທີ່ຈະໄດ້ດຳເນີນເປັນເວລາ 2 ວັນ (16-17 ກ�ຍຕົວຂອງຂະແໜງກະສິກຳ ແລະ ປ່າໄມ້ ສົກປີນີ້ ຢູ່ໃນລະດັບ 2,9%, ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນໄດ້ 24,4%. Continue reading

ກະຊວງກະສິກຳແລະປ່າໄມ້ ເລີ່ມບາດກ້າວເຂົ້າສູ່ລະບົບຂໍ້ມູນຂ່າວສານເທັກໂນໂລຢີ (ໄອຊີທີ)

ເພື່ອເປັນການປັບປຸງວຽກງານການບໍລິຫານພາກລັດ ແລະ ພັດທະນາການໄຫລວຽນຂອງຂໍ້ມູນຂ່າວສານທາງດ້ານກະສິກຳ ແລະ ປ່າໄມ້ໃຫ້ມີບົດບາດ ກ້າວໃໝ່ ແລະປະສິດທິຜົນຫລາຍຂຶ້ນກວ່າເກົ່າ, ພ້ອມກັນນີ້ກໍ່ເພື່ອເປັນການຫັນໄປສູ່ຄວາມທັນສະໄໝຂອງການຄຸ້ມຄອງ ແລະ ບໍລິ ການເຜີຍແຜ່ຂໍ້ມູນຂ່າວ ສານອອກສູ່ວົງກວ້າງໃຫ້ໄດ້ຫລາຍຂຶ້ນ. ສະນັ້ນ, ໃນຄັ້ງວັນທີ 04 ມີຖຸນາ 2014 ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດໄດ້ເປິດກອງປະຊຸມ ປຶກສາຫາຫລືການພັດທະນາວຽກງານຂໍ້ມູນຂ່າວສານເທັກໂນໂລຍີ ໃນຂົງເຂດວຽກງານກະສິກຳແລະປ່າໄມ້ໃຫ້ກຽດ ເປັນປະທານໂດຍທ່ານ ດຣ  ພວງປາຣິ ສັກ ປາວົງວຽງຄຳ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ແລະບັນດາການນຳຂັ້ນກົມ ແລະວິຊາການອ້ອມຂ້າງກະຊວງກະສິກຳ ປ່າໄມ້ເຂົ້າຮ່ວມຫລາຍກວ່າ 40 ທ່ານ

ພິທີເໍັຊັນສັນຍາຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສາທາລະນະລັດ ອິນເດຍ

000001

ເພື່ອເປັນຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງ ກອງປະຊຸມ ກໍາມະທິການຮ່ວມ ກ່ຽວກັບ ການຮ່ວມມື ສອງຝ່າຍລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສາທາລະນະລັດ ອິນເດຍ ຄັ້ງທີ 7 ໃນວັນທີ 9 ກັນຍາ (9) 2013 ທີ່ ນະຄອນຫຼວງວຽງຈັນ, ພິທີເຊັນລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ຂອງ ໂຄງການຊົນລະກະເສດ ແລະ ໂຄງການກໍ່ສ້າງວິທະຍາໄລກະສິກໍາ ພາກໃຕ້ ທີ່ແຂວງຈໍາປາສັກ ລະຫວ່າງ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະບໍລິສັດທີ່ປຶກສາ ເວບໂຄດ ( WAPCOS ) ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ (7) 2014 ທີ່ ກະຊວງ ກະສິກໍາ ແລະປ່າໄມ້, ໂດຍມີ ພະນະທ່ານ ວິໄລວັນ ພົມເຂ, ລັດຖະມົນຕີວ່າການ ກະຊວງ ກະສິກໍາ ແລະ ປ່າໄມ້, ພະນະທ່ານ ດຣ ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກໍາ ແລະປ່າໄມ້ ແລະ ທ່ານ C. Kururaj RAO, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວເຂົ້າຮ່ວມເປັນພິຍານຈຸດປະສົງຂອງ ການເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນທີ່ມີຢູ່ ລະຫວ່າງສອງປະເທດໂດຍການນໍາໃຊ້ ການບໍລິການ ແລະ ປະສົບການດ້ານວິຊາການຂອງບໍລິສັດ ທີ່ປຶກສາ WAPCOS ຈໍາກັດ. ບໍລິສັດ ທີ່ປຶກສາ WAPCOS ຈໍາກັດແມ່ນລັດວິສະຫະກິດທີ່ຂຶ້ນກັບກະຊວງຊັບພະຍາກອນນໍ້າ, ໄດ້ດໍາເນີນການສຶກສາແລະ ເຮັດບົດລາຍງານ ຄວາມເປັນໄປໄດ້ໃນການສ້າງທັງສອງໂຄງການ. ໃນປະຈຸບັນ, ບໍລິສັດດັ່ງກ່າວແມ່ນໃຫ້ການບໍລິການ ໃຫ້ການປຶກສາ ດ້ານການຄຸ້ມຄອງໂຄງການ ສໍາລັບບັນດາເຂື່ອນເກັບນໍ້າ ຢູ່ແຂວງໄຊຍະບູລີ, ສະຫວັນນະເຂດ ແລະ ວຽງຈັນ. Continue reading

ນັບແຕ່ວັນສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາ ພັກ ແລະ ລັດຖະບານໄດ້ເປັນຫ່ວງເປັນໄຍເອົາໃຈໃສ່ ວາງແນວທາງນະໂຍບາຍ ອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ໂດຍຖືເອົາການງານ ກະສິກຳ ແລະ ປ່າໄມ້ ເປັນພື້ນຖານໃຫ້ແກ່ ການກໍ່ສ້າງ ແລະ ຂະຫຍາຍ ອຸດສາຫະກຳພາຍໃນປະເທດໃຫ້ຈະເລີນກ້າວຂື້ນເທື່ອລະກ້າວ.ທຸກມະຕິຂອງສູນກາງກໍ່ມີການກຳນົດແນວທາງນະໂຍບາຍ ແລະ ຄາດຫມາຍ ລະອຽດ ກ່ຽວກັບ ວຽກງານກະສິກຳ ແລະ ປ່າໄມ້. ຢູ່ໃນແຜນພັດທະນາເສດຖະກິດ ສັງຄົມ ຂອງລັດຖະບານ ແຕ່ປີ 1978-1980 (ແຜນພັດທະນາ ເສດຖະກິດ-ສັງຄົມ 3ປີ) ແລະແຜນ 5 ປີ (1981-1985) ສະບັບທີ I ຫາສະບັບທີ V (2001-2005) ກໍ່ໄດ້ບູລິມະສິດໃນການສູມທືນ ຮອນໃສ ໃນການພັດທະນາທາງດ້ານກະສິກຳ-ປ່າໄມ້ແລະ ກໍ່ສ້າງພະນັກງານໃນຂະແຫນງການ ຈົນເຮັດໃຫ້ຂະແຫນງການດັ່ງກ່າວ ໄດ້ຮັບການພັດທະນາເລື້ອຍມາ.

ພວກເຮົາເຫັນແຈ້ງວ່າ ຜ່ານໄລຍະ 30 ປີ ແຫ່ງການສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນໂດຍສະເພາະໃນຊວງ 20 ປີ ແຫ່ງການດຳເນີນພາ ລະກິດປ່ຽນແປງໃຫມ່ມານີ້, ຂະແຫນງການ ກະສິກຳ ແລະ ປ່າໄມ້ ໄດ້ຕັ້ງຫນ້າປະກອບສ່ວນ ເພື່ອເຮັດໃຫ້ແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ປາກົດຜົນເປັນຈີງ.

ໃນຊຸມປີຜ່ານມານີ້, ພວກເຮົາສູມໃສປັບປຸງ ວິທີການລົງຊຸກຍູ້ ສ້າງຂະບວນການ ການຜະລິດ ກໍ່ຄືການສ້າງຜື້ນຖານໂຄງລາງ ໄປພ້ອມໆ ກັນ ເຊີ່ງສະແດງ ອອກໃນການຜັນທິດເອົາພະນັກງານວິຊາການລົງຮາກຖານ ຊ່ວຍແຂວງ, ເມືອງ ແລະ ບ້ານ ນຳເອົາແນວພັນ ແລະ ເຕັກນິກໃຫມ່ ເພື່ອສົ່ງເສີມຊາວກະສິກອນ, ສ້າງຄອບຄົວຕົວ ແບບ ແນ່ໃສ່ແກ້ບັນຫາການຜະລິດສະບຽງອາຫານ ແລະ ການຜະລິດເປັນສີນຄ້າ.ໃຫ້ສຳເລັດຜົນ. ພ້ອມດຽວກັນນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍອຳນາດການປົກຄອງຖ້ອງຖິນ ກໍ່ໄດ້ຊອກຫາວິທີການແແກ້ໄຂ ແລະ ນຳໃຊ້ບັນດາມາດຕະການໃນການປັບປຸງ ແລະ ຂະຫຍາຍ ຊົນລະປະທານ ດ້ວຍຫລາຍຂະຫນາດ ເພື່ອຕ້ານໄພແລ້ງ, ຕ້ານນ້ຳຖ້ວມ, ຊຸກຍູ້ການພະລິດຂອງ ປະຊາຊົນໃຫ້ມີການຂະຫຍາຍຕົວດ້ວຍການສົ່ງເສີມເຮັດກະເສດສຸມ, ຂະຫຍາຍໂຄງລາງພື້ນຖານ ວັດຖຸເຕັກນິກ, ການກໍ່ສ້າງສູນ, ສະຖານີ ຂະຫຍາຍພັນພືດ, ພັນສັດ ໂຮງງານເມັດພັນ, ໂຮງງານອາຫານສັດ, ໂຮງງານຝຸນຊີວະພາບ ປາ ແລະ ແນວພັນໄມ້ອຸດສາຫະກຳ ຂະຫຍາຍກຳ ລັງການຜະລິດ ດ້ວຍວິທີນຳໃຊ້ກົນຈັກ ເຮັດໃຫ້ຜົນຜະລິດກາຍເປັນສີນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ.ໄປຄຽງຄູ່ກັນໄປນັ້ນ, ດ້ານຄຸ້ມຄອງມະຫາພາກ ໃນການພັດທະນາ ກະສິກຳ-ປ່າໄມ້ ພວກເຮົາໄດ້ອອກແຮງຄົ້ນຄວ່າ ແລະ ສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ສ້າງ ລະບົບກົດຫມາຍ ເພື່ອຄຸ້ມຄອງວຽກງານອອກເປັນແຕ່ລະໄລຍະ. ມາຮອດປະຈຸບັນ ມີກົດຫມາຍຈຳນວນ 4ສະບັບຄື: ກົດຫມາຍວ່າດ້ວຍກະສິກຳ, ກົດຫມາຍວ່າດ້ວຍ (ຂໍອະໄພຍັງບໍ່ທັນໄດ້ຂໍ້ມູນ) ແມ່ນ້ຳຂອງ ຊຶ່ງແມ່ນແມ່ນ້ຳໃຫຍ່ ໄຫຼຜ່ານ 12 ແຂວງ ແລະ ມີຄວາມຍາວ ແຕ່ເໜືອຮອດໄຕ້ ຂອງປະເທດປະມານ 1.800 ກິໂລແມັດ ພ້ອມດ້ວຍສາຂາຄື: ນ້ຳອູ, ນ້ຳຄານ, ນ້ຳງື່ມ, ນ້ຳກະດິງ, ເຊບັ້ງໄຟ, ເຊບັ້ງຫຽງ, ເຊໂດນ, ເຊຂະໝານ ແລະ ເຊກອງ, ຊຶ່ງເປັນທ່າແຮງ ໃຫ້ແກ່ ການປູກຝັງ ແລະ ລ້ຽງສັດ.

ພູມອາກາດ ສ່ວນໃຫຍ່ແມ່ນລະດູຝົນ ທີ່ມີອຸນຫະພູມສູງ ແລະ ມີຄວາມຊຸ່ມຕະຫຼອດປີ ມີລະດັບນ້ຳຝົນສູງລະຫວ່າງ ກາງເດືອນເມສາ ຫາ ກາງເດືອນ ຕຸລາ, ເຖິງຢ່າງໃດກໍ່ຕາມ ເພື່ອຮັບປະກັນ ລະດັບນ້ຳໃນການຜະລິດເຂົ້ານາປີ ຈຳເປັນຕ້ອງມີນ້ຳຝົນ ປະມານ 200 ມມ ຕໍ່ເດືອນແຕ່ຝົນຕົກຕົວຈິງມັກຈະບໍ່ໄດ້ລະດັບຕະຫຼອດໄລຍະເດືອນຕ່າງໆ ລະຫວ່າງເດືອນ ພຶດສະພາ ຫາ ເດືອນ ກັນຍາ.

ຊັບພະຍາກອນປ່າໄມ້:

ຜົນການສຳຫຼວດປ່າໄມ້ ປີ 1989 ໄດ້ຢັ້ງຢືນຢ່າງເປັນທາງການວ່າ ສປປ ລາວ ມີເນື້ອທີ່ປ່າໄມ້ ປະມານ 47% ຫຼື ປະມານ 11,2 ລ້ານ ເຮັກຕາ. ມີປ່າສະຫງວນແຫ່ງຊາດ 20 ແຫ່ງ, ເຂດເຊື່ອມຕໍ່ 2 ເຂດ, ປ່າສະຫງວນຂອງແຂວງ 57 ແຫ່ງ, ປ່າສະຫງວນຂອງເມືອງ 144 ແຫ່ງ, ປ່າປ້ອງກັນ

ຂອງແຂວງ 23 ແຫ່ງ ແລະ ປ່າປ້ອງກັນຂອງເມືອງ 52 ແຫ່ງ ເຮັດໃຫ້ທົ່ວປະເທດ ມີເນື້ອທີ່ປ່າອະນຸລັກ ທັງໝົດ 5,3 ລ້ານເຮັກຕາ ຫຼື 22,6 % ຂອງເນື້ອທີ່ທັງໝົດຂອງປະເທດ. ຊັບພະຍາກອນປ່າໄມ້ ມີບົດບາດສຳຄັນ ຕໍ່ການສ້າງລາຍຮັບຂອງປະເທດ, ເປັນແຫຼ່ງສະບຽງອາຫານ ແລະ ແຫຼ່ງລາຍໄດ້ເພີ່ມຂອງຄອບຄົວຊາວຊົນນະບົດ.

ຊີວະນາໆພັນ:

ສປປ ລາວ ເປັນປະເທດໜຶ່ງ ທີ່ມີຄວາມອຸດົມສົມບູນ ທາງດ້ານຊີວະນາໆພັນ ໂດຍມີພັນພຶດ ແລະ ພັນສັດ ຢ່າງຕ່ຳ 8.100 ຊະນິດ, ໃນນີ້ມີ: ສັດເລືອຄານແລະ ເຄີ່ງບົກເຄີ່ງນ້ຳ 166 ຊະນິດ, ນົກ 700 ຊະນິດ ແລະ ສັດລ້ຽງລູກດ້ວຍນ້ຳນົມ 11 ຊະນິດ, ປາ ຈຳນວນ 87 ຕະກຸນ.

ສປປ ລາວ ເປັນສູນກາງແຫຼ່ງກຳເນີດຂອງເຂົ້າໜຽວ ແຫ່ງສຳຄັນອັນດັບທີ່ 2 ຂອງໂລກ ທີ່ມີແນວພັນເຂົ້າພື້ນເມືອງ ຫຼາຍກ່ວາ 13.000 ຊະນິດ. ນອກນີ້ ກໍ່ຍັງມີຊັບພະຍາກອນແຮ່ທາດ ທີ່ຍັງບໍ່ທັນໄດ້ຂຸດຄົ້ນຢ່າງຫຼວງຫຼາຍ, ມີແຫຼ່ງທຳມະຊາດ ທີ່ງົດງາມ, ມີ ສະຖານທີ່ປະຫວັດສາດ ແລະ ວັດທະນະທຳ ທີ່ມີຊື່ສຽງຫຼາຍແຫຼ່ງ ແລະ ອື່ນໆ.

ປະເທດໄດ້ແບ່ງເຂດບໍລິຫານເປັນ 16 ແຂວງ 1 ນະຄອນຫຼວງ ແລະ 1 ເຂດພິເສດ, ມີທັງໝົດ 445.000 ຄົວເຮືອນ ໃນ 11.500 ບ້ານ ມີພົນລະເມືອງທັງໝົດ ປະມານ 5.8000.000 ຄົນ (ປີ 2005).

ພາກເຫນືອ: ປະກອບມີແຂວງ ບໍ່ແກ້ວ, ຫົວພັນ, ຫລວງນ້ຳທາ, ຫລວງພະບາງ, ອຸດົມໄຊ, ຜົ້ງສາລີ, ໄຊຍະບູລີ ແລະ ຊຽງຂວາງ (8ແຂວງ)

ພາກກາງ: ປະກອບມີ ແຂວງວຽງຈັນ, ເຂດພິເສດໄຊສົມບູນ, ນະຄອນຫລວງວຽງຈັນ, ຄຳມ່ວນ,ບໍລິຄຳໄຊ ແລະ ສະຫວັນນະເຂດ(4ແຂວງ 1ນະຄອນຫລວງ ແລະ 1 ເຂດພິເສດໄຊສົມບູນ)

ພາກໃຕ້: ປະກອບມີ ແຂວງ ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ(4ແຂວງ)

ການຍພັດທະນາຕາມເຂດແຄ້ວນ

ການພັດທະນາເຂດທົ່ງພຽງ:

ນະໂຍບາຍ: ສົ່ງເສີມການຜະລິດ ເຮັດໃຫ້ການຜລິດມີການຂະຫຍາຍຕົວ ດ້ວຍຈັງຫວະທິ່ຫນັກແຫນ້ນ ຢູ່ເຂດທົ່ງພຽງ ລຽບຕາມແມ່ນ້ຳຂອງ ເພື່ອຮັບປະກັນສະບຽງອາຫານ ແລະ ຍູ້ແຮງການຜະລິດ ສິນຄ້າດ້ານ ກະສິກຳ, ການລ້ຽງສັດ, ການລ້ຽງປາ ເພື່ອສະຫນອງໃຫ້ແກ່ການຊົມໃຊ້ພາຍໃນ ແລະ ເປັນຂາອອກ.

ຍຸດທະສາດ: ພັດທະນາ, ຟື້ນຟູ ແລະ ຂະຫຍາຍ ລະບົບຊົນລະປະທານ, ສ້າງຄວາມແຂ້ມແຂງໃຫ ຊຸມຊົນ ໃນການຄຸ້ມຄອງນຳໃຊ້ ລະບົບຊົນລະປະທານ, ປັບປຸງລະບົບການຜະລິດກະສິກຳ, ເຮັການຜະລິດແບບສຸມ, ຍົກຜະລິດຕະພາບການປູກຝັງ, ການລ້ຽງສັດ ແລະ ການລ້ຽງປາ. ຊຸກຍູ້ການລົງ ທືນທຸກພາກສ່ວນເສດຖະກິດ, ນຳໃຊ້ເຕັກນິກຫລັງການເກັບກ່ຽວ ແລະ ສົ່ງເສີມການປຸງແຕ່ງຜະລິດຕະພັນ ກະສິກຳ ຂະຫນາດນ້ອຍ ແລະ ຂະຫນາດກາງ ເພື່ອເພີ້ມມູນຄ່າ.

ຍຸດທະສາດສະເພາະດ້ານຄວນເນັ້ນຫນັກໃສ່: ນຳໃຊ້ຊົນລະປະທານທີ່ໄດ້ສ້າງຂື້ນ ຢ່າງມີປະສິດທິຜົນ ສູງ, ສ້າງຄວາມແຂັ້ມແຂງໃຫ້ຊົມຊົນ ໃນການຄຸ້ມຄອງນຳໃຊ້ລະບົບຊົນລະປະທານ, ປັບປຸງລະບົບການຜະລິດ ກະສິກຳ ທີ່ບໍ່ທຳລາຍສະພາບເວດລ້ອມ ໂດຍການຳໃຊ້ເຕັກນິກ ປ້ອງກັນພືດແບບປະສົມປະສານ ແລະ ການຜະລິດກະສິກຳອິນຊີ, ເຮັດການຜະລິດແບບສຸມ, ຄົ້ນຄ້ວານຳໃຊ້ທົດລອງ, ທົດສອບສາທິດແບບບຸລິມະສິດ, ເລືອກເຟັ້ນເອົາຕິກນິກທີ່ເຫມາະສົມໃນເຂດຕ່າງໆ ເພື່ອຂະຫຍາຍອອກສູ່ ທາງກວ້າງ, ສົ່ງເສີມການນຳໃຊ້ແນວພັນພືດ, ກໍ່ສ້າງພະນັກງານລະດັບຕ່າງໆ ໂດຍສະເພາະພະນັກງານ ສົ່ງເສິມລະດັບເມືອງ, ນັກວິຊາການສະເພາະດ້ານຂອງແຂວງ ເພື່ອການສົ່ງເສີມຊາວກະສິກອນ ຕາມຄວາມຕ້ອງການຂອງເຂົາເຈົ້າ. ຊຸກຍູ້ການຜະລິດສິນຄ້າ ເພື່ອຄ້າຂາຍຕາມຊາຍແດນ ກັບປະເທດໃກ້ຄຽງ, ປັບປຸງອອກລະບຽບການ ໃນການດຳເນີນທຸລະກິດ, ສົ່ງເສີມດ້ານການຕະຫລາດ ຕາມກົນໄກຕະຫລາດ ທີ່ມີຫລັກການ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ