ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບຄະນະຜູ້ແທນ ສປຈີນ

IMG_32799

    ເພື່ອເປັນການເສີມຂະຫຍາຍສາຍພົວພັນ ທີ່ເປັນມູນເຊື້ອບົນຈິດໃຈຄູ່ຮ່ວມມືແບບເພື່ອນມິດຍຸດທະສາດຮອບດ້ານ, ຍາວນານ ແລະຮັບປະກັນ 4 ດີຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມຍຸດທະສາດທີ່ດີ ລະຫວ່າງສອງລັດຖະບານ ສປປ ລາວ ແລະ ສປ ຈີນ. ໃນຕອນຄໍ່າວັນທີ 23 ມັງກອນ 2018 ຢູ່ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ທ່ານ ອູຊີງຫຼົງ ຮອງລັດຖະມົນຕີ ກະຊວງກະສິກໍາ ສປ ຈີນ ໂດຍມີຄະນະພັກ, ຄະນະນໍາ ຈາກສອງກະຊວງເຂົ້າຮ່ວມ.

   ໂອກາດນີ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕີລາຄາສູງຕໍ່ກັບວຽກງານການຮ່ວມມືໃນຂະແໜງການກະສິກໍາ ແລະປ່າໄມ້ ໃນໄລຍະຜ່ານມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຂົ້າມາຊ່ວຍເຫຼືອລ້າ ໃນດ້ານຕ່າງໆ ຂອງລັດຖະບານ ສປ ຈີນ ໂດຍສະເພາະແມ່ນການຊ່ວຍ ເຫຼືອໃນຂະແໜງການກະສິກໍາ ແລະປ່າໄມ້ ລວມທັງການເຂົ້າມາລົງທຶນທຸລະກິດ ຊື່ງເຫັນໄດ້ວ່າມີບາດກ້າວທີ່ຂະຫຍາຍຕົວໄປໃນທາງທີ່ດີ. ພ້ອມນີ້, ທ່ານ ລັດ ຖະມົນຕີ ຍັງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ສປ ຈີນ ສືບຕໍ່ໃຫ້ການຊ່ວຍເຫຼືອ ທາງດ້ານເຕັກນິກວິຊາການ, ຜູ້ຊ່ຽວຊານດ້ານກະສິກໍາ ທັງເປັນການຊຸກຍູ້ສົ່ງເສີມໃຫ້ປະຊາຊົນສອງຊາດໃຫ້ໄດ້ຮັບອາຫານທີ່ດີຕໍ່ສຸຂະພາບ ແລະມີສຸຂະອະນາໄມທີ່ດີ ນໍາອີກ. ພ້ອມນີ້, ທ່ານ ອູຊີງຫຼົງ ຮອງລັດຖະ ມົນຕີ ກະຊວງກະສິກໍາ ສປ ຈີນ ໄດ້ສະແດງຄວາມຊື່ນຊົມຍິນດີ ທີ່ການນໍາຂອງລາວ ໄດ້ອໍານວຍຄວາມສະດວກໃນການເຂົ້າມາລົງທຶນ ຂອງນັກທຸລະກິດຈາກ ສປ ຈີນ ແລະ ຍິນດີສືບຕໍ່ວຽກງານດັ່ງກ່າວໃຫ້ມີການຂະຫຍາຍຕົວ ຢ່າງກວ້າງຂວາງໃນຕໍ່ໜ້າ.

12

    ເພື່ອເຮັດໃຫ້ການພົບປະກັນໃນຄັ້ງນີ້, ມີຄວາມໝາຍສໍາຄັນ ການນໍາທັງສອງຝ່າຍ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືວຽກງານປ້ອງກັນພືດ. ຕາງໜ້າຝ່າຍລາວເຊັນໂດຍ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຝ່າຍຈີນ ເຊັນໂດຍ ທ່ານ ອູຊີງຫຼົງ ຮອງລັດຖະມົນຕີ ກະຊວງກະສິກໍາ ສປ ຈີນ. ໂດຍຊ້ອງໜ້າຄະນະພັກ, ຄະນະນໍາທັງສອງຝ່າຍເປັນສັກຂີພິຍານ. ຈາກນັ້ນ, ໄດ້ເປີດປ້າຍ ຫ້ອງ ການໂຄງການ ເພື່ອສ້າງຕັ້ງສວນພັດທະນາອຸດສາຫະກໍາ-ກະສິກໍາທັນສະໄໝ ນໍາອີກ.

ຂ່າວໂດຍ : ສອນເພັດ ສຸລິພອນ

ກວດແກ້ຂ່າວໂດຍ :. ທ່ານ ຂັນຄໍາ ອ້ວນອູດົມ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ