ພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນດີເດັ່ນ

IMG_1518 IMG_1501

ໃນຕອນເຊົ້າຂອງວັນທີ 19 ສິງຫາ 2016 ທີ່ຜ່ານມາ, ແຜນງານພັດທະນາເຂດເນີນສູງພາກເໜືອ (NUDP) ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນທີ່ດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານແຜນງານໃນໄລຍະ 05 ປີ (2011-2016) ທີ່ຜ່ານມາ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິຍາເອກ ພວງ ປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ທິດພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ. ພ້ອມນີ້ມີ ຮອງຫວົໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ  ແລະສູນບໍລິການເຕັກນິກກະສິກໍາ ເມືອງ 03 ແຂວງພາກເໜືອ ເຂົ້າຮ່ວມ.

IMG_1470 IMG_1472

        ທ່ານ ຄໍາສອນ ສີສະຍຸດ ຫົວໜ້າແຜນງານພັດທະນາເຂດເນີນສູງພາກເໜືອ (NUDP) ໄດ້ລາຍງານວ່າ: ປະຈຸ​ບັນ, ​ແຜນ​ງານ​ກໍາລັງ​ປະຕິບັດ​​ຢູ່​ໃນ 3 ​ແຂວງ​ພາກ​ເໜືອ​ຂອງ ສປປ ລາວ ຄື: ​ແຂວງ​ຜົ້ງ​ສາລີ, ​ແຂວງ​ຫົວພັນ ​ແລະ ​ແຂວງ​ຫຼວງ​ພະ​ບາງ, ກວມເອົາ 10 ເມືອງ.ຈຸດປະສົງຂອງແຜນງານເພື່ອປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກ ແລະ ສະໜັບສະໜຸນການພັດທະນາໃນເຂດເນີນສູງພາກເໜືອຂອງລາວ, ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ມີອາຊີບທີ່ໝັ້ນຄົງ. ຕໍ່ກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ທີ່ມີຜົນງານດີເດັ່ນກະຊວງກະສິກໍາ ແລະປ່າໄມ້ຈຶ່ງໄດ້ມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່ ປະກອບມີ:​ 04 ກົມຄື: ກົມສົ່ງເສີມກະສິກໍາ ແລະສະຫະກອນ, ກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກໍາ, ກົມຈັດສັນ ແລະພັດທະນາທີ່ດິນຊົນນະບົດ, ກົມຮ່ວມມືສາກົນ, ກະຊວງແຜນການ ແລະການລົງທຶນ, 02 ຫ້ອງການຂັ້ນສູນກາງຄື້: ຫ້ອງການປະສານງານແຜນງານພັດທະນາເຂດເນີນສູງພາກເໜືອ ແລະຫ້ອງການຄະນະພັດທະນາຊົນນະບົດ ແລະລົບລ່າງຄວາມທຸກຍາກ ແຫ່ງຊາດ, ພ້ອມດ້ວຍ ຫ້ອງການປະສານງານຂັ້ນແຂວງ ແລະເມືອງ ຂອງ 3 ແຂວງດັ່ງກ່າວ. ໃບຊົມເຊີຍຂັ້ນກະຊວງ ມີ 04 ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ແລະ 02​ ສູນບໍລິການເຕັກນິກ, ໃບຍ້ອງຍໍຂັ້ນກະຊວງໃຫ້ແກ່ບຸກຄົນມີ ມີ 78 ສະຫາຍ ແລະໃບຊົມເຊີຍຂັ້ນກະຊວງ 99 ສະຫາຍ.

ຂຽນຂ່າວໂດຍ:​ ສອນເພັດ ສຸລິພອນ

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ