ບ້ານ ອາສົກໃຫຍ່ ມີນໍ້າພຽງພໍໃນການຜະລິດກະສິກໍາ

ໃນປີ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບທຶນສົມທົບຈາກລັດຖະບານລາວ ລວມທັງໝົດ 2 ຕື້ກວ່າກີບ ເພື່ອຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ 3 ເມືອງ ຂອງແຂວງ ສາລະວັນ ຄື: ເມືອງ ຕຸ້ມລານ, ຕະໂອ້ຍ ແລະ ເມືອງ ສະໝ້ວຍ. ຊຶ່ງເປັນເມືອງພູດອຍ ແລະ ນອນໃນແຜນພັດທະນາເມືອງທຸກຍາກ ຂອງແຂວງ ສາລະວັນ.

ສຳລັບເມືອງສະໝ້ວຍ ໄດ້ຮັບການສະໜັບສະໜູນ 3 ໂຄງການ ຄື: ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ ຢູ່ ບ້ານ ພີນເບ (ກຸ່ມ 2), ໂຄງການສ້ອມແປງໂຮງຮຽນປະຖົມ 3 ຫ້ອງ ຢູ່ບ້ານ ຕາລໍໃຕ້ (ກຸ່ມ 4), ໂຄງການກໍ່ສ້າງລະບົບຊົນລະ ປະທານ ຢູ່ບ້ານ ອາສົກໃຫຍ່ (ກຸ່ມ 3). ໂຄງການເຫຼົ່ານີ້ ແມ່ນມາຈາກຄວາມຕ້ອງການ ແລະ ຈຳເປັນຂອງຊຸມຊົນເອງ  ໂດຍອີງໃສ່ແຜນພັດທະນາເສດຖະກິດຂອງເມືອງ ແລະ ຈຸດສຸມຂອງແຂວງ ແລະ ສະໜອງທຶນຕາມງົບປະມານທີ່ມີຂອງ ທລຍ. ໂຄງການກໍ່ສ້າງຝາຍນໍ້າລົ້ນ ບ້ານ ອາສົກໃຫຍ່ (ກຸ່ມ 3) ທີ່ມີຂະໜາດການກໍ່ສ້າງ 10 x 17 ແມັດ, ວາງທໍ່ສົ່ງນໍ້າເຂົ້າເນື້ອທີ່ ທໍາການຜະລິດ ຍາວ 2.400 ແມັດ, ຂະໜາດຂອງທໍ່ແມ່ນ P 90 ມມ ແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນ ຊຶ່ງມີມູນຄ່າເກືອບ 400 ລ້ານກີບ. ໃນນັ້ນ, ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງ ຖິ່ນທີ່ຫາໄດ້ ຄິດເປັນມູນຄ່າ 20 ລ້ານກວ່າກີບ.

ບ້ານ ອາສົກໃຫຍ່ (ກຸ່ມ 3), ເມືອງ ສະໝ້ວຍ, ແຂວງສາລະວັນ ເປັນບ້ານຊົນເຜົ່າປະໂກະ, ມີພົນລະເມືອງທັງໝົດ 492 ຄົນ, ຍິງ 247ຄົນ,  ມີ 64 ຄອບຄົວ, 56 ຫລັງຄາເຮືອນ,  ອາຊີບຕົ້ນຕໍແມ່ນເຮັດໄຮ່, ເຮັດນາ, ປູກພືດຕ່າງໆ ແລະ ລ້ຽງສັດ. ເມື່ອກ່ອນປະຊາຊົນບ້ານອາສົກໃຫຍ່ (ກຸ່ມ 3) ເຮັດນາແຊງແບບປະຖົມປະຖານຕາມທໍາມະຊາດ, ປະຈຸບັນພາຍຫຼັງການກໍ່ສ້າງຝາຍນໍ້າລົ້ນສຳເລັດແລ້ວ ສາມາດຕອບສະໜອງນໍ້າໃຫ້ແກ່ການຜະລິດທັງນາແຊງ ແລະ ນາປີ ໄດ້ 14 ເຮັກຕາ. ນອກຈາກນັ້ນ, ປະຊາຊົນບ້ານດັ່ງກ່າວ ຍັງນໍາໃຊ້ນໍ້າຈາກຝາຍນໍ້າລົ້ນ ປູກພືດສຳຮອງ ຄື: ມັນຕົ້ນ,  ຢາງບົງ, ສາລີ, ເຂົ້າໄຮ່, ກ້ວຍ, ອ້ອຍ ແລະ ລ້ຽງສັດຕ່າງໆ ປະມານ 6 ເຮັກຕາ ເພື່ອບໍລິໂພກໃນຄອບຄົວ ແລະ ສົ່ງຂາຍພາຍໃນເມືອງ ແລະ ແລກປ່ຽນສີນຄ້າ ກັບປະຊາຊົນຄົນຫວຽດນາມ ທີ່ອາໃສຢູ່ລຽບຕາມຊາຍແດນ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ