ສູນທົດລອງແນວພັນພືດທີດີລາວ-ຈີນ ໄດ້ຈັດພິທີ ສະເຫຼີມສະລອງວັນຊາດທີ່ 2 ທັນວາ ຄົບຮອບ 40 ປີ.

IMG_2818 IMG_2814

ໃນວັນທີ 13 ທັນວາ 2015 ທີ່ຜ່ານມານີ້ ສູນທົດລອງແນວພັນພືດທີດີລາວ-ຈີນ ໄດ້ຈັດພິທີ ສະເຫຼີມສະລອງວັນຊາດທີ່ 2 ທັນວ່າ ຄົບຮອບ 40 ປີ ໂດຍການເຂົ້າຮ່ວມຂອງຝ່າຍລາວທ່ານ ດຣ ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ພ້ອມ້ດວຍ ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ແລະຝ່າຍ ສປ ຈີນມີ ທ່ານ ຖາງມິນຈ້ຽນ ຮອງເຈົ້າແຂວງ ແຂວງ ກວາງຊີ ທ່ານເອກຄະລະສະທູດ ສປ ຈີນ ຜູ້ມີອຳນາດເຕັມ ປະຈຳຢູ່ ສ ປປ ລາວ, ຜູ້ອຳນວຍການວິທະຍາໄລວິຊາຊີບ ກວາງຊີພ້ອມດ້ວຍຄະນະເຂົ້າຮ່ວມຢ່າງພ້ອມພຽງ.

IMG_2856ໃນພິທີ ທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໄດ້ລາຍງານສະພາບຫຍໍ້ຂອງສູນດັ່ງກ່າວກ່ຽວກັບການຈັດຕັ້ງປະຕິບັດ ໃນການທົດລອງປູກສາລີລູກປະສົມ,​ ທົດລອງປູກເຂົ້າ 30 ຊະນິດ, ປູກ ໝາກແຕງແຄນຕາລຸບ, ຜະລິດເມັດພັນຫຍ້າລ້ຽງສັດ, ປູກໝາກອາງຸ່ນ, ປູກໝາກມັງກອນ ແລະ ພືດຜັກຕ່າງໆ ໃນໄລຍະທີ່ຜ່ານມາສູນດັ່ງກ່າວໄດ້ປະກອບສ່ວນໃນການພັດທະນາປະເທດລາວເຮົາຊື່ງມີຜົນງານອັນໃໝ່ຫຼາຍດ້ານ ສາມາດນຳເອົາ ແນວພັນພືດໃໝ່ທີ່ມີຄຸນນະພາບສູງ ແລະ ເຕັກນິກອັນໃໝ່ທີ່ທັນສະໄໝ່ເຂົ້າມາສົ່ງເສີມຊາວກະສິກອນ ເພື່ອຜະລິດກະສິກຳໃຫ້ກາຍເປັນສີນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນ ທັງເປັນການຄ້ຳປະກັນທາງສະບຽງອາຫານ ເພື່ອເຮັດໃຫ້ປະຊາຊົນລາວ ຫຼຸດຜົນອອກຈາກຄວາມທຸກຍາກໃນປີ 2020

ໃນຕອນທ້າຍພິ ທາງຄະນະກໍ່ໄດ້ຮັບຊົມການສະແດງສິນລະປະວັນນະຄະດີຂອງສອງປະເທດ ເພື່ອເປັນການແລກປ່ຽນທາງດ້ານວັດທະນາທຳ ອັນດີງາມຊື່ງກັນ ແລະ ກັນ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ