ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ຕ້ອນຮັບປະທານບໍລິສັດຢຸນນານຕ່ຽນຈານ ພັດທະນາກະສິກໍາຈໍາກັດ ສປ ຈີນ

IMG_4926 IMG_4927

      ໃນວັນທີ 8 ພະຈິກ 2018 ນີ້ທີ່ຫ້ອງຮັບແຂກຂອງຫ້ອງການກະຊວງກະສີກໍາ ແລະ ປ່າໄມ້ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າຫ້ອງການ, ຮອງກົມ ແລະ ພະແນກການທີ່ກ່ຽວຂ້ອງໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ນາງ ລຽງຢ່າລີ້ ປະທານບໍລິສັດຢຸນນານຕ່ຽນຈານພັດທະນາກະສິກໍາຈໍາກັດ ສາທາລະນະລັດປະຊາຊົນຈີນພ້ອມ ດ້ວຍ ຄະນະ.

     IMG_4933

      ຈຸດປະສົງເພື່ອນໍາສະເໜີ ແລະ ລາຍງານສະພາບ ລວມຂອງ ການຈະເຂົ້າມາລົງທຶນພັດທະ ນາລະບົບມາດຕະຖານການຜະລິດສິນຄ້າພືດ ແລະ ສັດ ຕາມມາດຕະ ຖານກັກກັນພືດ ແລະ ສັດ ຂອງສາທາລະນະລັດປະຊາຊົນຈີນ ເຊິ່ງມີມູນຄ່າທັງໝົດ 770 ລ້ານຢວນ, ສ່ວນໜື່ງເພື່ອແນ່ໃສ່ ກະກຽມການສົ່ງອອກດ້ານຜົນຜະລິດໄປສູ່ ສປ ຈີນ ດ້ວຍເສັ້ນທາງລົດໄຟທີ່ມີ ໂຄງການກໍ່ສ້າງຢູ່ໃນ ປະຈຸບັນ ແລະ ເພື່ອໃຫ້ສິນຄ້າພືດ ແລະ ສັດ ໄດ້ຕາມມາດຕະຖານກັກກັນພືດ ແລະ ສັດຂອງສາທາ ລະນະລັດປະຊາຊົນຈີນ, ໃນໂອກາດນີ້ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ສະ ເໜີຕໍ່ທາງຝ່າຍຈີນໃຫ້ສົ່ງເສີມຊຸກຍູ້ ແລະ ດຶງເອົາຜູ້ປະກອບດ້ານກະສິກໍາທີ່ທັນສະໄໝ ເພື່ອມາຊ່ວຍ ເຫຼືອດ້ານການພັດທະນາກະສິກໍາຢູ່ ສປປ ລາວ ໃຫ້ທັນສະໄໝ ແລະ ເຕີບໃຫຍ່ຂື້ນໄປເລື້ອຍໆ ນໍາອີກ.

ພາບ ແລະ ຂ່າວໂດຍ:ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ