ພາກລັດ, ຜູ້ປະກອບການ ແລະ ຊາວກະສິກອນ ຮ່ວມກັນປຶກສາຫາລືກ່ຽວກັບ ການນຳໃຊ້ມາດຕະຖານກະສິກຳທີ່ດີ ເພື່ອຄຸ້ມຄອງການປູກກ້ວຍເປັນສິນຄ້າ ຢູ່ 8 ແຂວງພາກເໜືອ

IMG_8003     DSC_5273

             ເພື່ອ​ຊ່ວຍ​ໃຫ້​ຜູ້​ປະກອບການແລະຊາວ​ກະ​ສິ​ກອນໄດ້​ເຂົ້າ​ໃຈ​ເຖິງ​​ການ​ນຳ​ໃຊ້​ມາດ​ຕະ​ຖານ​ກະ​ສິ​ກຳ​ທີ່​ດີ (GAP) ໃນ​ການ​ຜະ​ລິດ​ກ້ວຍ​ເປັນ​ສິນ​ຄ້າ, ກົມ​ປູກ​ຝັງກະ​ຊວງ​ກະ​ສິ​ກຳແລະ​ປ່າ​ໄມ້ຮ່ວມ​ກັບພະ​ແນກກະ​ສິ​ກຳແລະ​ປ່າ​ໄມ້​ແຂວງ​ອຸ​ດົມ​ໄຊຈຶ່ງ​ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືລະ​ຫວ່າງ​ ພາກ​ລັດ, ຜູ້​ປະ​ກອບ​ການແລະ​ຊາວ​ກະ​ສິ​ກອນຂຶ້ນ, ທີ່​ພະ​ແນກ​ກະ​ສິ​ກຳແລະ​ປ່າ​ໄມ້ແຂວງ​ອຸ​ດົມ​ໄຊໂດຍ​ການ​ເປັນ​ປະ​ທານ​ຂອງ​ ທ່ານປອ ພວງ​ປ​ຣະ​ຣິ​ສັກປ​ຣະ​ວົງ​ວຽງ​ຄຳຮອງ​ລັດ​ຖະ​ມົນຕີ​ກະ​ຊວງ​ກະ​ສິ​ກຳແລະ​ປ່າ​ໄມ້, ທ່ານເພັດ​ສາ​ຄອນຫຼວງ​ອາ​ໄພເຈົ້າ​ແຂວງ​ອຸ​ດົມ​ໄຊພ້ອມ​ດ້ວຍ​ພະ​ແນກ​ກະ​ສິ​ກຳແລະ​ປ່າ​ໄມ້, ຜູ້​ປະ​ກອບ​ການແລະຊາວ​ກະ​ສິ​ກອນຈາກ 8 ແຂວງເຂົ້າ​ຮ່ວມ. 

          ຈຸດປະສົງ​ໃນ​ການຈັດກອງປະຊຸມຄັ້ງນີ້ເພື່ອປຶກສາຫາລື ແລະແລກປ່ຽນບົດຮຽນຮ່ວມກັນເພື່ອຊອກຫາວິທີແກ້ໄຂບັນຫາຜົນກະທົບຈາກການຜະລິດໝາກກ້ວຍເປັນສິນຄ້າເພື່ອສົ່ງອອກ ໃຫ້ໄດ້ຕາມມາດຕະຖານກະສິກໍາທີ່ດີ ແລະສອດຄ່ອງຕາມຂໍ້ກໍານົດ ເງື່ອນໄຂດ້ານສຸຂະນາໄມພືດຂອງປະເທດຄູ່ຄ້າ.

           ເພື່ອ​ແກ້​ໄຂບັນ​ຫາດັ່ງ​ກ່າວກະ​ຊວງກະ​ສິ​ກຳແລະປ່າ​ໄມ້ສ​ປ​ປລາວແລະກະ​ຊວງກະ​ສິ​ກຳສ​ປຈີນກໍໄດ້​ປຶ​ກ​ສາ​ຫາ​ລືກັນໃນ​ການຈັດ​ລະ​ບຽບການ​ຜະ​ລິດກະ​ສິ​ກຳສະ​ອາດຕົ້ນ​ຕໍ​ແມ່ນບັນ​ຫາການ​ປູກ​ກ້ວຍສະ​ອາດຕາມ​ມາດ​ຕະ​ຖານ GAP ເພື່ອສົ່ງອອກໄປ​ຈີນ, ຄຽງ​ຄູ່​ກັນ​ນັ້ນ, ລັດ​ຖະ​ບານ ​ກໍໄດ້​​ມີຄຳ​ເຫັນຊີ້​ນຳ​ໃຫ້ກະ​ຊວງກະ​ສິ​ກຳແລະປ່າ​ໄມ້ໂດຍ​ສະ​ເພາະແມ່ນກົມ​ປູກ​ຝັງໃນ​ນາມກົມ​ມະ​ຫາ​ພາກຈັດ​ກອງ​ປະ​ຊຸມ​​ນີ້ເພື່ອ​ວາງ​ມາດ​ຕະ​ການແລະຊອກ​ຫາທາງ​ອອກໃນ​ການຄຸ້ມ​ຄອງສວນ​ກ້ວຍທີ່​ກຳ​ລັງເຮັດ​ການ​ຜະ​ລິດ, ບັນ​ດາສວນ​ກ້ວຍທີ່​ຈະ​ໝົດ​ສັນ​ຍາການ​ປູກແລ້ວ​ ​ໃຫ້ຫັນ​ໄປ​ສູ່ການ​ຜະ​ລິດຕາມ​ມາດ​ຕະ​ຖານສຸ​ຂາ​ນາ​ໄມທີ່​ຈະ​ສາ​ມາດປະ​ກອບ​ສ່ວນສ້າງ​ລາຍ​ຮັບໃຫ້​ແກ່ຊາວກ​ະ​ສິ​ກອນ, ຜູ້​ປະ​ກອບການກໍຄືປະ​ກອບ​ສ່ວນໃນ​ການແກ້​ໄຂຄວາມ​ທຸກ​ຍາກຂອງປະ​ຊາ​ຊົນໃນ​ໄລ​ຍະ​ຍາວ.

                                                                             ນະຄອນຫຼວງວຽງຈັນ, ວັນ​ທີ 02 ຕຸລາ 2017.

                                                                             ​ໂດຍ : ​ເຂັມ​ມະ​ໄລ ສົນ​ດາ​ວັນ.

                                                                             ກວດ​ແກ້ :ທ່ານ ນ. ປ້ອມ ພັນ​ທະ​ວົງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ