ເປີດ​ບໍ​ລິ​ການລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ​​ທີ່ກ່ຽວ​ຂ້ອງ​ກັບ​ທີ່​ດິນ

ເປີດ​ບໍ​ລິ​ການລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ​​ທີ່ກ່ຽວ​ຂ້ອງ​ກັບ​ທີ່​ດິນ

 

ການເຂົ້າເຖິງຂໍ້ມູນການປ່ຽນແປງດິນຟ້າອາກາດ ແມ່ນເປັນສິ່ງຈຳເປັນທີ່ສຸດສຳລັບການວາງແຜນວຽກງານ  ກະສິກຳ ແລະ ປ່າໄມ້ ໃນອະນາຄົດ, ທ່າມກາງສະ​ພາບການປ່ຽນແປງດິນຟ້າອາກາດ, ຂີດຄວາມສາ​ມາດຂອງ ສ​ປ​ປ ລາວ ໃນການສ້າງຂໍ້​ມູນແວດລ້ອມກະ​ສິກຳ ແມ່ນໄດ້ເພີ່ມຂຶ້ນຢ່າງຊັດເຈນ ໃນໄລ​ຍະສອງສາມປີມານີ້້. ບັນດາແຜນ ທີ່ໆສ້າງຂຶ້ນໃໜ່ປະ​ກອບມີ: ແຜນທີ່ປົກຫຸ້ມກະ​ສິກຳ, ແຜນທີ່ດິນ ແລະ ແຜນທີ່ປະ​ກອບອາຊີບກະ​ສິ​ກຳ ແມ່ນສຳ​ເລັດແລ້ວ. ຍິ່ງໄປ​ກວ່ານັ້ນ, ຂໍ້​ມູນແບບຈຳລອງການປ່ຽນແປງດິນຟ້າອາກາດ ແລະ ສະ​ພາບຮູບການປູກພືດໃນອານາ ຄົດ ກໍ່ໄດ້ສຳເລັດແລ້ວເຊັ່ນກັນ.

ລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ເປັນລະບົບຖານຂໍ້ມູນໃຫຍ່ທຳອິດຂອງລາວ, ລະ ບົບ ແລະ ຂໍ້ມູນທັງໝົດທີ່ບັນຈຸຢູ່ໃນນັ້ນແມ່ນຜະລິດ ແລະ ຄຸ້ມຄອງໂດຍຜູ້ຊ່ຽວຊານຄົນລາວ. ລະບົບ (LRIMS) ແມ່ນພັດທະນາໂດຍກົມຄຸ້ມຄອງ ແລະ ພັດທະນາທີ່່ດິນກະສິກຳ (DALaM), ກະຊວງກະສິກໍາ ແລະ ປ່າໄມ້.

 

ເຄື່ອງມືດັ່ງກ່າວນີ້ ແມ່ນຈະ​ໃຫ້ຂໍ້​ມູນ​ອັນເປັນຕົ້ນຕໍກ່ຽວກັບກະ​ສິ​ກຳ ສຳລັບການນຳໃຊ້ໃນຫຼາຍໆຂົງເຂດ ເປັນຕົ້ນແມ່ນ: ການປະ​ມວນຜະລິດຕະພາບຂອງທີ່ດິນເຊັ່ນດຽວກັນກັບຫຼາຍໆຂໍ້​ມູນທີ່ສຳຄັນ, ສຳລັບວຽກງານກະ​ສິກຳ ແລະ ການລົງທຶນໃນການພັດທະ​ນາຊົນນະ​ບົດ.  ເຄື່ອງມືຄຳສັ່ງໃນລະ​ບົບຈະ​ສາ​ມາດໃຫ້ຂໍ້​ມູນເຮົາໄດ້ພຽງພໍ ໃນການກຳນົດບູລິ​ມາສິດສຳລັບ​ພື້ນທີ່ການລົງທຶນ, ລວມທັງໃຫ້ພວກເຮົາຮູ້ວ່າບ່ອນໃດທີ່ມີຄວາມເໜາະສົມ ສຳລັບ ການຜະ​ລິດກ​ະ​ສິ​ກຳໃນໄລ​ຍະຍາວ. ນີ້ກໍ່ຈະ​ຊ່ວຍສະ​ໜັບສະ​ໜູນ ​ໃຫ້ແກ່ການກະ​ກຽມສຳລັບແລວທາງເສດຖະ​ກິດ ອັນ​ໃໜ່, ຊ່ວຍໃຫ້ເຮົາສາ​ມາດກຳນົດແຜນ ​ໃນເຂດພື້ນທີ່ໆໃຫ້ຜົນພະ​ລິດດີກວ່າ ທີ່ໃກ້ກັບເຂດເສດຖະ​ກິດພິ​ເສດ, ຈຸດ​ສຸມ​ຂອງ​ລັດ​ຖະ​ບານ ຫຼື ສະ​ຖານີ​ລົດໄຟ ເປັນຕົ້ນ.

ກອງທຶນອະນຸລັກສິ່ງແວດລ້ອມໂລກ GEF “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານອຸ​ຕຸ​ກະ​ເສດ ເພື່ອການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳ​ປະ​ກັນສະ​ບຽງອາຫານ ໃນ ສ​ປ​ປ ລາວ” (ໂຄງການSAMIS) ແມ່ນດໍາເນີນມາແລ້ວ 4 ປີ. ໂຄງການ​ດັ່ງ​ກ່າວແມ່ນຈັດຕັ້ງປະຕິບັດໂດຍອົງການອາ​ຫານ ແລະ ການ​ກະ​ເສດ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (FAO) ເຊິ່ງຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ໃນວັນທີ 18 ພະຈິກ 2021 ໄດ້​ຈັດ​ພິ​ທີ​ເປີດ​ການ​ນຳ​ໃຊ້ ລະ​ບົບ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຊັບ​ພະ​ຍາ​ກອນ​ດິນ (LRIMS) ຂຶ້ນ ດ້ວຍ​ຮູບ​ແບບ​ປະ​ຊຸມ​ທາງ​ໄກ​. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ກິ​ແກ້ວ ສິງ​ນາ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ທ່ານ ປອ ນີ​ວົງ ສີ​ປະ​ເສີດ ຫົວ​ໜ້າ​ກົມ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ທີ່​ດິນ​ກະ​ສິ​ກຳ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ​ທັງ​ໝົດ 300 ກວ່າ​ຄົນ.  ໃນ​ພິ​ທີ ທ່ານ ກິແກ້ວ ສິງນະວົງ ຮອງລັດທະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ຂໍ້ມູນໃນ LRIMS ແມ່ນຈະໄດ້ເປິດນໍາໃຊ້ໃນສາທາລະນະ ແລະ ທຸກຄົນຈະໄດ້ນໍາໃຊ້ຂໍ້ມູນທີ່ດີກວ່າໃນການຕັດສິນໃຈ. ນອກຈາກນີ້, ທ່ານຍັງກ່າວຕື່ມວ່າ: ຂໍ້ມູນນີ້ຈະສະໜັບສະໜູນການບັນລຸເປົ້າໝາຍຂອງແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ຂອງ ສປປ ລາວ.

ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະປະ​ຊາ​ຊາດ ປະຈໍາ ສປປ ລາວໃຫ້ຮູ້ວ່າ: ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ຍັງຈະສະໜັບສະໜູນການກະກຽມໂຄງການ SAMIS ໄລຍະທີ 2, ແລະ ຍັງຈະສືບຕໍ່ເຮັດວຽກ ເພື່ອການປັບປຸງລະບົບຂໍ້ມູນຂ່າວສານຂອງຂະແໜງກະສິກຳ.

ລະບົບ LaCSA ຫຼື LRIMS ແມ່ນໄດ້ຮັບທຶນ​ສະ​ໜັບ​ສະ​ໜູນ​ຈາກ ກອງທືນອະນຸລັກສິ່ງແວດລ້ອມໂລກ GEF ຂອງອົງການ ອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ FAO  “ໂຄງການສ້າງຄວາມເຂັ້ມແຂງລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານ ອຸ​ຕຸ​ກະ​ເສດ ເພື່ອການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳ​ປະ​ກັນສະ​ບຽງອາຫານ ໃນ ສ​ປ​ປ ລາວ” (ໂຄງການSAMIS).

ຂໍ້ມູນເພີ້້ມເຕີມ

ສາມາດເຂົ້າຫາ LRMIS ໄດ້ຕາມທີ່ຢູ່ນີ້ URL: https://lrims-dalam.net .

ສ່ວນແອັບເທິງມືຖືແມ່ນຍັງຢູ່ໃນໄລ​ຍະກໍາລັງພັດທະນາຢູ່

ຂໍ້ມູນອັບເດດ ສາມາດເຂົ້າເບີ່ງໄດ້ທີ່ ເວັບເພກຂອງ DALaM

https://dalam.org.la/category/news/

ແລະ ເວັບເພກຂອງ SAMIS

https://www.fao.org/in-action/samis

ວີດີໂອສຳລັບການໃຊ້ LRMIS ແມ່ນເບີ່ງໄດ້ທີ່

https://youtu.be/UtvrkuluWa0

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ