ທ່ານຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ເຂົ້າຮ່ວມພິທີເປີດນໍ້າຊົນລະປະທານ ແລະ ການຜະລິດລະູດູແລ້ງ

IMG_9967

IMG_9971IMG_9977

            ເພື່ອປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ກຳນົດໜ້າທີ່ ແລະ ວຽກງານຈຸດສຸມສໍາລັບວຽກງານການພັດທະນາກະສິກຳ ແລະ ປ່າໄມ້ ໄປສູ່ກະສິກຳແບບປະສົມປະສານ, ຕິດພັນກັບກຳລັງແຮງຂອງກົນໄກການຕະຫຼາດຫັັນເປັນອຸດສາຫະກຳທີ່ທັນສະໄໝ, ຕິດພັນກັບການຂະຫຍາຍຕົວຂອງຊຸມຊົນ ແລະ ການສ້າງເປັນຕົວເມືອງນ້ອຍໃນຊົນນະບົດ, ນຳໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນບວກກັບການລົງທຶນທັງພາຍໃນແລະຕ່າງປະເທດ,ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ກໍ່ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊົນລະປະທານທີ່ໄດ້ກຳນົດເອົາວັນທີ 3 ພະຈິກ ຂອງທຸກໆປີໃຫ້ເປັນວັນຊົນລະປະທານແຫ່ງຊາດ. ສະນັ້ນ, ໃນວັນທີ 15 ພະຈິກ 2017 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພະລານໄຊ ຮ່ວມກັບກຸ່ມຊາວນາໂຄງການພະນົມໄຊ ກໍ່ຄືປະຊາຊົນເມືອງພະລານໄຊ ໄດ້ຈັດພິທີເປີດນຳໃຊ້ນໍ້າຊົນລະປະທານ ສຳລັບການຜະລິດລະດູແລ້ງຢູ່ທີ່ບ້ານພະນົມໄຊ, ເມືອງພະລານໄຊ, ແຂວງ ສະຫວັນນະເຂດ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄຳບຸນເຮືອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ພ້ອມ​ທັງ​ເປັນ​ຮອງ ລັດຖະມົນຕີ​ກະຊວງ ກະສິກໍາ ​ແລະ ປ່າ​ໄມ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານເຈົ້າເມືອງໆພະລານໄຊ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

              IMG_0048  IMG_0045

           ໂຄງການຊົນລະປະທານຈັກສູບນໍ້າບ້ານພະນົມໄຊ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ 10 ປີ 1998 (ໄລຍະເລັ່ງລັດ) ໃນໄລຍະນັ້ນພາກສ່ວນລັດແມ່ນໄດ້ຕິດຕັ້ງລະບົບຫົວງານ, ສ່ວນລະບົບຄອງເໝືອງແມ່ນປະຊາຊົນຂຸດເອົາເອງ ຈຶ່ງມີຄວາມຫຍຸ້ງຍາກໃນການແຈກຢາຍນໍ້າ ແລະ ຕົ້ນທຶນການຜະລິດກໍ່ສູງ. ມາຮອດປີ 2016 ທາງພັກລັດກໍ່ຄືກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ຟື້ນຟູ-ປັບປຸງລະບົບຫົວງານ ແລະຄອງເໝືອງຄືນໃໝ່ໄປຕາມທິດຫັນເປັນທັນສະໄໝເທື່ອລະກ້າວ ໂດຍໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB) ໂດຍແມ່ນບໍລິສັດໜູຄໍາກໍ່ສ້າງ ແລະ ບໍລິສັດໄຊຍະເສນກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າ1.400.000 ໂດລາສະຫະລັດ ແລະ ໄດ້​ສໍາ​ເລັດ​ການກໍ່ສ້າງ​ໃນ​​ເດືອນ​ພຶດສະພາ ປີ 2017.  ​ເຊິ່ງມີຈັກສູບນໍ້າ 3 ເຄື່ອງ ຂະໜາດ 75 ກິໂລວັດ, ມີ​ຄອງ​ສົ່ງ​ນໍ້າ 11 ​ເສັ້ນ ​ເຮັດ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ມີ​ຄວາມ ຍາວ 7,6 ກິ​ໂລ​ແມັດ, ຄອງ​ເໝືອງຍາວ 6,5 ກິ​ໂລ​ແມັດ, ຄອງ​ລະບາຍ​ນໍ້າຍາວ 3 ກິ​ໂລ​ແມັດ, ສາມາດຫົດເນື້ອທີ່ການຜະລິດໄດ້ 250 ເຮັກຕາ ​. ຫຼັງຈາກນັ້ນ, ທ່ານສະ ມາຊິກສະພາແຫ່ງຊາດເຂດເລືອກຕັ້ງ 13 ກໍ່ໄດ້ລັ່ນຄ້ອງ 9 ບາດ ແລະ ໄດ້ຕັດແຖບຜ້າເພື່ອເປັນສິລິມຸງຄຸນ. ພາຍຫຼັງສຳເລັດພິທີເປີດນໍ້າຊົນລະປະທານແລ້ວ ກໍ່ໄດ້ສັກຢາວັກຊິນກັນພະຍາດສັດເຊັ່ນ: ອະຫິວາ ແລະ ນິວຄັດເຊິນ ໃຫ້ແກ່ສັດລ້ຽງ ແລະ ກໍ່ໄດ້​ໄປເບິ່ງການສາທິດ​ເຕັກນິກການປູກເຂົ້າແບບປະຫຍັດຕົ້ນທຶນເຊັ່ນ: ການປູກເຂົ້າແບບນາຢອດແຫ້ງ, ຢອດປຽກ, ນາຫວ່ານຫຼືພົ່ນແບບໃຊ້ເຄື່ອງຈັກ.

ຂຽນໂດຍ: ເຂັມມະໄລສົນດາວັນ

ກວດແກ້:ທ່ານ ນ. ປ້ອມ ​ພັນທະ​ວົງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ