ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບ ຄະນະຜູ້ແທນ ຈາກ ສປ.ຈີນ

IMG_59811

          ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນວຽກງານການຮ່ວມມື ລາວ-ຈີນ ໃຫ້ນັບມື້ນັບກວ້າງຂວາງກວ່າເກົ່າ ໃນທ້າຍອາທິດຜ່ານມາ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຖາງ ເຫວີຍຜິງ ຮອງຫົວໜ້າສູນສາກົນເພື່ອຫຼຸດຜ່ອນຄວາມທຸກຍາກ ສປ ຈີນ. ພ້ອມນີ້ ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

IMG_59988

        ໂອກາດນີ້, ທ່ານ ຖາງ ເຫວີຍຜິງ ຮອງຫົວໜ້າສູນສາກົນເພື່ອຫຼຸດຜ່ອນຄວາມທຸກຍາກ ສປ ຈີນ ໄດ້ລາຍງານກ່ຽວກັບຈຸດປະສົງໃນການເຂົ້າມາຢ້ຽມຢາມ ແລະເຄື່ອນໄຫວເຮັດວຽກຢູ່ລາວ ໃນຄັ້ງນີ້. ຊື່ງທ່ານ ໄດ້ລົງຕິດຕາມບັນດາໂຄງການຕ່າງໆ ທີ່ ສປ.ຈີນ ໄດ້ໃຫ້ການຊ່ວຍເປັນຕົ້ນແມ່ນ ໂຄງການກໍ່ສ້າງຫໍພັກຄູ ແລະ ນັກຮຽນ ຢູ່ບ້ານ ຊໍ້ ເມືອງສັງທອງ ແລະ ແປງສາທິດປູກຜັກອິນຊີໃນເຮືອນຮົ່ມ ຢູ່ບ້ານ ທ່າດອກຄໍາ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຊື່ງເປັນໂຄງການຫຼຸດຜ່ອນຄວາມທຸກຍາກລາວ-ຈີນ. ລວມທັງ, ກອງປະຊຸມປຶກສາຫາລືຂັ້ນວິຊາການ ກ່ຽວກັບ ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຢູ່ນະຄອນຫຼວງວຽງຈັນ. ການພົບປະໃນຄັ້ງນີ້, ທັງສອງຝ່າຍ ຍັງໄດ້ຮ່ວມຫັນປຶກສາຫາລື ວຽກງານການຮ່ວມກັນໃນຕໍ່ໜ້າ ຂອງຂະແໜງການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຊື່ງຝ່າຍຈີນ ຍິນດີໃຫ້ການຊ່ວຍເຫຼືອດ້ານການຍົກລະດັບການສຶກສາ, ດ້ານວິຊາການເຕັກນິກກະສິກໍາ ແລະດ້ານອື່ນໆທີ່ກ່ຽວຂ້ອງ. ໃນຕອນທ້າຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ວຽກງານການຊ່ວຍເຫຼືອ ລວມທັງການເປັນຫ່ວງເປັນໄຍ ຕໍ່ວຽກງານງການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງລາວ ພ້ອມທັງສະເໜີໃຫ້ສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານດັ່ງກ່າວ ໃຫ້ມີບາດກ້າວກວ້າງຂວາງຍິ່ງຂຶ້ນໃນຕໍ່ໜ້າ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ