ເອກອັກຄະລັດຖະທູດສະວີເດັນ ເຂົ້າຢ້ຽມຂໍ່ານັບທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້

IMG_7554 IMG_7574

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 23 ມີນາ 2017 ທີ່​ຜ່ານ​ມານີ້ ທີ່​ຫ້ອງ​ຮັບ​ແຂກ​ຫ້​ອງການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ທ່ານ ສະ​ເຕັບ​ຟານ ​ເຮີ​ສະຕຣອມ ​​ເອກ​ອັກ​ຄະ​ລັດຖະທູດ​ສະວີ​ເດັນ ພ້ອມ​ດ້ວຍ​ຄະນະ ​ໄດ້​ເຂົ້າຢ້ຽມຂໍ່ານັບ ທ່ານ ທອງ​ພັດ ວົງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຈຸດປະສົງ​ການ​ເຂົ້າມາ​ຢ້ຽມຂໍ່ານັບ​ໃນ​ຄັ້ງນີ້​ເພື່ອປຶກສາ​ຫາລື​ກ່ຽວກັບ​ການ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ​ການ​ພັດທະນາ​ປ່າ​ໄມ້​ແບບ​ຍືນ​ຍົງ ລາວ-ສະ​ວີ​ເດັນ. ​ໃນ​ໂອກາດ​ດຽວກັນນີ້, ​ທ່ານ​ຮອງ​ລັດຖະມົນຕີ​ກໍ່​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ການ​ເຂົ້າຢ້ຽມພົບ​ປະ​ຂອງ​ ທ່ານ​ ສະ​ເຕັບ​ຟານ ​ເຮີ​ສະຕຣອມ ພ້ອມ​ດ້ວຍຄະນະ ພ້ອມ​ທັງ​ໄດ້​ລາຍ​ງານ​ກ່ຽວກັບຄວາມ​ສຳຄັນ​ຂອງ​ປ່າ​ໄມ້​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ ຕິດ​ພັນ​ກັບ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ເພື່ອ​ໃຫ້ຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ເຊິ່ງ​ແມ່ນ​ເປົ້າໝາຍ

ລວມຂອງ​ລັດຖະບານ ກໍ່ຄື​ເປົ້າໝາຍບັນລຸ​ເນື້ອທີ່​ປົກ​ຫຸ້ມ​ປ່າ​ໄມ້​ໃຫ້​ໄດ້ 70% ​ຕາມ​ຍຸດ​ທະ​ສາດ​ປ່າ​ໄມ້​ຮອດ​ປີ 2020 ​ແລະ ຕາມ​ທິດ​ສີຂຽວ​ແບບ​ຍືນ​ຍົງ. ຈາກ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ລາຍ​ງານ​ກ່ຽວກັບ ສະພາບ​ການ​ນຳ​ໃຊ້​ປ່າ​ໄມ້​ໃນ​ປະ​ເທດ​ສີ​ວີ​ເດັນ ​ໂດຍ​ເຫັນ​ໄດ້​ຄວາມ​ສຳຄັນ​ໃນ​ການຄຸ້ມຄອງ, ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ໄມ້​ແບບ​ຍືນ​ຍົງ. ສະນັ້ນ, ຕ້ອງ​ໄດ້​ສຸມ​ໃສ່​ການ​ສ້າງ​ຄວາມ​ອາດ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ປ່າ​ໄມ້ ແລະ ​ໃນ​ໄລຍະ​ຜ່າ​ມາ​ທາງ​ລັດຖະບານ​ສະ​ວີ​ເດັນ​ກໍ່​ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ ສປປລາວ ​ເຊັ່ນ: ໂຄງການຊີ​ດາ (SIDA), ​ໂຄງການ​ຮ່ວມ​ມື​ລາວ-ສະ​ວີ​ເດັນ (ຊູ​ແອດ).

 

ນະຄອນຫຼວງວຽງຈັນ, ວັນ​ທີ 27/03/2017.

ຂຽນ​ໂດຍ: ນ.​​ເຂັມ​ມະ​ໄລ ສົນ​ດາ​ວັນ.

ກວດ​ແກ້: ​ເຂັມ​ພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ