ປາຖະກະຖາ ເນື່ອງໃນວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ

IMG_4754

              ເພື່ອປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ໂດຍສະເພາະແມ່ນການຄໍ້າປະກັນສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ ແລະປັບປຸງໂພຊະນາການ ຊື່ງຜ່ານມາ ເຮັດໃຫ້ວຽກງານດັ່ງກ່າວກາຍເປັນໜ້າທີ່ທົ່ວພັກທົ່ວລັດທົ່ວປວງຊົນຢ່າງແທ້ຈິງ. ໃນອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດປາຖະກະຖາ ເນື່ອງໃນວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຕໍ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ຢູ່ ຫ້ອງປະຊຸມຫໍ່ສະໝຸດແຫ່ງຊາດ ຫຼັກ 6 ໃຫ້ກຽດປາຖະກະຖາໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປາ່ໄມ້. ເຂົ້າຮ່ວມມີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ, ມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ ແລະຮອງກົມ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງທົ່ວກະຊວງເຂົ້າຮ່ວມ.

              ພິທີປາຖະກະຖາໃນຄັ້ງນີ້, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປາ່ໄມ້ ໄດ້ຍົກໃຫ້ເຫັນເຖິງຜົນງານຫຼາຍດ້ານຂອງວຽກງານກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ. ແລະວັນດັ່ງກ່າວ ແມ່ນມີຄວາມໝາຍຄວາມສໍາຄັນ ເພາະເປັນການປູກຈິດສໍານຶກ ແລະ ແນໃສ່ປຸກລະດົມຂະບວນການຮັກຊາດ ແລະພັດທະນາ, ຍົກສູງຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ກໍ່ຄືການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແກ້ໄຂ ແລະຟື້ນຟູຜົນກະທົບຈາກໄພພິບັດ ເພື່ອເຮັດໃຫ້ວຽກງານຄໍ້າປະກັນສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ, ການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ເປັນໜ້າທີ່ຂອງໝົດທຸກຄົນ, ເພື່ອພ້ອມກັນສູ້ຊົນລຶບລ້າງຄວາມທຸກຍາກ ແລະໄພອຶດຫິວ ຂອງໂລກໃຫ້ສໍາເລັດໂດຍພື້ນຖານໃນປີ 2030. ພ້ອມນີ້ ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກໍ່ໄດ້ເຜີຍແຜ່ ກ່ຽວກັບການຈັດຕັ້ງຜັນຂະຫຍາຍດໍາລັດ 348/ລບ, ແລະ ບົດແນະນໍາ ເລກທີ 0830/ກປ ວ່າດ້ວຍ ມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ.

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ