ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ຢູ່ບ້ານ ປາງສາ, ເມືອງ ນາໝໍ້, ແຂວງ ອຸດົມໄຊ

ໃນວັນທີ 14 ມັງກອນ 2022 ຜ່ານມາ, ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອຳນວຍການບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຄະນະ ໄດ້ນຳເອົາເຄືື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ໃນຄອບຄົວ ແລະ ອຸປະກອນການຮຽນຈໍານວນໜຶ່ງ ທີ່ຮິບໂຮມຈາກການບໍລິຈາກຂອງພາກສ່ວນຕ່າງໆ ມອບໃຫ້ຄອບຄົວທຸກຍາກ ຈຳ​ນວນ 12 ຄອບຄົວ, ຢູ່ບ້ານ ປາງສາ, ເມືອງ ນາໝໍ້, ແຂວງ ອຸດົມໄຊ ໃນໄລຍະທີ່ລົງໄປເຄື່ອນໄຫວຊຸກຍູ້ວຽກງານຢູ່ພື້ນທີ່ເປົ້າໝາຍຂອງໂຄງການ ທລຍ. ເຄື່ອງຊ່ວຍເຫຼືອທີ່ມອບໃຫ້ໃນຄັ້ງນີ້ ປະກອບມີ: ເຄື່ອງນຸ່ງເດັກນ້ອຍ ອາ​ຍຸ 4-6 ປີ ​ຈຳ​ນວນ 1 ແກັດ, ເຄື່ອງນຸ່ງເດັກນ້ອຍ ອາ​ຍຸ 5-8 ປີ ​ຈຳ​ນວນ 1 ແກັດ, ເຄື່ອງນຸ່ງເດັກ​ນ້ອຍ ອາ​ຍຸ 8-9 ປີ ​ຈຳ​ນວນ 1 ແກັດ, ເຄື່ອງນຸ່ງເດັກນ້ອຍ ອາ​ຍຸ 5-10 ປີ ຈຳ​ນວນ 4 ແກັດ, ເກີບເດັກນ້ອຍ ອາ​ຍຸ 5-10 ປີ ​ຈຳ​ນວນ 2 ແກັດ, ເສື້ອຜູ້ໃຫຍ່ ຈຳ​ນວນ 1 ຖົງ, ກະເປົານັກຮຽນ ​ຈຳ​ນວນ 1 ແກັດ, ຜ້າຫົ່ມໃຫຍ່ ຈຳ​ນວນ 1 ຖົງ, ເສື້ອຊ້ອນໃນ ຈຳ​ນວນ 2 ຖົງ ແລະ ໄຟສາຍ ຈຳ​ນວນ 4 ໂຫຼ, ລວມເປັນມູນຄ່າ​ທັງ​ໝົດ 5 ລ້ານກວ່າກີບ.

ໃນການມອບເຄື່ອງໃຫ້ກັບຄອບຄົວທຸກຍາກໃນຄັ້ງນີ້ ເປັນກຽດເຂົ້າຮ່ວມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມຄະນະປະຈຳພັກແຂວງ, ຮອງເຈົ້າແຂວງແຂວງອຸດົມໄຊ; ທ່ານ ໄຊພອນ ສີຈະເລີນ ຫົວໜ້າຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ກຳມະການພັກເມືອງ, ຮອງເຈົ້າເມືອງເມືອງນາໝໍ້; ທ່ານ ຫຸມພັນ ບຸບຜາຄຳກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຫຼາ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫຼາ ແລະ ເມືອງນາໝໍ້ ພ້ອມດ້ວຍທີມງານ ທລຍ ຂັ້ນເມືອງ, ຂັ້ນບ້ານ ແລະ ຕາງໜ້າຂຶ້ນຮັບເຄື່ອງໂດຍ ທ່ານ ນາງ ສຸກມະນີ ຂັນທະວົງ ຮອງນາຍບ້ານບ້ານ ປາງສາ.

ຖ້າບຸກຄົນ ຫຼື ອົງການໃດ ມີຈຸດປະສົງຢາກມອບເຄື່ອງອຸປະຖໍາຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ທຸກຍາກ ທີ່ດໍາລົງຊິວິດຢູ່ເຂດຫ່າງໄກສອກຫຼີກ ສາມາດພົວພັນຫ້ອງການ ທລຍ ສູນກາງ ເບີໂທ: 021 261479-80 ຫຼື ຕິດຕໍ່ຄະນະຮັບຜິດຊອບລະດົມ ແລະ ແຈກຢາຍເຄືື່ອງຊ່ວຍເຫຼືອຜູ້ທຸກຍາກ ປະຈໍາ ທລຍ ຄື: ທ່ານ ດຣ ນາງ ຄອນທິບ ພວງເພັດ (020 9118 6644), ທ່ານ ຫົງເງິນ ສະເດັດຕັນ (020 5558 7815), ທ່ານ ແສງທະວີ ສີຫາພອນ (020 9800 7888), ທ່ານ ແສງອາລຸນ ພິລາຈັນ (020 55622205), ທ່ານ ດວງເພັດ ອິນທະວົງ (020 2223 2409) ແລະ ທ່ານ ໜູທອງ ສີຫານາມ (020 5670 4441).

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ