ທ່ານ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ສ. ເກົາຫຼີ

IMG_2537     ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2015, ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ  ກິມ ໂຊວັອນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາລາວ.

    ການພົບປະຢ້ຽມຢາມໃນຄັ້ງນີ້, ຈຸດປະສົງເພື່ອ ປຶກສາຫາລືກ່ຽວກັບຂົງເຂດວຽກກງານການຮ່ວມມືຂອງ 2 ປະທດ ລະຫວ່າງ ສປປ.ລາວ ກັບ ສ.ເກົາຫຼີ ເວົ້າລວມ ເວົ້າສະເພາະແມ່ນ ການຮ່ວມມືໃນວຽກງານກະສິກຳ ແລະປ່າໄມ້ ໂດຍສະເພາະແມ່ນ ການປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງໂຄງການ ເຊມາ-ອຸດົງ ຊື່ງເປັນໂຄງການພັດທະນາພັດທະນາກະສິກຳ ຕາມບົດຮຽນທິດສະດີ ແລະພຶດຕິກຳ ທີ່ປະສົບຜົນສຳເລັດຂອງ ສ.ເກົາຫຼີໂດຍໂຄງການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດຢູ່ ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ ຂອງ ສປປ ລາວ ຊື່ງຄາດວ່າກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນໃນກາງດືອນທັນວາ ປີ 2015 ນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ພະນະທ່ານ ວັງ ກຽວອັນ ນາຍົກລັດຖະມົນຕີ ແຫ່ງ ສ.ເກົາຫຼີ. ສະນັ້ນ, ທ່ານຈຶ່ງໄດ້ຖືໂອກາດນີ້ ເຊື້ອເຊີນ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ