ພິທີມອບ-ຮັບ ຈັກສູບນໍ້າ ພ້ອມດ້ວຍອຸປະກອນອາໄຫຼ່

IMG_0075 IMG_0094

      ເພື່ອສືບຕໍ່ວຽກງານການຮ່ວມມື ລະຫວ່າງ ສປປ. ລາວ ກັບ ສ.ອິນເດຍ ໃຫ້ມີຄວາມແໜ້ນແຟນຍິ່ງຂຶ້ນໃນຕໍ່ໜ້າ ໂດຍສະເພາະກັບບໍລິສັດ ກິໂລສະກາບຼາເທີ ຈໍາກັດ ຂອງປະທດອິນເດຍ ທີ່ໄດ້ຮ່ວມມືກັນມາຍາວນານ. ໃນຕອນບ່າຍວັນທີ 27 ກັນຍາ 2018 ນີ້ ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ໄດ້ມີພິທີມອບ-ຮັບ ຈັກສູບນໍ້າໄຟຟ້າ ພ້ອມດ້ວຍອຸປະກອນອາໄຫຼ່ ລະຫວ່າງ ບໍລິສັດກິໂລສະກາບຼາເທີ ຈໍາກັດ ແລະ ກົມຊົນລະປະທານ, ກະຊວງກະສິກໍາ ແລະປ່າໄມ້. ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຣາວີ ຊັນກ້າ ອິໂສລາ ເອກອັກຄະລັດຖະທູດ ສ.ອິນເດຍ ປະຈໍາລາວ. ມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ຕາງໜ້າບໍລິສັດກິໂລສະກາບຼາເທີ ຈໍາກັດ ເຂົ້າຮ່ວມ.

     ພິທີມອບ-ຮັບໃນຄັ້ງນີ້ ປະກອບມີ: ຈັກສູບນໍ້າໄຟຟ້າຂະໜາດ 7.5Kw ຈໍານວນ 35 ຊຸດ ພ້ອມດ້ວຍອຸປະກອນອາໄຫຼ່ ຈາກບໍລິສັດ ກິໂລສະກາບຼາເທີ ຈໍາກັດ ລວມມູນຄ່າ 150.000 ໂດລາສະຫະລັດ ຊື່ງຈະໄດ້ມອບໃຫ້ແກ່ ກົມຊົນລະປະທານ, ກະຊວງກະສິກໍາ ແລະປ່າໄມ້ ເພື່ອນໍາໃຊ້ເຂົ້າໃນວຽກງານຊົນລະປະທານ ແນໃສ່ສະໜອງນໍ້າກອບກູ້ເອົາຜົນຜະລິດກະສິກໍາ ທີ່ຖືກຜົນກະທົບຈາກໄພພິບັດ ແລະອຸທົກກະໄພໃນຊ່ວງລະດູຝົນຜ່ານມາ ແລະນໍາໃຊ້ເຂົ້າໃນການສະໜອງນໍ້າໃຫ້ແກ່ການຜະລິດເຂົ້າລະດູແລ້ງ 2018 ຫາ 2019 ທີ່ຈະມາເຖິງນີ້ ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂດຍສະເພາະເຂດພາກໃຕ້ຂອງລາວ ແລະເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ໃນທົ່ວປະເທດ. ໃຫ້ກຽດມອບໃນຄັ້ງນີ້ໂດຍ ຜູ້ອໍານວຍການບໍລິສັດ ແລະຮັບໂດຍ ທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ໂດຍຊ້ອງໜ້າ ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ແລະ ທ່ານ ເອກອັກຄະລັດຖະທູດ ສ.ອິນເດຍ ປະຈໍາລາວ ພ້ອມດ້ວຍແຂກທີ່ເຂົ້າຮ່ວມເປັນສັກຂີພະຍານ.

ຂຽນຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ