ບົດຂ່າວອຸຕຸກະເສດປະຈຳອາທິດທີ່ 20-26 ທັນ​ວາ 2021

ຜົນການພະ​ຍາກອນສາມເດືອນຂ້າງໜ້າ (12/2021 ຫາ 2/2022) ຈາກລະ​ບົບອຸ​ຕຸ​ກະ​ເສດແຫ່ງ ສ​ປ​ປ​ ລາວ ໄດ້ຊີ້ໃຫ້ເຫັນວ່າ: ບັນດາແຂວງດ້ານຕາເວັນຕົກສຽງເໜືອ ແລະ ບາງແຂວງພາກກາງ (ບໍ່​ແກ້ວ, ຫຼວງນ້ຳທາ, ອຸ​ດົມໄຊ, ຫຼວງພະ​ບາງ, ໄຊ​ຍະ​ບູ​ລີ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ) ມີສະ​ພາບອຸນຫະ​ພູມສູງກວ່າ ເມື່ອທຽບໃສ່ເກນປົກກະ​ຕິ ແລະ 2 ແຂວງ ສະ​ຫວັນນະເຂດ ແລະ ແຂວງ ຈຳປາສັກ ແມ່ນມີຜົນຄາດຄະ​ເນອຸນຫະ​ພູມຕ່ຳກ່​ວາເມື່ອທຽບໃສ່ເກນປົກກະ​ຕິ, ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະ​ຕິ. ຜົນການຄາດຄະ​ເນ່​ຂອງ ນ້ຳຝົນແມ່ນຊີ້ໃຫ້ເຫັນວ່າ 3 ແຂວງພາກໃຕ້ ເຊັ່ນ: ແຂວງ ສາລະ​ວັນ, ເຊກອງ ແລະ ແຂວງ ອັດຕະ​ປື ມີຜົນຄາດ ຄະ​ເນ​ນ້ຳຝົນຫຼາຍກວ່າ ເມື່ອທຽບໃສ່ເກນປົກກະ​ຕິ, ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະ​ຕິ.

ຈາກຜົນການຊີ້ວັດຈາກດັດສະ​ນີຄວາມສ່ຽງອຸ​ຕຸ​ກະ​ເສດ ໃນເດືອນທັນ​ວາ 2021 ຊີ້ໃຫ້ເຫັນວ່າ: ແຂວງ ເຊກອງ ແມ່ນມີຄວາມສ່ຽງລະ​ດັບປານກາງ ແນະ​ນຳໃຫ້ປະ​ຊາຊົນເອົາໃຈໃສ່ເຝົ້າລະ​ວັງ ການລະ​ບາດຂອງ​ພະ​ຍາດ​ສັດ, ສ່ວນພະ​ຍາດພືດແມ່ນບໍ່ມີຄວາມສ່ຽງ, ສຳລັບຄວາມສ່ຽງຝົນຕົກໜັກ ຄື: ແຂວງ ຜົ້ງສາລີ ແລະ ແຂວງ ຫົວ​ພັນ ຄາດຄະ​ເນມີຄວາມສ່ຽງລະ​ດັບປານກາງ ດັ່ງໃຫ້ປະ​ຊາຊົນມີສະ​ຕິເຝົ້າລະ​ວັງຄວາມສ່ຽງຕໍ່ພືດແລະສັດ.

ຈາກຜົນການແຈ້ງເຕືອນຂອງກົມອຸ​ຕຸນິຍົມ ແລະ ອຸ​ທົກກະ​ສາດ ໄດ້ແນະ​ນຳວ່າ ໃນໄລ​ຍະຕົ້ນອາທິດວັນທີ່ 20 ຫາ 22 ທັນວາ 2021 ມວນອາກາດໜາວເຢັນຈາກປະ​ເທດຈີນມີກຳລັງແຮງແພ່ລົງມາປົກຄຸມຢູ່ທຸກພາກຂອງ ປະ​ເທດລາວ ສົມທົບກັບລົມມໍ​ລະ​ສຸມຕາເວັນອອກສຽງເໜືອພັດມາປົກຄຸມເປັນສ່ວນໃຫຍ່  ເຊິ່ງຈະ​ເຮັດ​ໃຫ້ອຸນຫະ​ພູມອາກາດໜາວເຢັນລົງ 2 ຫາ 4 ອົງສາ ພ້ອມມີໜອກປົກຫຸ້ມໃນຕອນກາງຄືນ ແລະ ຕອນເຊົ້າ ຢູ່ທົ່ວທຸກພາກ ຂອງ​ລາວ. ໂດຍສະ​ເພາະແມ່ນເຂດພູ​ດອຍ ບັນດາແຂວງພາກເໜືອ, ແຂວງໄຊ​ສົມບູນ ແລະ ພູ​ພຽງບໍ​ລະ​ເວນ ຈະ​ມີອາກາດໜາວເຢັນ ຫາ ໜາວຫຼາຍ.

ບົດພະ​ຍາກອນອຸຕຸກ​ເສດປະ​ຈຳອາທິດ​ທີ 52 ຂອງເມືອງ ປາກຊ່ອງ, ແຂວງ​ ຈຳ​ປາ​ສັກ ໄລ​ຍະ 20-26 ທັນ ວາ 2021 ແມ່ນໃຫ້ປະ​ຊາຊົນເອົາໃຈໄສ່ຕິດຕາມ ແລະ ນຳໃຊ້ມາດຕະ​ການອັນເໜາະສົມ ກ່ຽວກັບສະ​ພາບອາ ກາດໜາວ ເຢັນແກ່ສວນກາເຟ ພ້ອມດຽວກັນນັ້ນ ກໍ່ໃຫ້ເຝົ້າລະ​ວັງ ແລະ ນຳໃຊ້ມາດຕະ​ການອັນເໜາະສົມ ສຳລັບ ມອດເຈາະໜາກກາເຟ ທີ່ພະ​ຍາກອນຄວາມສ່ຽງໃນລະ​ດັບສູງ. ​ສ່ວນ​ແຂວງ ຜົ້ງ​ສາ​ລີ ແມ່ນບໍ່​ມີ​ຄວາມ​ສ່ຽງ ນອກ​ຈາກ​ຝົນ​ຕົກ​ໜັກ.

ຂໍ້ມູນເພີ້ມເຕີມ:

ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ຫຼັກຊາ:

www.lacsa.net

ລະບົບເອບປຼີເກເຊີນແອນດຼອຍ:   https://play.google.com/store/apps/details?id=com.fao.lacsa_app

ລະບົບເອບປຼີເກເຊີນ ແອບໂປ້:

https://apps.apple.com/sg/app/lacsa/id1573693442

ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່:

https://www.facebook.com/samisdmh.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ