ພິທີປູກຕົ້ນໄມ້ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

IMG_9785 IMG_9805

ດັ່ງທີ່ີຮູ້ນໍາກັນແລ້ວວ່າປ່າໄມ້ແມ່ນແຫຼ່ງຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນທີ່ມີຄຸນຄ່າ ແລະ ມີຄວາມໝາຍສຳຄັນຕໍ່ການດຳລົງຊີວິດມວນມະນຸດ ແລະ ຍັງເປັນຜົນປະໂຫຍດຕໍ່ທາງດ້ານເສດຖະກິດ, ການທ່ອງທ່ຽວ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ສະນັ້ນໃນວັນທີ 1 ມິຖຸນາ 2017 ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປູກຕົ້ນໄມ້ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ, ປະທານ ປກຊ, ປກສ ແຫ່ງສປປ ລາວພ້ອມດ້ວຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ບັນດາ ລັດຖະມົນຕີ ຮອງລັດຖະມົນຕີ, ກຳມະການສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ບັນດາແຂກ ນັບທັງຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

   ໃນພິທີທ່ານ ພົນຈັດຕະວາ ຄໍາຫຼ້າ ພັນໄຊຍະສຸກ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດໄດ້ຂື້ນກ່າວໃນພິທີໄມ້ໃນປີນີ້ເປັນການສ້າງຂະບວນການ ແລະການສ້າງຜົນງານອັນໃຫຍ່ຫຼວງໃຫ້ແກ່ຂະບວນການຮັກຊາດ ແລະພັດທະນາ, ສ້າງຜົນງານຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີເປັນການເພີ່ມພູນຄູນສ້າງສາຍພົວພັນຄວາມສາມັກຄີອັນໜັກແໜ້ນ ລະຫວ່າງກອງທັບ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ໄປພ້ອມກັບການຮ່ວມເປັນເຈົ້າພາບນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ສະໜອງຕົ້ນໄມ້ ຈໍານວນ 3000 ຕົ້ນ ເຊີ່ງເປັນຕົ້ນໄມ້ທີ່ມີຄ່າທາງດ້ານເສດຖະກິດ ເພື່ອສ້າງຄ້າຍໃຫ້ກາຍເປັນຄ້າຍສີຂຽວ ຕາມຄໍາຂວັນ 6 ສໍ ຂອງນະຄອນຫຼວງ  ແລະ ສອດຄອງຕາມຄໍາຂວັນ ຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ທີ່ວ່າ ສ້າງບຸກຄະລາກອນໃຫ້ເປັນຄົນດີ, ຄົນເກັ່ງ ແລະ ຄົນທີ່ທັນສະໄໝ, ສ້າງຄ້າຍໃຫ້ກາຍເປັນຄ້າຍຂຽວ ແລະ ສວນອຸທິຍານ ສະອາດຈົບງາມ. ໃນເວລາຕໍ່ມາທ່ານ ປະທານປະເທດ ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມໃນພິທີ ກໍ່ໄດ້ພ້ອມກັນປູກຕົ້ນໄມ້ ຢ່າງເປັນຂະບວນຟົດຟື້ນ ເບີກບານມ່ວນຊື່ນ.

ຂຽນ: ອາລົງກອນ

ກວດແກ້: ທ່ານ ເຂັມພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ