ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະລົງຢ້ຽມຢາມຟາມລ້ຽງສັດ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

IMG_3381 IMG_3393

ໃນວັນທີ 20 ພະຈິກ 2016 ທີ່ຜ່ານມານີ້ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະກົມ, ຫ້ອງການ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ ໄດ້ລົງຢ້ຽມຢາມຟາມລ້ຽງງົວ ຂອງບໍລິສັດ XP ເທຣັດດີງລາວໄຊນາຈຳກັດ. ຢູ່ບ້ານ ນາປາກກວາງ, ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ, ໂດຍການຕ້ອນຮັບຂອງ ທ່ານ ໄຊພອນ ພຸດທະວົງ ອຳນວຍການບໍລິສັດດັ່ງກ່າວ ແລະ  ທ່ານໄດລາຍງານໃຫ້ຮູ້ຫວ່າ ຟາມດັ່ງກ່າວໄດ້ສ້າງຕັ້ງຂື້ນໃນປີ 2014 ຊື່ງມີເນື້ອທີ່ທັງໝົດ 100 ກວ່າເຮັກຕາ ໃນນີ້ໄດ້ປູກຫຍ້ານີເປຍ 60 ເຮັດຕາ,  ມີສາງເກັບມ້ຽນອາຫານ, ສາງອົບອາຫານ, ສະຖານທີ່ມັກອາຫານ, ປະສົມອາຫານ, ມີງົວທັງໝົດ  500 ກວ່າໂຕ, ໃນນີ້ມີງົວພັນ, ງົວພື້ນເມືອງລາວລ້ຽງເພື່ອປະສົບພັນ ແລະ ລ້ຽງເພື່ອຂຸນ, ນອກຈາກນີ້ຍັງມີຟາມໝູ່, ຢາມໄກ່, ແລະ ໜອງປາ ພ້ອມນີ້ທາງບໍລິສັດຍັງມີ ໂຮງງານຂ້າສັດທີ່ທັນສະໃໝ່ ຊື່ງຕັ້ງຢູ່ນ້ຳຊ່ວງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແລະ ຕະຫຼາດຈຳໜາຍຜະລິດຕະພັນສັດຢູ່ໃນນະຫຼວງວຽງຈັນຕື່ມອີກ.

IMG_3435 IMG_3443

ໃນເວລາຕໍ່ມາທ່ານລັດຖະມົນຕີ ພ້ອມດ້ວຍຄະນະກໍ່ສືບຕໍ່ຢ້ຽມຢາມ ຟາມພູຕາເວັນ ຢູ່ບ້ານ ນາໄຊ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ, ທ່ານ ໄກເພັດ ດວງປະເສີດ ເຈົ້າຂອງຟາມລາຍງານໃຫ້ຮູ້ວ່າ ຟາມດັ່ງກ່າວສ້າງຕັ້ງໃນທ້າຍປີ 2015 ຊື່ງມີເນື້ອທີ່ທັງໝົດ 20 ເຮັກຕາ, ປູກຫຍ້າລ້ຽງສັດ 6 ເຮັກຕາ, ມີງົວພັນເພດຜູ້ 6 ໂຕ, ງົວພື້ນເມືອງທັງໝົດ 163 ໂຕ, ປູກຜັກ,  ປູກໝາກແຕ່ງຄຸນຕະລຸບໃນເຮືອນຮົມ,  ປູກໝາກໜາວນອກລະດູໃສ່ແທ້ງສ້າງ, ລ້ຽງໝູ, ລ້ຽງປາ, ກົບ ແລະ ໄມ້ໃຫ້ໝາກ,  ເພື່ອເຮັດໃຫ້ວຽກງານຂອງຂະ    ແໜງກະສິກໍາ ແລະ ປ່າໄມ້ ໄດ້ຮັບການພັດທະນາ, ພ້ອມທັງເປັນການຄ້ຳປະກັນສະບຽງອາການ, ຕອບສະໜອງພືດຜັກ, ຊີ້ນ, ປາ, ໄຂ່ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ, ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບສານອາຫານທີ່ຄົບຖ້ວນ, ສົ່ງເສີີມວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ, ສ້າງລາຍຮັບໃຫ້ຄອບຄົວທຸກຍາກສົ່ງເສີມໃຫ້ລູກຫຼານໄດ້ເຂົ້າໂຮງຮຽນ, ສ້າງອາຊີບທີໝັ້ນຄົງຫຼຸດຜ່ອນຈາກຄວາມທຸກຫຍາກໃນປີ 2020 ຕາມຄາຍໝາຍຂອງພັກ ແລະ ລັດວາງອອກໃຫ້ປະກົດຜົນເປັນຈີງ.

ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ຂຽນໂດຍ: ທ້າວ ພອນໄຊ ສີສົງຄາມ.

ກວດແກໂດຍ: ທ່ານ ເຂັມພອນ ທີພົມມະຈັນ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ