ປື້ມເຫຼັ້ມໃໝ່ໜ່ ກ່ຽວກັບການບໍລິການຂໍ້ມູນພູມອາກາດ ແກ່ຊາວກະສິກອນ

 

   ລະບົບບໍລິການຂໍ້ມູນພູມອາກາດແກ່ຊາວກະສິກອນ (LaCSA) ໄດ້ໃຫ້ຂໍ້ມູນອຸຕຸກະເສດໃນຮູບແບບກະທັດຮັດແກ່ຊາວກະສິກອນ. ພາຍໃຕ້ໂຄງການ ຊາ​ມິ​ສ, ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຮ່ວມມືກັບກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມຄຸ້ມຄອງ ແລະ ພັດທະນາດິນກະສິກຳ, ໄດ້ທົດສອບບາງເຕັກນິກ-ວິທີການ ເພື່ອໃຫ້ຊາວກະສິກອນເຂົ້າເຖິງຂ້ມູນອຸຕຸກະເສດ ໃນການນຳໃຊ້ ແລະ ດຶງເອົາຂໍ້ມູນຈາກລະບົບຫຼັກຊານັ້ນ ແມ່ນໄດ້ຝຶກອົບຮົມໃຫ້ແກ່ ພະນັກງານຫ້ອງ​ການກະສິກຳ ແລະ ປ່າ​ໄມ້ ເມືອງ ແລະ ​ພະ​ນັກ​ງານ​ຫ້ອງ​ການຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ​ເມືອງ ໃນຂອບເຂດທົ່ວປະເທດ ໂດຍສະຖາບັນຄົ້ນ    ຄ້ວາກະສິກຳ, ປ່າໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ.

   ຂໍ້ມູນແມ່ນໄດ້ແຈກຢາຍໃຫ້ແກ່ຊາວກະສິກອນ ໃນ 9 ຕົວເມືອງ ຂອງ ສປປ ລາວ, ໂດຍວິທີການອ່ານຂ່າວຜ່ານໂທລະໂຄງ ແລະ ທາງວິທະຍຸກະຈາຍສຽງ ທີ່ສະໜັບສະໜູນຜ່ານກິດຈະກຳໂຮງຮຽນຊາວນາ, ໃນນັ້ນໂພດສະເຕີ້ໃນໂຮງຮຽນ ແມ່ນມີວັດຖຸປະສົງແນໃສ່ໃຫ້ເດັກນ້ອຍໄດ້ຮັບຮູ້ຂໍ້ມູນ ແລ້ວນຳເອົາຂໍ້ມູນນີ້ ສົ່ງຜ່ານຕໍ່ພໍ່ແມ່ເຂົາເຈົ້າ, ບັນດາຂໍ້ມູນຂ່າວສານທາງ ICT ແມ່ນຈະມີ App, ໂພສຜ່ານສື່ສັງຄົມອອນລາຍ ແລະ ອັບເດດຂ່າວທາງໂທລະພາບເປັນປະຈຳ. ສຳລັບວິທີການອື່ນທີ່ວາງແຜນໄວ້  ເຊັນ: ການເຜີຍແຜ່ຜ່ານກຸ່ມຊາວກະສິກອນ (ພາຍ​ໃຕ້ ກົມສົ່ງເສີມເຕັກ​ນິກ ແລະ ປຸງແຕ່ງກະສິກຳ). ເຊັ່ນດຽວກັນກັບ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ສັງ​ກັດ​ລັດ​ຖະ​ບານ NGOs ແລະ ບັນດາໂຄງການພັດທະນາ ແມ່ນເລີ່ມທົດສອບຫຼາຍວິ​ທີທີ່ແຕກຕ່າງກັນ ໃນລະຫວ່າງລະດູຝົນນີ້.

   ໂຄງການ SAMIS ແມ່ນໄດ້ຕີພິມເຜີຍແຜ່ປື້ມ ທີ່ສາມາດເຂົ້າເຖິງໄດ້ທີ່ ເວັບເພກຂອງໂຄງການ, ຫົວຂໍ້ແມ່ນ: ຄູ່ມືເຝຶກອົບຮົມອຸຕຸກະເສດ ສຳລັບເຈົ້າໜ້າທີ່ ແລະ ພະນັກງານສົ່ງເສີມວຽກງານກະສິກຳ. ປື້ມຄູ່ມືນີ້ຈະສາມາດຊ່ວຍໃນການເຝຶກອົບຮົມໃຫ້ແກ່ຊາວກະສິກອນ ແລະ ໂຄງສ້າງຂອງປຶ້ມໄດ້ຈັດເປັນໂມດູນ ທີ່ປະກອບດ້ວຍລາຍລະອຽດບົດຮຽນ ເປັນປື້ມທີ່ໄຊ້ສະດວກງ່າຍ ເພາະແຕ່ລະບົດຮຽນແມ່ນໄດ້ໃຫ້ຄຳອະທິບາຍລະອຽດຊັດເຈນ.

   ໂມດູນ ຫຼື ຮູບ​ແບບ A ແມ່ນເວົ້າກ່ຽວກັບທິດສະດີຂອງອຸຕຸກະເສດ, ການພະຍາກອນອາກາດ ແລະ ວິທີການນຳໃຊ້ລະບົບ LaCSA ໃນລະດັບຊາວກະສິກອນ. ໃນປື້ມຍັງປະກອບດ້ວຍບັນດາຕົວຢ່າງ ແລະ ຮູບທີ່ເຂົ້າໃຈງ່າຍ, ໂມດູນ ຫຼື ຮູບ​ແບບ B ແມ່ນເນັ້ນໃສ່ໂຮງຮຽນຊາວນາ ໄດ້ອະທິບາຍການໃຫ້ຂໍ້ມູນ ແລະ ວິທີການນຳຂໍ້ມູນ. ຂໍ້​ມູນທີ່​ນຳມາເຜີຍແຜ່ໄດ້ຖືກນຳໃຊ້ຢ່າງມີປະສິດທິພາບ ເພື່ອປັບປຸງການ​ຜະລິດກະສິກຳ ໂດຍເນັ້ນໜັກໃສ່ເຂົ້າ, ຄວາມສຳຄັນຂອງຂໍ້ມູນອຸຕຸກະເສດ ສຳລັບແຕ່ໄລຍະການຈະເລີນເຕີບໂຕຂອງພືດ ແມ່ນໄດ້ອະທິບາຍໃຫ້. ເຊິ່ງໄດ້ໃຫ້ຂໍ້ມູນວິທີການກະກຽມດິນ, ປະເພດແນວພັນ, ເວລາ ແລະ ໄລຍະຫ່າງຂອງການປູກ, ການ​ໃສ່ຝຸ່ນ, ການຄຸ້ມຄອງຈັດການນ້ຳ, ການຄຸ້ມຄອງຈັດດການພະຍາດ-ແມງໄມ້ ແລະ ການເກັບກ່ຽວ ໃນແຕ່ລະສະພາບທີ່ແຕກຕ່າງກັນ.

   ສຸດທ້າຍແມ່ນ ໂມດູນ ຫຼື ຮູບ​ແບບ C ທີ່ກວມລວມເອົາວິທີການເຜີຍແຜ່ຂໍ້ມູນ ການບໍລິການຂໍ້ມູນອຸຕຸກະເສດໃຫ້ແກ່ຜູ້ຊົມໃຊ້  ໂດຍຜ່ານທາງໂທລະໂຄ່ງບ້ານ. ວິທີການນີ້ ນາຍບ້ານຈະນຳໃຊ້ລະບົບກະຈາຍສຽງພາຍໃນບ້ານໃນການປະກາດເຜີຍແຜ່ຂໍ້ມູນ ສະພາບອາກາດ ແລະ ພະຍາກອນລະດູການ, ການພະຍາກອນລະດັບນ້ຳ, ພະຍາດ ແລະ ແມງໄມ້ ເຫັນໄດ້ວ່າຫຼາຍກ່ວາ 80% ຂອງຜູ້ທີ່ໄດ້ຮັບຟັງຂ່າວສານດັ່ງກ່າວ ແມ່ນໄດ້ນຳເອົາຂໍ້ມູນໄປນຳໃຊ້ ເຂົ້າໃນການວາງແຜນ ແລະ ການຈັດຕັ້ງ​ປະ​ຕິ​ບັດວຽກ​ງານການ​ຜະລິດຂອງເຂົາເຈົ້າ.

   ການໃຫ້ຂໍ້ມູນອຸຕຸກະເສດ ແມ່ນຫາກໍ່ໄດ້ລິເລີ້ມໃນ ສປປ ລາວ, ໂຄງລ່າງພື້ນຖານແມ່ນໄດ້ສ້າງຂຶ້ນແລ້ວ ແຕ່ໃນບາດກ້າວຕໍ່ໄປແມ່ນປັບປຸງຄຸນນະພາບຂອງການບໍລິການ ແລະ ການເຜີຍແຜ່ຂໍ້ມູນ. ໂຄງການແມ່ນສົ່ງ ເສີມໃຫ້ນຳໃຊ້ລະບົບ ແລະ ສະໜັບສະໜູນການສືບຕໍ່ພັດທະນາລະບົບ. ໂດຍສະເພາະແມ່ນໄລຍະນຳເອົາຂໍ້ມູນ​ມາເຜີຍແຜ່ໃຫ້ແກ່ຜູ້ຊົມ​ໃຊ້, ການສະໜັບສະໜູນທາງດ້ານທຶນຮອນ ແລະ ເຕັກນິກແມ່ນຍັ່ງມີຄວາມຕ້ອງການໃນອານາຄົດ.

ປື້ມແມ່ນສາມາດດາວໂຫຼດມານຳໃຊ້ໄດ້ທີ່ ເວັບເພກ​ຂອງ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ຈະເປັນສະບັບເປັນພາສາອັງກິດ ແລະ ໃນອາທິດໜ້າຈະມີສະ​ບັບເປັນພາສາລາວ. ເຊັ່ນຕົວຢ່າງສຳລັບ ວີດີໂອ-ໜ້າທີ 76

ສາ​ມາດ​ດາວ​ໂຫຼດ​ໄດ້​ທີ່​ເວັບ​ເພກ: https://www.fao.org/in-action/samis

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ