ແຜນທີ່ພູມອາກາດ ສໍາລັບ ສ ປປລາວ

 

ແຜນທີ່ ພູມອາກາດແມ່ນຫຍັງ (climate maps), ມີຄວາມຈໍາເປັນ ແລະ ສໍາຄັນຄືແນວໃດ, ສປປລາວສ້າງແຜນທີ່ດັ່ງກ່າວແນວໃດ ແລະ ແຜນທີ່ດັ່ງກ່າວມີຜົນປະໂຫຍດແນວໃດ ໃນໂຂງເຂດວຽກງານກະສິກໍາ, ປ່າ ໄມ້ ແລະ ການພັດທະນາຊົນນະບົດ. ນີ້ແມ່ນເຫດຜົນທີ່ສໍາຄັນອັນນື່ງ ທີ່ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງມີກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳເປັນຕົວແທນ ແລະ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສີ່ງແວດລ້ອມ ໂດຍມີກົມອຸຕຸນິຍົມ ແລະ ອຸທົກກະສາດເປັນຕົວແທນ ໄດ້ພ້ອມກັນພັດທະນາ ແລະ ສ້າງແຜນທີ່ດັ່ງກ່າວນີ້ຂຶ້ນ ພາຍ​ໃຕ້ໂຄງການສ້າງຄວາມເຂັ້ມແຂງລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານອຸ​ຕຸ​ກະ​ເສດ ໄລຍະທີ 1: 2015-2020 (ຊາມິສ-1) ຊຶ່ງໄດ້ຮັບການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ເຕັກໂນໂລຍີ ຈາກອົງການອາຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ.

ພູມອາກາດ (Climat): ແມ່ນໝາຍເຖິງຜົນລວມຂອງສະພາບອາກາດ (Weather) ໃນພື້ນທີ່/ເຂດໃດນຶ່ງທົ່ວໄປ ຫຼື ໃນໄລຍະເວລາທີ່ຍາວນານໃດນຶ່ງ. ສະນັ້ນ, ແຜນທີພູມອາກາດແມ່ນໝາຍເຖິງຄ່າສະເລ່ຍຕົວແປພູມອາກາດ ຂອງພື້ນທີ່/ເຂດສະເພາະໃດໜຶ່ງ ທີ່ໄດ້ຜ່ານການຕິດຕາມ-ສັງເກດ ເປັນໄລຍະເວລາທີ່ຍາວນານສົມ ຄວນ.

ໃນເງື່ອນໄຂຂອງສະພາບດິນຟ້າອາກາດຂອງໂລກໃນປະຈຸບັນນີ້ ທີ່ມີການປ່ຽນແປງຢ່າງຫຼວງຫຼາຍ ແລະ ມັນໄດ້ສົ່ງຜົນກະທົບໄປໃນຫຼາຍຂົງເຂດ ຂອງສັງຄົມມະນຸດພວກເຮົາຢ່າງກວ້າງຂວາງ ເຊັ່ນ: ຝົນຕົກບໍ່ຖືກຕ້ອງ ຕາມລະດູການ, ເກີດໄພນໍ້າຖ້ວມ, ໄພແຫ້ງແລ້ງ, ພາຍຸລົມແຮງ, ເກີດການລະບາດຂອງສັດຕູພືດທໍາລາຍຜົນລະ ປູກ ແລະ ອື່ນໆ. ຈາກບັນຫາທີ່ກ່າວມາເລົ່ານີ້, ມັນໄດ້ຮຽກຮ້ອງໃຫ້ໂລກເຮົາ ໂດຍ​ສະ​ເພາະແມ່ນ ສປປ ລາວ ຕ້ອງມີວິທີ ແລະ ມາດຕະການເພື່ອຮັບມື ແລະ ແກ້ໄຂບັນຫາ ຫຼື ການປັບຕົວເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດຢ່າງທັນການ ແລະ ມີວິທະຍາສາດ ຊຶ່ງໜຶ່ງໃນນີ້ທີ່ ສປປ ລາວ ໄດ້ມີການລິເລີ່ມແລ້ວກໍ່ແມ່ນແຜນທີ່ພູມອາກາດ. ການສ້າງແຜນທີ່ພູມອາກາດນີ້ແມ່ນມີອຸບປະກອນເຄື່ອງມື, ຂະບວນການ-ຂັ້ນຕອນທີ່ສະລັບຊັບ ຊ້ອນຫຼາຍ ແລະ ທັງເປັນວຽກທີ່ຕ້ອງຮ່ວມມືກັບຫຼາຍພາກສ່ວນ ຊື່ງພາບລວມກ່ຽວກັບຂະບວນການ-ຂັ້ນຕອນ ເບີ່ງຮູບສະແດງ-1 ລຸ່ມນີ້.

ແຜນທີ່ພູມອາກາດນີ້ສາມາດຊ່ວຍໃຫ້ອົງກອນ, ສະຖານບັນຂອງປະເທດ ໃນການສ້າງຂໍ້ມູນທາງດ້ານອຸຕຸວິທະຍາກະສິກຳ (agro – meteorological information) ແລະ ແລກປ່ຽນຄວາມຮູ້ ຂໍ້ມູນ-ຂ່າວສານ ກ່ຽວກັບການຜະລິດກະສິກໍາໄດ້ ແລະ ນອກນີ້ ຍັງສາມາດຊ່ວຍເສີມສ້າງ ລະບົບຂໍ້ມູນ-ຂ່າວສານທາງດ້ານຊັບພະຍາ ກອນດີນທີ່ມີຢູ່ແລ້ວນັ້ນໃຫ້ດີຂື້ນ ຊື່ງຂໍ້ມູນ-ຂ່າວສານເລົ່ານີ້ຈະຊ່ວຍສະໜັບສະໜູນ ການພັດທະນາ ວຽກການກໍານົດເຂດນິເວດກະສິກຳ ແລະ ຈະກາຍເປັນບ່ອນອີງໃຫ້ແກ່ ການອອກແບບ ແລະ ພັດທະນາດ້ານນະໂຍບາຍວ່າດ້ວຍ ກະສິກຳ ແລະ ການປັບຕົວ​ເຂົ້າກັບ​ການ​ປ່ຽນ​ແປງສະພາບດິນຟ້າອາກາດ​ຕໍ່ໄປ.

ການປັບໂຕຕໍ່ການປ່ຽນແປງພູມອາກາດ ແລະ ການຄ້ຳປະ​ກັນສະ​ບຽງອາຫານຂອງ ສ​ປ​ປ​ ລາວ ແມ່ນໄດ້ສ້າງແຜນທີ່ພູມອາກາດປະເທດລາວ ຂອງ 30 ປີທີ່ຜ່ານມາ ໂດຍສ້າງຂື້ນຈາກການສັງເກດສະພາບອາກາດທີ່ໄດ້ຈາກບັນດາສະຖານີວັດແທກອາກາດຕ່າງໆປະຈຳຢູ່ທ້ອງຖິ່ນ ໂດຍຜ່ານລະບົບລັກຊາ (LaCSA) ເພື່ອນຳໃຊ້ຂໍ້ມູນເຂົ້າໄປໃນແບບຈຳລອງສະພາບອາກາດໂລກ (GCMs – General Circulation Models) ແລ້ວຈາກນັ້ນມັນຈະສ້າງແບບຈຳລອງ ສະພາບອາກາດໃຫ້ກັບພາກພື້ນ (RCM). ຂະບວນການດຳເນີນການແມ່ນນຳໃຊ້ເຕັກນິກ ໄດນາມິກຄືດາວສະເກວລິ້ງ, ເຊິ່ງເປັນຂັ້ນຕອນແນໃສ່ເພື່ອເພີ່ມຄວາມລະອຽດ ຂອງແຜນທີ່ ໂດຍການປັບຂໍ້ມູນທີ່ມາຈາກຫຼາຍລະດັບ ແລະ ໃຫ້ແທດເໜາະ ແລະ ຄວບຄຸມພື້ນທີ່ຊ່ອງຫວ່າງ ທີບໍ່ປົກຄູມຈາກຂໍ້ມູນສັງ ເກດການ.

ຜົນໄດ້ຮັບແມ່ນຂໍ້ມູນພູມອາກາດປະເທດລາວລາຍວັນຂອງ 5 ປັດໃຈ ທີ່ມີຄວາມລະອຽດ 5 ກິໂມແມັດ ເຊັ່ນ: ອຸນຫະພູມຕ່ຳສຸດ, ອຸນຫະພູມສູງສຸດ, ປະລິມານນ້ຳຝົນສະສົມ, ຄື້ນລັງສີໄລຍະສັ້ນໂດຍສະເລ່ຍ ແລະ ຄວາມຊຸ່ມສຳພັດໂດຍສະເລ່ຍ.

ແຜນທີ່ຂອງພູມອາກາດໃນຍຸກປະຈຸບັນຊ່ວຍໃຫ້ເຂົ້າໃຈເຖິງສະພາບເງື່ອນໄຂຕ່າງໆ ແລະ ຄາດຄະເນສະ ພາບດິນຟ້າອາກາດໃນອານາຄົດ. ການຄາດຄະເນດິນຟ້າອາກາດຊ່ວຍໃຫ້ເປັນແນວທາງໃນການຕັດສິນໃຈ ທີ່ສຳຄັນຕໍ່ການປັບຕົວເຂົ້າ​ກັບການປ່ຽນແປງດິນຟ້າອາກາດ. ສຳລັບອົງກອນລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ການວິເຄາະ ແລະ ການແປຂໍ້ມູນແຜນທີ່ພູມອາກາດ ແມ່ນເປັນພື້ນຖານເບື້ອງຕົ້ນ ບັນດາແນວຄວາມຄິດການວາງແຜນເປັນຕົ້ນແມ່ນ ການກຳນົດເຂດນິເວດກະສິກຳ (AEZ). ແຜນງານດັ່ງກ່າວ ຈະຊ່ວຍໃຫ້ບັນດາສະຖາບັນແຫ່ງຊາດຫລາຍແຫ່ງ ຜະລິດຂໍ້ມູນຂ່າວສານດ້ານອຸຕຸກະເສດ ແລະ ແລກປ່ຽນຄວາມຮູ້ດ້ານການຜະລິດກະສິກຳ ພ້ອມດ້ວຍສ້າງຄວາມເຂັ້ມແຂງ ໃຫ້ແກ່ຂໍ້ມູນຂ່າວສານຊັບພະຍາກອນທີ່ດິນທີ່ມີຢູ່. ຜົນໄດ້ຮັບຈະໄປສະໜັບສະໜູນ ການເປັນຕົວປ້ອນຂໍ້​ມູນເຂົ້າໃຫ້ແກ່ການພັດທະນານະໂຍບາຍ ກະສິກຳ ແລະ ການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ. ຂໍ້​ມູນດັ່ງກ່າວນີ້ແມ່ນຈະໄດ້ຕີ​ພິມເຜີຍແ​ຜ່ນຳໃຊ້ຜ່ານທາງອອນລາຍ ໃນລະ​ບົບຄຸ້ມຄອງຈັດການຂໍ້​ມູນຊັບພະ​ຍາກອນດິນ (LRIMS).

       

     

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ