ພິທີເປີດນໍາໃຊ້ໂຄງການຊົນລະປະທານ ເພື່ອຮັບໃຊ້ ການຜະລິດລະດູແລ້ງ ສົກປີ 2018-2019

IMG_5107 IMG_5122

       ເພື່ອສ້າງຂະບວນການຜະລິດກະສິກໍາ ກໍຄື ຂະບວນການຕົກກ້າເຂົ້ານາແຊງ ຂອງຊາວກະສິກອນ ສົກປີ 2018-2019 ໃຫ້ເປັນຂະບວນຟົດຟື້ນ ແລະ ທວງທັນກັບລະດູການຜະລິດຖືກຕ້ອງຕາມຫຼັກວິຊາການ ຕິດພັນກັບການປະຕິບັດນະໂຍບາຍ ຫັນເປັນອຸດສາຫະກໍາ ແລະທັນສະໄໝ ຫຼຸດຜ່ອນແຮງງານຄົນ 10% ຕໍ່ປີ ເປັນຕົ້ນ: ການກຽມດິນ, ການປັກດໍາ, ການເກັບກ່ຽວ ແລະການປັ່ນເຂົ້າ ໂດຍນໍາໃຊ້ກົນຈັກທີ່ທັນສະໄໝ ແລະມີປະສິດທິພາບທີ່ຖືກຕ້ອງຕາມເຕັກນິກວິຊາການ ເພື່ອທົດແທນແຮງງານຄົນ ໃຫ້ນັບມືນັບຫຼາຍຂຶ້ນ ແລະກາຍເປັນສິນຄ້າເທື່ອລະກ້າວ. ໃນວັນທີ 21 ພະຈິກ 2018 ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບເມືອງ ໄຊທານີ ໄດ້ຈັດພິທີເປີດນໍາໃຊ້ໂຄງການຊົນລະປະທານ ດົງຄວາຍ 1 ເພື່ອຮັບໃຊ້ ການຜະລິດລະດູແລ້ງ ສົກປີ 2018-2019 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ປະທານ ສະພາ ເຂດ 1 ນະຄອນຫຼວງວຽງຈັນ, ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ມີການນໍາກະຊວງກະສິກໍາ ແລະປ່າໄມ້, ຂະແໜງການອ້ອມຂ້າງກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

       IMG_5252 IMG_5286

         ທ່ານ ປອ. ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ການເປີດນໍາໃຊ້ໂຄງການ ຊົນລະປະທານ ດົງຄວາຍ 1 ແລະ ເປີດນໍ້າຊົນລະປະທານ ຮັບໃຊ້ການຜະລິດລະດູແລ້ງໃນຄັ້ງນີ້ ເພື່ອກະກຽມຄວາມພ້ອມ ຂອງຊາວກະສິກອນ, ສຸ່ມໃສ່ຟື້ນຟູການຜະລິດພືດ ທີ່ຢູ່ໃນເນື້ອທີ່ການຜະລິດທີ່ຖືກເສຍຫາຍຈາກໄພນໍ້າຖ້ວມ ໃນລະດູຝົນຜ່ານມາ, ຊື່ງມີເນື້ອທີ່ ທັງໝົດ 12 ພັນກວ່າເຮັກຕາ ການປະມົງເສຍຫາຍ 286 ຕື້ກວ່າກີບ, ເຂົ້ານາປີ ເສຍຫາຍ 9 ພັນກວ່າເຮັກຕາ. ນອກນີ້ ຍັງມີ ສວນໄມ້ໃຫ້ໝາກ, ສາລີແຂງສໍາລັບອາຫານສັດ ເສຍຫາຍອີກຈໍານວນໜຶ່ງ ຊື່ງກວມເອົາ 6 ເມືອງຄື: ເມືອງໄຊທານີ, ສັງທອງ, ສີໂຄດຕະບອງ, ນາຊາຍທອງ, ຫາດຊາຍຟອງ ແລະເມືອງປາກງື່ມ. ນອກນັ້ນ, ຍັງມີລະບົບຄອງເໝືອງທີ່ຖືກນໍ້າຖ້ວມ 40 ພັນກວ່າເມັດ, ຄິດເປັນມູນຄ່າ 700 ລ້ານກີບ.

        ເພື່ອເຮັດໃຫ້ພິທີດັ່ງກ່າວມີຄວາມໝາຍສໍາຄັນ, ຄະນະປະທານນໍາໂດຍ ທ່ານ ປອ. ອານຸພາບ ຕຸນາລົມ ຮອງເຈົ້າຄ້ອງນະຄອນຫຼວງວຽງຈັນ, ປະທານ ສະພາ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດຕັດແທບຜ້າ ແລະ ລັ່ນຄອງເກົ່າບາດ ເພື່ອເປີດການນໍາໃຊ້ນໍ້າຊົນລະປະທານ ເຂົ້າສູ່ການຜະລິດລະດູແລ້ງ ຢ່າງເປັນທາງການ. ຈາກນັ້ນ ຄະນະປະທານ ໄດ້ໃຫ້ກຽດລົງພື້ນທີ່ເພື່ອເບິ່ງການສາທິດໄຖປົກຕໍເຟືອງ ຂອງຊາວກະສິກອນ ພ້ອມທັງ ຫວ່ານກ້າ ປັກດໍາເຂົ້ານາແຊງ ເພື່ອເປັນສິລິມຸງຄຸນໃຫ້ແກ່ຊາວກະສິກອນ ນໍາອີກ.

 

ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ