ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

IMG_36055 IMG_36011

           ເພື່ອເປັນການຂໍ່ານັບຮັບຕ້ອນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/01/1949-20/01/2019) ຢ່າງເປັນຂະບວນຟົດຟື້ນ. ໃນທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ທີ່ສະໂມສອນກະຊວງ. ໃຫ້ກຽດປາຖະກະຖາໃນຄັ້ງນີ້ໂດຍ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມກໍ່ສ້າງຮາກຖານການເມືອງກອງທັບ, ກະຊວງປ້ອງກັນປະເທດ. ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການກະຊວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

IMG_36211

        ຈຸດປະສົງຂອງການຈັດປາຖະກະຖາໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ຂອງກະຊວງກະສິກໍາ ແລະປ່າໄມ້ ໄດ້ມີຄວາມຮັບຮູ້, ເຂົ້າໃຈປະຫວັດການກໍາເນີດ ແລະ ການຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ, ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ທີ່ຍາດມາໄດ້. ເຫັນໄດ້ເຖິງທາດແທ້ ແລະມູນເຊື້ອອັນອົງອາດກ້າຫານ ຂອງກອງທັບປະຊາຊົນລາວ ລວມທັງສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງ ໃນແຕ່ລະໄລຍະເປັນກ້າວໆມາ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມກໍ່ສ້າງຮາກຖານການເມືອງກອງທັບ, ກະຊວງປ້ອງກັນປະເທດ ຍັງໄດ້ເລົ່າຄືນມູນເຊື້ອການຕໍ່ສູ້ ອັນຍືດເຍືອຍາວນານ ຂອງກອງທັບປະຊາຊົນລາວ ໃນການຕໍ່ສູ້ ແລະຕ້ານພວກຈັກກະພັດສັກດິນາ ແລະພວກລ່າເມືອງຂຶ້ນທັງແບບເກົ່າ ແລະແບບໃໝ່ ຂອງປະຊາຊົນລາວບັນດາເຜົ່າທີ່ໄດ້ຮ່ວມແຮງຮ່ວມໃຈ ຈົນເຮັດໃຫ້ກອງທັບປະຊາຊົນລາວ ມີໄຊຊະນະ ມາເຖິງປັດຈຸບັນນີ້.

 ຂຽນຂ່າວໂດຍ: ພະແນກໂໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ