ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້, ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ການໃສ່ຝຸ່ນປັບປຸງດິນນາ ປະຈຳປີ 2018.

IMG_3460000

       ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນ​ນະ​ເຂດ ຮ່ວມກັບສຶກສາ ແລະ ກິລາແຂວງ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກຂັ້ນແຂວງ ພ້ອມດ້ວຍອົງການປົກຄອງເມືອງ ຈຳພອນ ແລະ ຈຸດສຸມກຸ່ມບ້ານຄຳປ່າແໜ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້, ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ການໃສ່ຝຸ່ນປັບປຸງດິນນາ ປະຈຳປີ 2018 ຂຶ້ນ ທີ່ບ້ານ ຄຳປ່າ ແໜ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງໆສະຫວັນນະເຂດ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ.

        ຈຸດປະສົງຂອງພິທີໃນຄັ້ງນີ້ ເພື່ອໃຫ້ຄົນໃນສັງຄົມເຫັນໄດ້ຄວາມສຳຄັນຂອງເດັກນ້ອຍ ທີ່ເປັນອາ ນາຄົດຂອງຊາດ, ເອົາໃຈໃສ່ປູກຈິດສຳນຶກໃຫ້ອານຸຊົນ ແລະ ເຍົາວະຊົນລຸ້ນຫຼັງ ໃຫ້ມີຄວາມຮັກ ແລະ ຜູກພັນກັບທຳມະຊາດ ໂດຍສະເພາະປ່າໄມ້; ເປັນການປຸກລະດົມທຸກພາກສ່ວນ (ພາກລັດ, ເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ ​ແລະນິຕິບຸກຄົນ) ຮ່ວມປະກອບສ່ວນດ້ານວັດຖຸ ແລະ ຈິດໃຈໃນການປົກປ້ອງສິດທິຂອງເດັກ, ພັດທະນາເດັກນ້ອຍທີ່ເປັນອານາຄົດຂອງປະເທດຊາດ ໃຫ້ມີຄວາມຮູ້ຄວາມສາມາດ, ມີສ່ວນຮ່ວມໃນການແກ້ໄຂຄວາມທຸກຍາກ ຕິດພັນກັບການປົກປັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ຍືນຍົງ.

 IMG_34165555    IMG_34200000

        ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ມີ ຈຳນວນ 3.345 ເບ້ຍ ຊຶ່ງມີເບ້ຍໄມ້ແຕ້ຄ່າ 2.835 ເບ້ຍ, ເບ້ຍຄູນ ແລະ ກາກະເລົາ 400 ເບ້ຍ, ເບ້ຍໝາກມ່ວງ 200 ເບ້ຍ, ເບ້ຍໝາກມີ້ 200 ເບ້ຍ, ເບ້ຍໝາກຂາມ 200ເບ້ຍ, ເບ້ຍໄຜ່ລືມແລ້ງ 200 ເບ້ຍ; ລູກປາ ຈຳນວນ 215.000 ໂຕ (ມີປານິນ, ປາໃນ, ປາປາກ, ປາເອິນ ແລະ ປາມາລິການ); ແນວພັນເຂົ້າ 1 ໂຕນ; ຝຸ່ນອົງຄະທາດ 50 ໂຕນ; ເຄື່ອງປະສົມຝຸ່ນ 1 ຊຸດ ແລະ ອຸປະກອນການສຶກສາຈຳນວນໜຶ່ງ (ຕູ້ລຳໂພງ, ເຄື່ອງຫຼິ້ນ ແລະ ຕຳລາການຮຽນ-ການສອນ) ເຊິ່ງເປັນການປະກອບສ່ວນຂອງກະຊວງກະສິກຳ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ ສະຫວັນນະເຂດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ.

        ໃນພິທີດັ່ງກ່າວທ່ານເຈົ້າແຂວງໆສະຫວັນນະເຂດ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ແຂກທີ່ເຂົ້າຮ່ວມທັງໝົດກໍ່ໄດ້ຮ່ວມກັນປູກຕົ້ນໄມ້, ປ່ອຍນົກ, ປ່ອຍປາ ແລະ ເອົາຝຸ່ນໃສ່ນາເພື່ອປັບປຸງດິນ ຢ່າງເປັນຂະບວນຟົດຟື້ນ.

                                                        ພາບ ແລະ ຂ່າວໂດຍ: ເຂັມມະໄລ ສົນດາວັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ