ສະມາຄົມບັນດານັກລົງທຶນຫວຽດນາມຢູ່ລາວ (AVIL) ແລະ ຄະນະຊ່ຽວຊານໄຕ້ຫວັນ ເຂົ້າຢ້ຽມຂໍ່ານັບ ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້

IMG_4423 IMG_4448

ໃນຕອນເຊົ້າຂອງວັນທີ 05 ທັນວາ 2016 ທີ່ຜ່ານມານີ້ ທີ່​ຫ້ອງ​ຮັບ​ແຂກ​ຫ້ອງການ​ກະຊວງ ສະ ມາຄົມ​ບັນດາ​ນັກ​ລົງທຶນ​ຫວຽດນາມ​ຢູ່​ລາວ (AVIL) ແລະ ຄະນະຊ່ຽວຊານໄຕ້ຫວັນ ​ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລຽນ ທີແກ້ວ ​ລັດຖະມົນຕີ​ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້.

ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອລາຍງານກ່ຽວກັບການສ້າງຕັ້ງສະຖາບັນຄົ້ນຄວ້າ ແລະ ພັດທະນາຕົ້ນໄມ້ກິນໝາກເຂດຮ້ອນຢູ່ລາວ. ທ່ານລັດຖະມົນຕີກະຊະຊວງກະສິກຳ ແລະ ປ່າໄມ້ ໄດ້ສະແດງຄວາມຍິນດີທີ່ຄະນະຜູ້ແທນ ໄດ້ເຂົ້າມາຢ້ຽມຢາມກະຊວງກະສິກຳ ແລະ ປ່າໄມ້

IMG_4446

ທັງ​ນີ້ກໍ່​ເພື່ອ​ເປັນ​ການ​ແລກປ່ຽນບົດຮຽນກ່ຽວກັບ​ວຽກງານ​ກະສິກຳ, ພັດທະນາ​ຊົນນະບົດ ​ແລະ ການ​ສົ່ງ​ເສີມ​ການ​ຜະ​ລິດ​ເປັນ​ສິນຄ້າ, ບົດຮຽນດັ່ງກ່າວ​ຂອງ​ໄຕ້​ໄຫວເປັນ​ບົດຮຽນທີ່​ດີ, ນຳໃຊ້​ເຂົ້າ​ໃນ​ການ​ພັດທະນາ​ຊົນ ນະບົດ. ຜ່ານ​ມາ​ປະ​ເທດ​ອ້າຍ​ນ້ອງ​ເປັນຕົ້ນ​ແມ່ນ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ກໍ່​ໄດ້​ນຳ​ໃຊ້​ເຕັກນິກ​ຂອງ​ໄຕ້​ຫວັນ ​ເຫັນ​ວ່າໄດ້​ຮັບ​ຜົນສຳ​ເລັດ​ສູງ. ​ໃນ​ໂອກາດ​ດຽວກັນນີ້, ຜູ້​ແທນສະມາຄົມ​ບັນ ດາ​ນັກ​ລົງທຶນ​ຫວຽດນາມ​ຢູ່​ລາວ (AVIL) ແລະ ຄະນະຊ່ຽວຊານໄຕ້ຫວັນ ຍັງ​ໄດ້​ມອບ​ຂອງ​ທີ່​ລະນຶກ ​ໃຫ້​ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້.

 

                                        ນະຄອນຫຼວງວຽງຈັນ, ວັນ​ທີ 06 ທັນວາ 2016.

                                        ຂຽນ​ໂດຍ: ນ. ​ເຂັມ​ມະ​ໄລ ສົນ​ດາ​ວັນ.

                                        ກວດ​ແກ້: ​ເຂັມ​ພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ