ປຶກສາຫາລືກ່ຽວກັບການວາງແຜນການຮ່ວມມື ກັບຊ່ຽວຊານ ອົງການສະຫະປະຊາຊາດ

56989  ໃນວັນທີ 16 ກຸມພາ 2018 ຫ້ອງການກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບກົມປູກຝັງ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການວາງແຜນການຮ່ວມມືຮ່ວມກັບຊ່ຽວຊານອົງການສະຫະປະຊາຊາດ ຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ. ເຂົ້າຮ່ວມໂດຍທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນກະຊວງກະສິກໍາ ແລະປ່າໄມ້, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ, ຜູ້ຄົ້ນຄິດເຕັກໂນໂລຊີ ຈຸນສາວ, ຫົວໜ້າກົມ-ຮອງຫົວໜ້າກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມປູກຝັງ ໄດ້ລາຍງານວ່າ: ຈຸດປະສົງຕົ້ນຕໍຂອງການມາເຮັດວຽກໃນຄັ້ງນີ້ ແມ່ນເພື່ອເກັບກໍາຂໍ້ມູນເບື້ອງຕົ້ນ ກ່ຽວກັບຄວາມເປັນໄປໄດ້ໃນການຖ່າຍທອດເຕັກໂນໂລຊີ ຈຸນສາວ ເຂົ້າມານໍາໃຊເຂົ້າໃນການຜະລິດກະສິກໍາ ຢູ່ ສປປ ລາວ ໂດຍແນໃສ່ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະການຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກໄປຍັງ ສປ ຈີນ. ສໍາລັບເຕັກໂນໂລຊີ ຈຸນສາວ ເປັນເຕັກໂນໂລຊີດ້ານການປູກຫຍ້າ ເພື່ອລ້ຽງສັດ, ປູກເຫັດ, ເຮັດແຜນຟາຍບອດ, ປ້ອງກັນການເຊາະເຈື່ອນ, ຫຼຸດຜ່ອນອາຍພິດເຮືອນແກ້ວ ແລະອື່ນໆ ຊື່ງເຕັກໂນໂລຊີ ດັ່ງກ່າວ ກໍາລັງນໍາໃຊ້ຢ່າງມີຜົນສໍາເລັດໃນຫຼາຍເຂດພື້ນທີ່ ຢູ່ ສປ ຈີີນ ແລະໄດ້ຖ່າຍທອດໄປຍັງຫຼາຍປະເທດທີ່ກໍາລັງພັດທະນາ. ໃນກອງປະຊຸມ ຊ່ຽວຊານ ຍັງໄດ້ຂຶ້ນສະເໜີກ່ຽວກັບປະຫວັດຄວາມເປັນມາຂອງເຕັກໂນໂຍຊີ ດັ່ງກ່າວ. ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ໃຫ້ທິດຊີ້ນຳແກ່ການນໍາກະຊວງກະສິກໍາ ແລະປ່າໄມ້ ເອົາໃຈໃສ່ຊີ້ນຳໆພາ ວຽກງານການຮ່ວມມືດັ່ງກ່າວ ໂດຍໃຫ້ມີແຜນດໍາເນີນການຢ່າງລະອຽດ, ແລະໃຫ້ກົມປູກຝັງກະກຽມວິຊາການທີ່ກ່ຽວຂ້ອງເພື່ອສົມທົບ ແລະອໍານວຍຄວາມສະດວກໃຫ້ແກ່ຝ່າຍຈີນ ເພື່ອເຮັດໃຫ້ວຽກງານການຮ່ວມມືໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ