ແຂວງຄຳມ່ວນ ຈັດພິທີເປີດປະຕູນ້ຳຊົນລະປະທານປ່ອງທີ 3 ຮັບໃຊ້ການຜະລິດກະສິກຳ

IMG_9339IMG_9333IMG_9342

ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ​. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົດເອົາວັນທີ 3 ພະຈິກຂອງທຸກໆປີເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ແຂວງຄຳມ່ວນໄດ້ສ້າງ​ຂະ​ບວນ​ການ​ອະ​ນາໄມ​ລວງ​ຄອງເໝືອງ ແລະ ປ່ອຍນ້ຳ​ຊົນລະປະທານສະໜອງນໍ້າ​ໃຫ້ແກ່​ເນື້ອທີ່​ການ​ຜະລິດ​ລະດູແລ້ງ ສົກ​ປີ 2017-2018 ໃນ​ວັນ​ທີ 15 ພະຈິກ 2017 ທີ່​ບ້ານຍົມມະລາດໃຕ້ ເມືອງ​ຍົມມະລາດແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ລຽນ ທິ​ແກ້ວ ລັດຖະມົນຕີກະຊວງ​ກະສິ​ກຳແລະ ປ່າໄມ້.ທ່ານຮອງເຈົ້າແຂວງແຂວງ ຄຳ ມ່ວນ, ທ່ານເຈົ້າເມືອງ ຍົມ ມະລາດ ແລະ ບັນດາພາກສ່ວນທີ່ກຽ່ວຂອ້ງ ພ້ອມດ້ວຍອຳນາດການປົກຄອງບ້ານດັ່ງກາວ ເຂົ້າ​ຮ່ວມຢ່າງພ້ອມພຽງ.

ທ່ານ  ຫົວໜ້າ​ພະ​ແນກ​ກະສິກຳ ແລະ ປ່າໄມ້ແຂວງ ຄຳມ່ວນໄດ້ລາຍ​ງານໃຫ້ຮູ້​ວ່າ: ປັດຈຸ​ບັນທົ່ວແຂວງຄຳມ່ວນມີ​ໂຄງການຊົນ​ລະປະທານ​ທັງ​ໝົດ 222ໂຄງການສາມາດສະໜອງນໍ້າໃຫ້ແກ່ການຜະລິດລະດູຝົນໄດ້19.500 ເຮັກ ຕາ, ລະດູແລ້ງ 10,400 ເຮັກຕາ ສະເພາະຍົມມະລາດ ເຂດປະຕູນໍ້າ ປອ່ງທີສາມຄອງລະບາຍ ນ້ຳເທີນ2 ສາ ມາດຫົດເນື້ອທີ່ໄດ້ 2.800 ເຮັກຕາ ມີຈຳນວນ 900 ຄອວຄົວ ທີ່ໄດ້ຮັບຜົນປະໂຫຍດ ກວມເອົາ 9 ບ້ານ. ຈາກນັ້ນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ໂອ້ລົມໃຫ້ປະຊາຊົນທີ່ເຂົ້າຮ່ວມໃຫ້ຮັກສາມູນເຊື້ອ ຄວາມດຸໝັ່ນຂະຫຍັນພຽນ ບວກກັບທ່າແຮງທີ່ບົ່ມຊວນເພາະເຂດດັ່ງກ່າວເປັນເຂດຈຸດສຸມການຜະລິດເຂົ້າເປັນສິນຄ້າ ເພື່ອຕອບສະ ໜອງນະໂຍບາຍຂອງລັດຖະບານກຽ່ວກັບການຄໍ້າປະກັນດ້ານສະບຽງອາຫານ ແລະ ການຜະລິດເປັນ ສິນຄ້າ.

   ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍຄວາມສໍາຄັນນັ້ນທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ເປັນກຽດ ລັ່ນຄ້ອງ 9 ບາດເພື່ອເປັນການບົງບອກເຖີງການເປີດການນຳໃຊ້ນໍ້າຊົນລະປະທານ ແລະ ເປີດຂະບວນການຜະລິດກະສິກໍາລະດູແລ້ງ ສົກປີ 2017-2018 ຢ່າງເປັນທາງການ

    ຂ່າວໂດຍ: ຂັນວິຈິດ

ກວດແກ້ໂດຍ: ທ່ານ ເຂັມພອນທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ