ສະຫະພັນແມ່ຍີງກະຊວງກະສິກຳ ແລະ ປ່າໄມ້ ຈັດຝຶກອົບຮົມເຕັກນິກການປູກເຫັດນາງລົມ

IMG_3598 IMG_3617

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ແລະ ກອງປະຊຸມສະໄໝສາມັນປະຈຳປີ 2016 ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ທັງເປັນການຈັດຕັ້ງຜົນຂະຫຍາຍແຜນພັດທະນາແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ໄລຍະ 2016-2020 ກໍຄືແຜນງານທີ 1 (ໂຄງການຝຶກອົບຮົມວິຊາຊີບ ໃຫ້ສະມາຊິກສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້).

​ໃນ​ລະຫວ່າງ​ວັນ​ທີ 28-30 ພະຈິກ 2016 ສະຫະພັນ​ແມ່ຍິງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ຝຶກ​ອົບຮົມ​ເຕັກນິກ​ການ​ປູກ​ເຫັດຂຶ້ນ​ ຢູ່​ທີ່​ສູນ​ປ້ອງ​ກັນ​ພືດສາລະ​ຄຳ, ກົມ​ປູກຝັງ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ປອ ​ໃຈ​ ບຸນ​ພະ​ນຸ​ໄຊ ຮອງ​ປະທານ​ສະຫະພັນ​ແມ່ຍິງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ , ຮອງ​ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ ​ແລະ ປ່າ​ໄມ້​ແຫ່ງ​ຊາດ, ມີ​ຮາກ​ຖານ ​ແລະ ໜ່ວຍ​ສະຫະ​ແມ່ຍິງຫ້ອງການ, ​ກົມ, ສະ​ຖາ​ບັນ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ ​ເຂົ້າຮ່ວມ​ທັງໝົດ 30 ກວ່າ​ທ່ານ. ການ​ຝຶກ​ອົບຮົມ​ໃນ​ຄັ້ງນີ້​ເພື່ອ​ເປັນ​ການ​​ເພີ່ມຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິຊາ​ຊີບ ໃຫ້​ແກ່​ເອື້ອຍນ້ອງ​ແມ່ຍິງ​ ​ເພື່ອ​ນຳ​ໄປ​ພັດທະນາ ​ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ.

​ການ​ຝຶກ​ອົບຮົມ​ໃນ​ຄັ້ງນີ້​​ໄດ້​ຝຶກ​ກ່ຽວກັບຂັ້ນຕອນ ​ແລະ ວິທີ​ການ​ປູກ​ເຫັດ​ນາງ​ລົມຄື: ສ່ວນ​ປະ ກອບ, ສູດ​ປະສົມ​ກ້ອນ​ເຊື້ອ, ການ​ປະສົມ​ກ້ອນ​ເຊື້ອ, ການ​ຮ່າຍ, ການ​ຕຳ​ກ້ອນ​ເຊື້ອ, ການ​ໃສ່​ປອກ ​ແລະ ມັດ, ການໜຶ້ງຂ້າ​ເຊື້ອ, ການ​ເຂ່ຍ​ເຊື້ອ, ການ​ບົ່ມ, ​ໂຮງ​ເຮືອນ​ເປີ​ດດອກ, ການ​ເປີດ​ດອກ, ການ​ໃຫ້​ນ້ຳ, ​ເກັບ​ດອກ, ການ​ບົວລະບັດ​ຮັກສາ, ພະຍາດ ​ແລະ ​ແມງ​ໄມ້ຕ່າງໆ. ການ​ຝຶກ​ອົບຮົມ​ໃຊ້​ເວລາ 3 ວັນ​ຈຶ່ງ​ຈະ​ສຳ​ເລັດລົງ.

 

                                                ນະຄອນຫຼວງວຽງຈັນ, ວັນ​ທີ 28/11/2016.

                                                ຂຽນ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາວັ​ນ.

                                                ກວດ​ແກ້: ​ເຂັມ​ພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ