ສປປ ລາວ ເລັ່ງຂະຫຍາຍເນື້ອທີ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ

1915835

ໃນວັນທີ 29 ທັນວາ 2015 ທີ່ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນທັງເປັນຫົວໜ້າຄະນະຊີ້ນຳໂຄງການດັ່ງກ່າວ ເຊິ່ງມີທ່ານລັດຖະມົນຕີວ່າການ,ບັນດາລັດຖະມົນຕີຊ່ວຍວ່າການ, ກົມກອງທີ່ກ່ຽວຂ້ອງ ແລະ ຕາງໜ້າຄະນະນຳຈາກບັນດາທ້ອງຖິ່ນ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະຫລຸບ ແລະ ລາຍງານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ ໂຄງການຄ້ຳປະກັນສະບຽງອາຫານ ແລະ ໂຄງການສົ່ງເສີມການຜະລິດເປັນສິນຄ້າ ໃນຕະຫຼອດໄລຍະ ເກືອບ 2 ປີທີ່ຜ່ານມາ ໂດຍສະເພາະ ການຜະລິດເຂົ້າ ແລະ ສັດ ເຊິ່ງເຫັນວ່າ ໃນປີທີ່ຜ່ານມາ ການຜະລິດເຂົ້າ ໃນ 10 ແຂວງເປົ້າໝາຍ ສູງເຖິງ 3,2 ລ້ານກວ່າໂຕນ ໃນເນື້ອທີ່ 786 ພັນເຮັກຕາ ກວມເຖິງ 85% ຂອງການຜະລິດເຂົ້າທົ່ວປະເທດ ສາມາດບັນລຸເປົ້າໝາຍຂອງການຜະລິດເພື່ອຄ້ຳປະກັນສະບຽງອາຫານ ທີ່ວາງໄວ້ 2,3 ລ້ານໂຕນ ແລະ ມີເຫລືອໄວ້ຂາຍ. ແຕ່ໃນນັ້ນ, ມີພຽງ 315 ພັນເຮັກຕາ ທີ່ມີລະບົບຊົນລະປະທານເຂົ້າເຖິງ ກວມ 40%, ເຫລືອນັ້ນ ເປັນການຜະລິດເຂົ້າຢູ່ນອກເຂດຊົນລະປະທານ ທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງດິນຟ້າອາຫານ ທັງໄພແລ້ງ ແລະ ນ້ຳຖ້ວມ ຈຳເປັນຕ້ອງໄດ້ຂະຫຍາຍເນື້ອທີ່ຊົນລະປະທານ ແລະ ເຮັດຊົນລະກະເສດ-ກະເສດສຸມ ເພື່ອປູກເຂົ້າເປັນສະບຽງອາຫານສະເພາະໃນເຂດດັ່ງກ່າວ ແລະ ຕ້ານແລ້ງ-ຕ້ານຖ້ວມໄປນຳ. ດັ່ງນັ້ນ, ຈຶ່ງໄດ້ວາງແຜນເພື່ອປັບປຸງ ແລະ ພັດທະນາຊົນລະປະທານ ຮອດປີ 2020 ໃຫ້ 18 ໂຄງການ ແລະ ຮອດປີ 2025 ຕື່ມອີກ 17 ໂຄງການ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງ ສະພາບການຜະລິດເປັນສິນຄ້າ, ບັນຫາຂໍ້ຄົງຄ້າງ, ມາດຕະການ ຕໍ່ການຈັດຕັ້ງປະຕິບັດໂຄງການ ແລະ ດ້ານນະໂຍບາຍ ທີ່ຕ້ອງໄດ້ເອົາໃຈໃສ່.
ສໍາລັບວຽກງານຈຸດສຸມໃນຕໍ່ໜ້າ ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນໂຄງການຕ່າງໆ, ສືບຕໍ່ລົງເລິກຄົ້ນຄວ້າ ແລະ ຜັນຂະຫຍາຍ ບັນດານະໂຍບາຍ ໃຫ້ເປັນອັນລະອຽດ ໂດຍສະເພາະ ການຄົ້ນຄວ້ານະໂຍບາຍ ການຍົກລະດັບຄວາມອາດສາມາດ, ຄວາມເຂັ້ມແຂງ ແລະ ການປະກອນສ່ວນວຽກງານຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ທີ່ມີບົດຮຽນອັນດີ ໃນການຊ່ວຍແກ້ໄຂບັນຫາ ເຊິ່ງຈະໄດ້ພ້ອມກັນກຳນົດເປັນແຜນປະຕິບັດງານລະອຽດ, ແຜນວຽກ ແລະ ຄາດໝາຍສູ້ຊົນ ເພື່ອໃຫ້ສູນກາງ ແລະ ບັນດາທ້ອງຖິ່ນຕ່າງ ນຳໄປຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ.

ແຫລ່ງຂ່າວ: ຂປລ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ