ສໍາມະນາ ວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ

IMG_1071

         ເພື່ອເລັ່ງໃສ່ເປົ້າໝາຍຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຜະລິດສິນຄ້າກະສິກໍາ ທີ່ມີທ່າແຮງຕາມທິດພັດທະນາກະສິກໍາສະອາດ ປອດໄພ ແລະຍືນຍົງ ບົນພື້ນຖານການຫັນເປັນອຸສາຫະກໍາທັນສະໄໝ ຕິດພັນກັບການພັັດທະນາຊົນນະບົດ ແລະພັດທະນາປ່າໄມ້ ເພື່ອເປັນແຫຼ່ງສະໜອງວັດຖຸດິບທີ່ບໍ່ບົກແຫ້ງ ແລະປະກອບສ່ວນສ້າງພື້ນຖານເສດຖະກິດແຫ່ງຊາດ. ໃນຕອນບ່າຍວັນທີ 16 ຕຸລາ 2018 ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີສໍາມະນາ ວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ ໃຫ້ກຽດເປັນປະທ່ານຮ່ວມໂດຍ ທ່ານ ປອ ບຸນທອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ, ທ່ານ ນາງ ອາລິຊັນ ໂຮບ ມໍຣ ຜູ້ຕາງໜ້າຈາກ ອົງການອາຫານ ແລະ ການກະເສດ ປະຈໍາ ພາກພື້ນ ອາຊີ-ປາຊີຟິກ, ທ່ານ ນ.ມາກາເຣັດ ຈອນ ວິນລຽມ ຕາງໜ້າອົງການສະຫະປະຊາຊາດ ປະຈໍາລາວ. ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະນັກຮຽນນັກສຶກສາເຂົ້າຮ່ວມ.

          ຈຸດປະສົງສໍາມະນາຄັ້ງນີ້, ເພື່ອສຸມໃສ່ແລກປ່ຽນບົດຮຽນ ແລະ ປະສົບການ ໃນການປະຕິບັດວຽກງານຕົວຈິງ, ມາດຕະການ ແລະບັນດາຜົນສໍາເລັດຕ່າງໆ ທີ່ເປັນຮູບປະທໍາ ທີ່ສາມາດນໍາໄປຜັນຂະຫຍາຍເຂົ້າສູ່ລວງເລິກ ແລະລວງກວ້າງ ໃນການປະຕິບັດແຜນງານ, ສາມາດຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ເພື່ອລຶບລ້າງໄພອຶດຫິວໃຫ້ໄດ້ ດັ່ງຄໍາຂວັນ “ການກະທຳຂອງພວກເຮົາຄືອານະຄົດຂອງພວກເຮົາ ໂລກທີ່ປາສະຈາກຄວາມອຶດຫິວ ພາຍໃນປີ 2030 ແມ່ນມີຄວາມເປັນໄປໄດ້ ” . ສໍາລັບຫົວຂໍ້ທີ່ນໍາມາສຳມະນາຄັ້ງນີ້, ປະກອບມີ: 1, ການຜັນຂະຫຍາຍດໍາລັດເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະພັດທະນາ. 2, ວຽກງານການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະໂພຊະນາການ. 3, ວິທີການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນ ສປປລາວ. ແລະ ການຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະກາງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະກອບການພາຍໃນ. ການສໍາມະນາດັ່ງກ່າວແມ່ນໄດ້ດໍາເນີນໄປເປັນເວລາເຄິງວັນ ຈຶງສໍາເລັດລົງ.

ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ