ທ່ານ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຕ້ອນຮັບແຂກທະຫານຫວຽດນາມ ເຂດ 2

IMG_1616IMG_1620

ໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ຮອງຫົວໜ້າ ກອງບັນຊາການທະຫານຫວຽດນາມ ເຂດ 2 ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກກະຊວງກະສິກຳ ແລະປ່າໄມ້.

ຈຸດປະສົງການເຂົ້າຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອສະແດງຄວາມຍິນດີຕໍ່ການຮັບຕໍາແໜ່ງໃໝ່ຂອງທ່ານ ດຣ. ເພັດ ພົມພີພັກລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ແລະເພື່ອພົບປະໂອ້ລົມກ່ຽວກັບໂຄງການກໍ່ສ້າງຊົນລະປະທານ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ ແລະໃນໂອກາດນີ້ ສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 40 ປີ ຂອງ ສປປ ລາວ. ໃນຕອນທ້າຍ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໄດ້ກ່າວຄວາມຊົມເຊີຍ ແລະຂອບໃຈຕໍ່ກັບສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ຮອງຫົວໜ້າ ກອງບັນຊາການທະຫານຫວຽດນາມ ເຂດ 2 ທີ່ເຂົ້າຢ້ຽມຢາມໃນຄັ້ງນີ້, ພ້ອມທັງໃຫ້ສືບຕໍ່ສາຍພົວພັນລະຫວ່າງ 2 ປະເທດອ້າຍນ້ອງ ແລະ ການຮ່ວມມືກັນເວົ້າລວມ, ເວົ້າສະເພາະແມ່ນດ້ານຂະແໜງກະສິກຳ ແລະປ່າໄມ້ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ