ສະຫະພັນແມ່ຍິງ 2 ກະຊວງແລກປ່ຽນບົດຮຽນ ແລະສ້າງກິດຈະກຳແຂ່ງຂັນກິລາຮ່ວມກັນ

IMG_1019ໃນທ້າຍອາທິດທີ່ຜ່ານມາສະຫະພັນແມ່ຍິງກະຊວງກະສິກໍາ ແລະປ່າໄມ້ ກັບ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ຈັດພິທີແລກປ່ຽນບົດຮຽນ ແລະສ້າງກິດຈະກຳຮ່ວມກັນ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໃຫ້ກຽດເປັນປະທານໂດຍ ທ່ານ ພອ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະພັກກະຊວງ ກະສິກຳ ແລະປ່າໄມ້ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງສະຫະພັນແມ່ຍິງກະຊວງກະສິກໍາ ແລະປ່າໄມ້,​ ມີບັນດາເອື້ອຍນ້ອງແມ່ຍິງທັງ 2 ກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

IMG_1014          ຈຸດປະສົງການແລກປ່ຽນບົດຮຽນກັນໃນຄັ້ງນີ້ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດສໍາຄັນຂອງຊາດ ວັນສະຖາປານາ ສປປລາວ ຄົບຮອບ 40 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 67 ປີ ທີ່ຈະມາເຖິງ ແລະເພື່ອເປັນການເພີ່ມພູນຄູນສ້າງ ສາຍສຳພັນ, ຄວາມໃກ້ສິດຕິດແທດ ແລະ ຮັກສາຄວາມຮັກໄຄ່ປອງດອງ ໄດ້ຫັນເຂົ້າສູ່ລວງເລິກໂດຍພາຍໃຕ້ການຊີ້ນໍາ ແລະ ຄວາມເປັນຫ່ວງເປັນໄຍຂອງການນໍາຂັ້ນສູງ ຂອງສອງກະຊວງ ໄດ້ມີຄວາມສາມັກຄີ ໜັກແໜ້ນຂຶ້ນເລື້ອຍໆ. ໃນພິທີ ທັງສອງກະຊວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ຊື່ງເຫັນໄດ້ທັງດ້ານດີ ແລະດ້ານຄົງຄ້າງ. ພ້ອມທັງນໍາບົດຮຽນໄປປັບປຸງຈັດຕັ້ງແລະຜັນຂະຫຍາຍໃນຕໍ່ໜ້າ. ຫຼັງຈາກນັ້ນ, ກໍ່ໄດ້ຈັດຕັ້ງແຂ່ງຂັນກິລາມິດຕະພາບ ລະຫວ່າງສະຫະພັນແມ່ຍິງກະຊວງກະສິກຳ ແລະປ່າໄມ້ ແລະສະຫະພັນແມ່ຍິງກະຊວງປ້ອງກັນປະເທດຂຶ້ນໂດຍແບ່ງເປັນ 2 ປະເພດຄື: ກິລາບານສົ່ງຍິງ 1 ທີມ ແລະກິລາເປຕັງ 2 ທີມ. ການສ້າງຂະບວນການກິລາໄດ້ດຳເນີນໄປໃນທ່າມກາງຄວາມຮັກແພງສາມັກຄີ ແລະເບີກບານມ່ວນຊື່ນຍຢ່າງເປັນຂະບວນຟົດຟື້ນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ