ພິທີເປີດ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ

IMG_0379  IMG_0397

      ​​ໂດຍ​ເຫັນ​ໄດ້​ຄວາມໝາຍຄວາມ​ສຳຄັນ​ຂອງ​ປ່າ​ໄມ້ ​ແລະຊັບພະຍາກອນ​ປ່າ​ໄມ້ຕໍ່ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ, ການ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມກໍ່ຄື​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ແກ້​ໄຂຄວາມທຸກ​ຍາກຂອງ​ປະຊາຊົນ​ບັນດາ​ເຜົ່າ ລັດຖະບານ​ຈຶ່ງ​ໄດ້​ປະກາດ​ສ້າງຕັ້ງ ປ່າ​ສະຫງວນ​ແຫ່ງ​ຊາດ​ຂຶ້ນ​ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 164/ນຍ, ລົງ​ວັນ​ທີ 29 ຕຸລາ 1993, ຈຳນວນ 18 ​ແຫ່ງ ໜຶ່ງ​ໃນ​ນັ້ນ​ແມ່ນ​ປ່າ​ສະຫງວນ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ ​ເຊິ່ງມີ​ເນື້ອທີ່​ທັງໝົດ 353.200 ​ເຮັກຕາ. ຈຸດປະສົງ​ແມ່ນ​ເພື່ອ​ຄຸ້ມ​ຄອງ, ປົກ​ປັກຮັກສາ, ພັດທະນາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ປ່າ​ໄມ້ ​ແລະ ທີ່​ດິນ​ປ່າ​ໄມ້ ​ໂດຍ​ສະ​ເພາະ​ແມ່ນ​ປ່າ​ໄມ້, ສັດ​ນ້ຳ-ສັດປ່າ ​ແລະ ຊີວະ​ນາໆພັນ ທີ່​ເປັນ​ຊັບພະຍາກອນ​ທີ່​ສຳຄັນ​ຂອງ​ຊາດ ​ໃຫ້​ມີ​ຄວາມ​ສົມບູນ ​ແລະ ຍືນ​ຍົງ​ຕະຫຼອດ​ໄປ.

IMG_0402  IMG_0404

        ເພື່ອຈັດຕັ້ງປະຕິບັດ​ໂຄງການ​ໄຟຟ້າ​ນ້ຳຕົກ ນ້ຳ​ເທີນ 2 ລັດຖະບານ​ໄດ້​ສ້າງຕັ້ງ​ເຂດ​ແຫຼ່ງນ້ຳ-ນ້ຳ​ເທີນ 2 ຂຶ້ນ ຕາມ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 193/ນຍ, ລົງ​ວັນ​ທີ 29 ທັນວາ 2000, ພ້ອມ​ທັງ​ໄດ້​ສ້າງຕັ້ງອົງການ​ຄຸ້ມ​ຄອງ ​ແລະ ປົກ​ປັກຮັກສາ​ເຂດ​ແຫຼ່ງນ້ຳ ນ້ຳ​ເທີນ 2 (ອຄປ.ທ 2) ຂຶ້ນ ຕາມ​ດຳລັດ​ສະບັບ​ເລກທີ 25/ນຍ, ລົງ​ວັນ​ທີ 26 ກຸມພາ 2001. ​ເພື່ອ​ຄຸ້ມ​ຄອງ, ປົກ​ປັກຮັກສາ ​ແລະ ພັດທະນາ​ເຂດ​ແຫຼ່ງນ້ຳ ນ້ຳ​ເທີນ 2 ທີ່​ປະກອບ​ດ້ວຍ​ປ່າ​ສະຫງວນ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ, ​ເຂດ​ເຊື່ອມ​ຕໍ່ກັບ​ປ່າ​ສະຫງວນ​ແຫ່ງ​ຊາດ​ພູ​ຫີນ​ປູນ (​ເຂດ​ເຊື່ອມ​ຕໍ່ດ້ານ​ເໜືອ) ​ແລະ ​ເຂດ​ເຊື່ອມ​ຕໍ່ກັບ​ປ່າ​ສະຫງວນ​ແຫ່ງ​ຊາດ ຫີນໜາມໜໍ່ (​ເຂດ​ເຊື່ອມ​ຕໍ່ດ້ານ​ໃຕ້).

        ມາຮອດປີ 2019 ນາຍົກລັດຖະມົນຕີ​ໄດ້​ອອກດຳລັດ ສະບັບ​ເລກທີ 36/ນຍ, ລົງ​ວັນ​ທີ 15 ກຸມພາ 2019. ວ່າ​ດ້ວຍ​ການ​ສ້າງຕັ້ງປ່າ​ສະຫງວນ​ແຫ່ງ​ຊາດ ນາຍ-ນ້ຳ​ເທີນ ​ເປັນ​ອຸທິຍານ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ ​ໂດຍ​ແມ່ນ​ອົງການ​ຄຸ້ມ​ຄອງ ​ແລະ ປົກ​ປັກຮັກສາ​ເຂດ​ແຫຼ່ງນ້ຳ ນ້ຳ​ເທີນ 2 ​ເປັນ​ຜູ້​ຄຸ້ມ​ຄອງ​ອຸທິຍານ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ ​ແລະ ​ປ່ຽນຊື່ຈາກ: ສະພາ​ບໍລິຫານ​ອົງການ​ຄຸ້ມ​ຄອງ ​ແລະ ປົກ​ປັກຮັກສາ​ເຂດ​ແຫຼ່ງນໍ້າ ນໍ້າ​ເທີນ 2 ມາ​ເປັນ ຄະນະກຳມະການ​ບໍລິຫານ ອຸທິຍານ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ, ກອງ​ເລຂາ​ອົງການຄຸ້ມ​ຄອງ ​ແລະ ປົກ​ປັກຮັກສາ​ເຂດ​ແຫຼ່ງນໍ້າ ນໍ້າ​ເທີນ 2 ມາ​ເປັນ ກອງ​ຄຸ້ມ​ຄອງ​ອຸທິຍານ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ.

        ​ໃນ​ວັນ​ທີ 29 ມີນາ 2019 ນີ້ ກອງ​ຄຸ້ມ​ຄອງ​ອຸທິຍານ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ ​​ໄດ້​ຈັດ​ພິທີ​ເປີດ​ ອຸທິຍານ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ ຢ່າງ​ເປັນ​ທາງ​ການຂຶ້ນ ທີ່​​ເມືອງ ນາ​ກາຍ, ​ແຂວງ ຄຳ​ມ່ວນ ​ໃຫ້ກຽ​ເຂົ້າຮ່ວມ ​ແລະ ຕັດ​ແຖບ​ຜ້າ ​ເປີດ​ປ້າຍອຸທິຍານ​ແຫ່ງ​ຊາດ ນາ​ກາຍ-ນ້ຳ​ເທີນ ​ໂດຍ​ທ່ານ ປອ ຄຳ​ມະ​ນີ ອິນ​ທິລາດ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ທ່ານ ຄຳ​ບຸນ​ນັດ ​ໄຊ​ຍະ​ນົນ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ທ່ານ ຄຳ​ສີ ອຸດ​ທິວົງ ຮອງ​ເຈົ້າ​ແຂວງໆຄຳ​ມ່ວນ ​ເຊິ່ງ​ມີ ທ່ານຮອງລັດຖະມົນຕີ​ກະຊວງ​ການ​ເງິນ, ທ່ານ​ເຈົ້າ​ເມືອງໆນາ​ກາຍ, ທ່ານ​ຫົວໜ້າກົມ​ປ່າ​ໄມ້, ອຳນວຍ​ການ​ໃຫຍ່​ບໍລິສັດ​ໄຟຟ້າ​ນ້ຳ​ເທີນ 2 ​ແລະ ​ແຂກ​ທີ່​ຖືກ​ເຊີນ ​ກໍ່​ໄດ້ເຂົ້າຮ່ວມ​ພິທີ​ໃນ​ຄັ້ງນີ້ດ້ວຍ.

                                                        ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ