ລາວ-ຈີນ ຮ່ວມກັນປຶກສາຫາລືກ່ຽວກັບວຽກງານປ້ອງກັນພືດ ແລະກະສິກໍາສະອາດ

15419322_1095944753851733_152283380_o

ໂດຍປະຕິບັດຕາມທິດຊີ້ນໍາຂອງການພົວພັນຮ່ວມມືລະຫວ່າງ 2 ປະເທດ ລາວ-ຈີນ, ຈີນ-ລາວ ແນໃສ່ເປັນເພື່ອນທີ່ດີ ເພື່ອນບ້ານທີ່ດີ ສະຫາຍທີ່ດີ ແລະຄູ່ຮ່ວມຍຸດທະສາດທີ່ດີ. ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ຍາມໃດກໍ່ໄດ້ເອົາໃຈໃສ່ຊຸກຍູ້ວຽກງານການຮ່ວມມືດ້ານເຕັກນິກວິຊາການກັບຕ່າງປະເທດເວົ້າລວມ, ເວົ້າສະເພາະແມ່ນກັບ ສປ ຈີນ. ສະນັ້ນ, ເລີ່ມແຕ່ປີ 2012 ເປັນຕົ້ນມາ ໄດ້ມີການຮ່ວມມືດ້ານວິຊາການກ່ຽວກັບການນໍາໃຊ້ເຊື້ອຊີວະນາໆພັນ, ເຂົ້າໃນວຽກງານປ້ອງກັນພືດດ້ວຍວິທີການນໍາໃຊ້ແຕນບຽນສໍາລັບເຂົ້າໄຮ່, ເຂົ້ານາ ຢູ່ແຂວງພາກເໜືອ ແລະ ສາລີ ຢູ່ແຂວງ ໄຊຍະບູລີ.ພ້ອມດຽວກັນນັ້ນ, ທັງສອງຝ່າຍຈະໄດ້ຮ່ວມປະຕິບັດຕາມເນື້ອໃນຂອງບົດບັນທຶກຄື: ການຮ່ວມມືດ້ານວິທະຍາສາດພືດ, ດ້ານວຽກງານປ້ອງກັນພືດ ແລະ ກັກກັນພືດ, ວຽກງານລ້ຽງສັດ, ຄວາມປອດໄພ, ຄຸນນະພາບຜະລິດຕະພັນພືດ ແລະ ກົນຈັກກະສິກໍາ, ວຽກງານກໍ່ສ້າງບຸກຄະລະກອນ, ວຽກງານຂໍ້ມູນຂ່າວສານ ແລະວຽກງານອື່ນໆ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.

ພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບວຽກງານປ້ອກັນພືດ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ສະຖາບັນວິທະຍາສາດກະສິກໍາ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2016 ທີ່ຜ່ານມາ, ທີ່ຫ້ອງຮັບແຂກ ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ກຽດລົງນາມຕາງໜ້າຝ່າຍລາວໂດຍທ່ານ ປະລິນຍາເອກ ພວງປາຣີສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຝ່າຍຈີນແມ່ນທ່ານ ເສິນ ມິງຊານ ເລຂາຄະນະພັກ ສະຖາບັນວິຍາສາດກະສິກໍາແຫ່ງຊາດ ສປ ຈີນ. ໃຫ້ກຽດເຂົ້າຮ່ວມເປັນສັກຄີ ພະຍານໃນຄັ້ງນີ້ໂດຍ ທ່ານປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ພ້ອມນີ້ຍັງມີ ບັນດາຫົວໜ້າກົມ,  ຫ້ອງການ ພະນັກງານ ຊ່ຽວຊານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ຂຽນຂ່າວໂດຍ: ສອນເພັດ ສຸລິພອນ

12 / 12 /2016

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ