ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ອາຊຽນ ຄັ້ງທີ 40 ແລະ ກອງປະຊຸມທີ່ກ່ຽວຂ້ອງ

44458179_203102063798089_8952263805526605824_n

ໃນລະຫວ່າງ ວັນທີ 10-14 ຕຸລາ 2018,​ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ລັດຖະມົນຕີ ກະສິກຳ ​ແລະ ປ່າ​ໄມ້ ອາຊຽນ ຄັ້ງ​ທີ 40, ກອງ​ປະຊຸມ​ລັດຖະມົນຕີ ກະສິກຳ ​ແລະ ປ່າ​ໄມ້ ອາຊຽນ+3ຄັ້ງທີ 18, ກອງປະຊຸມລັດຖະມົນຕີກະສິກຳ ​ແລະ ປ່າ​ໄມ້ ອາຊຽນແລະ ລັດຖະມົນຕີ ສປ ຈີນ (GeneralAdministration of Customs, China–GACC) ກ່ຽວກັບການຮ່ວມມືດ້ານສຸຂານາໄມ ແລະ ສຸຂານາໄມພືດ ອາຊຽນ ຄັ້ງທີ 6ແລະ ກອງປະຊຸມທີ່ກ່ຽວຂ້ອງທີ່ໄດ້ຈັດຂື້ນ ທີ່ ຮ່າໂນ້ຍ, ສສ ຫວຽດນາມ.ຈຸດ​ປະ​ສົງ​ຂອງ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນຊຸມປີຜ່ານມາ ແລະ ແຜນຕໍ່ໜ້າໃນ​ຂອບ​ການຮ່ວມ​ມື​ດ້ານສະ​ບຽງ​ອາ​ຫານ​,ກະ​ສິ​ກຳແລະປ່າ​ໄມ້ອາ​ຊຽນ ແລະ ການຮ່ວມມື ກັບ ບັນດາປະເທດ+3 (ຍີປຸ່ນ, ສປ.ຈີນ ແລະ ສ.ເກົາຫຼີ) ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ທີ່ກ່ຽວຂ້ອງ.

44308402_301754777325636_5328172402616565760_n 44399577_258154944848848_3411993127420952576_n

ໃນກອງ​ປະຊຸມ​ລັດຖະມົນຕີ ກະສິກຳ ​ແລະ ປ່າ​ໄມ້ ອາຊຽນ ຄັ້ງ​ທີ 40ໄດ້ຕົກລົງຮັບຮອງເອົາເອກະສານທັງໝົດ 23 ສະບັບ ເຊິ່ງເປັນເອກະສານທາງດ້ານນະໂຍບາຍ, ແຜນການ ແລະ ເຕັກນິກໃນວຽກງານກະສິກໍາ ແລະ ປ່າໄມ້. ພ້ອມດຽວກັນ ໃນກອງ​ປະຊຸມ​ລັດຖະມົນຕີ ກະສິກຳ ​ແລະ ປ່າ​ໄມ້ ອາຊຽນ+3 ຄັ້ງທີ 18 ໄດ້ຈັດພິທີເຊັນສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈ ທັງໝົດຈໍານວນ 3 ສະບັບ ປະກອບມີ: (i) ສັນຍາວ່າ​ດ້ວຍ ຄັງ​ແຮ​ເຂົ້າ​ສຸກ​ເສີນ ອາ​ຊຽນ+3; (ii) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ປະເທດສະມາຊິກອາ​ຊຽນ ແລະ ອົງການ​ອາຫານ ​ແລະ ການ​ກະ​ເສດ (FAO) ​ວ່າ​ດ້ວຍການສ້າງ​ຄວາມ​ເຂັ້ມ​ແຂງ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ກະສິກຳ ​ແລະ ປ່າ​ໄມ້; ແລະ (iii) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ອາ​ຊຽນ-ສປຈີນວ່າ​ດ້ວຍການ​ຮ່ວມ​ມື​ດ້ານ​ອາຫານ ​ແລະ ກະສິກຳ.

44484132_404196830115476_5051959679966511104_n

ໃນໄລຍະກອງປະຊຸມ ລັດຖະມົນຕິກະສິກຳ ແລະ ປ່າໄມ້ ອາຊຽນ ທ່ານລັດຖະມົນຕີ ພ້ອມດ້ວຍຕະນະຍັງໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍຮ່ວມກັບລັດຖະມົນຕີກະຊວງ ກະສິກໍາ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ເຊິ່ງໃນກອງປະຊຸມໄດ້ມີການລາຍງານສະພາບການຜະລິດ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າຂອງທັງສອງຝ່າຍ. ພ້ອມດຽວກັນນີ້ ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ບ້ານກະສິກໍາພັດທະນາ ຕາແສງຄັນຕຽນ, ການຜະລິດຂອງບໍລິສັດຫຸ້ນສ່ວນປຸງແຕ່ງກະສິກໍາເພື່ອສົ່ງອອກໄປເອີຣົບ ແລະ ອາເມລິກາ (Dong Giao JSC), ແລະ ສະຖານີສູບນໍ້າຊົນລະປະທານ ບິງໂບະ ແຂວງ ພູທອກ ເພື່ອເປັນການແລກປ່ຽນບົດຮຽນ ແລະ ສົ່ງເສີມການຮ່ວມມືດ້ານ ກະສິກໍາ ແລະ ປ່າໄມ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ