ວາງສີລາລືກ ໂຄງການກໍ່ສ້າງສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກໍາລາວ

IMG_4564

ໃນວັນທີ 20 ມັງກອນ 2019 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ກຸ່ມບໍລິສັດພັດທະນາກະສິກໍາ ຢຸນນານ ສປ ຈີນ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງສູນຄົ້ນຄ້ວາວິໄຈຢາງພາລາ ແລະ ພືດກະສິກໍາລາວ ຂື້ນ ທີ່ບ້ານ ໂນນສະອາດ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ອົງການປົກຄອງເມືອງໄຊທານີ, ​ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະ​ຖາ​ບັນອ້ອມຂ້າງກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ເຢ້ຍເຊນຢວນ ຮອງຫົວໜ້າພະແນກຄະນະກໍາມະການ ຄຸ້ມຄອງຊັບສິນລັດ ແຂວງ ຢຸນນານ ແລະ ທ່ານ ຖາງຊື້ມິງ ຕາງໜ້າປະທານ ບໍລິສັດ ກຸ່ມພັດທະນາກະສິກໍາ ຢຸນນານ ຈໍາກັດພ້ອມດ້ວຍແຂກທີ່ຖືກເຊີນຈາກທັງສອງຝ່າຍເຂົ້າ​ຮ່ວມ.

IMG_4533

IMG_4539ທ່ານ ຄໍາພອນ ມູນລະໄມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ ລາຍງານໃຫ້ຮູ້ວ່າ: ໂຄງການຮ່ວມມື ສ້າງສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກໍາລາວ ແມ່ນໂຄງການຮ່ວມມືດ້ານ ວິຊາການ ມີຈຸດປະສົງເພື່ອກໍ່ສ້າງພື້ນຖານໂຄງລ່າງ, ຫ້ອງວິໄຈຢາງພາລາ, ຫ້ອງວິໄຈພືດກະສິກໍາ, ຫ້ອງຝຶກອົບຮົມ ຂໍ້ມູນ. ຂ່າວສານ, ປະກອບອຸປະກອນເຄື່ອງມືເຄື່ອງວິໄຈ ແລະ ສິ່ງອໍານວຍຄວາມສະດວກອື່ນໆທີ່ກ່ຽວຂ້ອງເພື່ອ ດໍາເນີນການ ວິໄຈຄຸນນະພາບ ແລະ ກໍານົດມາດຕະຖານຢາງພາລາ ແລະ ພືດກະສິກໍາ ຂອງລາວພ້ອມທັງອອກໃບຢັ້ງ ຢືນຜົນການວິໄຈ ແລະ ມາດຕະຖານ ໃຫ້ເປັນທີ່ຍອມຮັບຂອງພາກພື້ນ ແລະ ສາກົນ, ເປັນບ່ອນພັດທະນາຄວາມ ສາມາດ ແລະ ຝຶກອົບຮົມ ພະນັກງານ ແລະ ວິຊາການລາວຈາກການແລກປ່ຽນປະສົບປະການ ແລະ ບົດຮຽນຈາກວິຊາການ ແລະ ຊ່ຽວຊານຂອງ ສປ ຈີນ ໃນການຜະລິດ, ການວິໄຈຄຸນນະພາບ ແລະ ການກໍານົດມາດຕະຖານຢາງພາລາ ແລະ ພືດກະສິກໍາ. ເຊິ່ງໂຄງ ການດັ່ງກ່າວ ມີມູນຄ່າການກໍ່ສ້າງ 10 ລ້ານ ໂດລາສະຫະລັດ ເຊິ່ງເປັນເງິນປະກອບສ່ວນຂອງຝ່າຍຈີນ, ສ່ວນເນື້ອທີ່ກໍ່ສ້າງໂຄງການ 20.040 ຕາແມັດ ເປັນພື້ນທີ່ປະກອບສ່ວນຂອງກະຊວງ ກະສິກໍາ ແລະ ປ່າໄມ້ ກໍ່ຄືຝ່າຍລາວ.

IMG_45744

ໂດຍຈະປຸກສ້າງ ອາຄານ 4 ຫຼັງປະກອບດ້ວຍອາຄານຫ້ອງການ ແລະ ຫ້ອງຝຶກອົບຮົມ 1 ຫຼັງ, ອາຄານຫ້ອງທົດລອງ 2 ຫຼັງ ແລະ ອາຄານຫໍພັກ 1 ຫຼັງ ເຊິ່ງມີໄລຍະການຈັດຕັ້ງປະຕິບັດແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ແຕ່ປີ 2018-2020 ເປັນໄລຍະການກໍ່ສ້າງຕຶກອາຄານ ແລະ ກໍ່ສ້າງພະນັກງານວິຊາການລາວ, ສ່ວນໄລຍະທີ 2 ແຕ່ປີ 2021-2051 ເປັນໄລຍະການຮ່ວມມືດ້ານວິຊາການໂດຍທັງສອງຝ່າຍຈະຮ່ວມມືກັນຄົ້ນຄວ້າວິໄຈລົງເລິກດ້ານແນວພັນ, ດ້ານການ ປູກ, ການບົວລະບັດຮັກສາ, ການຂີດຢາງ, ການປຸງແຕ່ງ, ການຄົ້ນຄວ້າວິໄຈຄຸນນະພາບ ແລະ ການກໍານົດມາດ ຕະຖານຢາງພາລາລາວ ແລະ ພືດກະສິກໍາລາວ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ