ພິທີເຊັນສັນຍາທຶນກູ້ຢືມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ທະນາຄານສົ່ງອອກນໍາເຂົ້າ ສ. ຮົງກາລີ

IMG_34533

    ເພື່ອເປັນການເສີມຂະຫຍາຍວຽກງານການຮ່ວມມື ແລະ ຮັດແໜ້ນການພົວພັນ, ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ຮົງກາລີ. ໃນຕອນບ່າຍ ຂອງວັນທີ 30 ມັງກອນ 2018 ນີ້, ໄດ້ມີພິທີເຊັນສັນຍາທຶນກູ້ຢືມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວກັບ ທະນາຄານສົ່ງອອກນໍາເຂົ້າ ສ. ຮົງກາລີ ຂຶ້ນທີ່ ຫ້ອງຮັບແຂກກະຊວງການເງິນ. ໃຫ້ກຽດເປັນປະທານໂດຍ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ນ. ຊິນເວຍ ເນເມດິ-ວາກາ ຮອງຜູ້ອໍານວຍການ ທະນາຄານສົ່ງອອກນໍາເຂົ້າ ສ. ຮົງກາລີ. ພ້ອມນີ້, ມີຮອງລັດຖະມົນຕີ ຈາກກະຊວງກະສິກໍາ ແລະ ປ່າໄມ້, ກະຊວງປ້ອງກັນຄວາມສະຫງົບ, ຮອງເຈົ້າຄອນນະຄອນຫຼວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ຈຸດປະສົງເຊັນສັນຍາໃນຄັ້ງນີ໊ ເພື່ອເປັນການສືບຕໍ່ໃຫ້ການຊ່ວຍເຫຼືອເປັນຄັ້ງທີ 3 ມູນຄ່າ 160 ລ້ານໂດລາສະຫາລັດ, ປະກອບມີ 3 ໂຄງການຄື: 1, ໂຄງການ ຄຸ້ມຄອງພົນລະເມືອງທັນສະໄໝ ມີມູນຄ່າ 25 ລ້ານໂດລາສະຫາລັດ  ໂດຍກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງການຈັດຕັ້ງປະຕິບັດ ເພື່ອຂະຫຍາຍຖານຂໍ້ມູນການຄຸ້ມຄອງສໍາມະໂນຄົວ ແລະບັດປະຈໍາຕົວພົນລະເມືອງ 18 ແຂວງໃນທົ່ວປະເທດ. 2, ໂຄງການພັດທະນາໂຄງລ່າງພື້ນຖານກະສິກໍາ ມູນຄ່າ 35 ລ້ານໂດລາສະຫາລັດ, ໂດຍກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຄຸ້ມຄອງໃນການຈັດຕັ້ງປະຕິບັດ ໂດຍຈະໄດ້ດໍາເນີນຢູ່ 6 ແຂວງຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ, ໄຊສົມບູນ ໄຊຍະບູລີ ແລະ ແຂວງຊຽງຂວາງ ໂດຍເນັ້ນໃສ່ກິດຈະກໍາ ການປັບປຸງການຄຸ້ມຄອງດິນ, ການປູກພືດ, ສົ່ງເສີມພັດທະນາການລ້ຽງສັດທີ່ເປັນທ່າແຮງ ແລະວຽກງານອື່ນ ທີ່ນອນຢູ່ໃນເງື່ອນໄຂຂອງໂຄງການ. 3 ໂຄງການບໍາບັດນໍ້າເປື້ອນແບບລວມສູນ ມູນຄ່າ 100 ລ້ານໂດລາສະຫາລັດ ໂດຍນະຄອນຫຼວງ ເປັນຜູ້ຄຸ້ມຄອງການຈັດຕັ້ງປະຕິບັດ ເພື່ອກໍ່ສ້າງໂຄງລ່າງພື້ນຖານ ແລະໂຮງງານບໍາບັດນໍ້າເປື້ອນ ເພື່ອກັ່ນຕອງນໍ້າເປື້ອນ ທີ່ບັນດາຄົວເຮືອນ, ໂຮງງານ ປ່ອຍລົງສູ່ຮ່ອງນໍ້າ ກ່ອນຈະໄຫຼ່ລົງສູ່ຮ່ອງນໍ້າທໍາມະຊາດ ໃຫ້ມີຄຸນນະພາບດີກວ່າເກົ່າ,​ ຫຼຸດຜ່ອນສານເຄມີ ແລະສິ່ງເປິເປື້ອນອື່ນໆ.

     ເພື່ອເຮັດພິທີດັ່ງກ່າວມີຄວາມໝາຍສໍາຄັນ ໄດ້ມີພິທີເຊັນສັນຍາທຶນກູ້ຢືມດັ່ງກ່າວ ໃຫ້ກຽດເຊັນໂດຍ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ນ. ຊິນເວຍ ເນເມດິ-ວາກາ ຮອງຜູ້ອໍານວຍການ ທະນາຄານສົ່ງອອກນໍາເຂົ້າ ສ. ຮົງກາລີ ແລະ ທ່ານ ກາໂບ ຊ໋ອກ ຜູ້ປະສານງານອຳນວຍຄວາມສະດວກຂະແໜງຜູ້ປະກອບການສຳລັບທະນະຄານໂລກ, ຫ້ອງການອົງການຈັດຕັ້ງສາກົນ ແລະ ພົວພັນຕ່າງປະເທດ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ.

IMG_34722

ຂ່າວໂດຍ​ : ສອນເພັດ ສຸລິພອນ

ກວດແກ້ໂດຍ: ທ່ານ ນ. ປ້ອມ ພັນທະ​ວົງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ