ທ່ານ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ຖະແຫຼງການວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປີ 2017

IMG_8149

           ເພື່ອເປັນການຊີ້ນໍາ-ນໍາພາ ແລະໃຫ້ທິດທາງ ໃນການແກ້ໄຂຄວາມທຸກຍາກ ຂອງປະເທດໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ໃນຕອນເຊົ້າຂອງວັນທີ 09 ຕຸລາ 2017 ນີ້, ຢູ່ຫ້ອງຮັບແຂກ ຫ້ອງການກະຊວງ ທ່ານ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຖະແຫຼງການວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2017. ໂດຍທ່ານ ໄດ້ຖະແຫຼງການໃຫ້ຮູ້ກ່ຽວກັບຫຼາຍບັນຫາ ທີ່ເປັນວຽກທີ່ສໍາຄັນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ສໍາລັບວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ທີ່ໄດ້ໝູນວຽນມາບັນຈຸຄົບຮອບອີກເທື່ອໜຶ່ງ ໃນປີ 2017 ນີ້, ຊື່ງພິທີສະເຫຼີມສະຫຼອງວັນທີ່ມີຄວາມໝາຍສຳຄັນດັ່ງກ່າວຢ່າງເປັນທາງການ ຈະໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2017 ທີ່ຈະມາເຖິງນີ້, ຢູ່ນະຄອນຫຼວງວຽງຈັນ. ຊື່ງວັນອາຫານໂລກແມ່ນຄົບຮອບ 37 ປີ ພາຍໃຕ້ຄໍາຂວັນ “ລົງທຶນໃສ່ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ພັດທະນາຊົນນະບົດ ເພື່ອແກ້ໄຂການຍ້າຍຖິ່ນຖານໃນອະນາຄົດ”, ວັນສາກົນ ເພື່ອລຶບລ້າງແມ່ນຄົບຮອບ 25 ປີ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄວາມທຸກຍາກ ຄົບຮອບ 14 ພາຍໃຕ້ຄໍາຂວັນ “ກ້າວໄປສູ່ ສັງຄົມ ສັນຕິສຸກ ແລະເພື່ອທຸກຄົນ”.

             ເນື່ອງໃນໂອກາດພິທີຖະແຫຼງການກ່ຽວກັບ ວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2017 ນີ້, ທ່ານ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ທັງເປັນຄະນະຮັບຜິດຊອບ ການຈັດງານທັງໝົດ ໄດ້ຮຽກຮ້ອງມາຍັງທົ່ວພັກທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ຕະຫຼອດຮອດອົງການຈັດຕັ້ງສາກົນຕ່າງໆ ຢູ່ໃນ ສປປ ລາວ ຈົ່ງພ້ອມກັນເປັນເຈົ້າການໃນການສະເຫຼີມສະຫຼອງ ວັນອາຫານໂລກ, ວັນສາກົນ ແລະວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປີນີ້ ໃຫ້ເປັນຂະບວນຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ, ມີເນື້ອໃນດ້ວຍການເຂົ້າຮ່ວມຜະລິດກະສິກໍາ ປູກຝັງ-ລ້ຽງສັດ ຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ເຮັດກະສິກໍາສະອາດຕາມທິດສີຂຽວຍືນຍົງ, ຊຸກຍູ້ການຜະລິດເປັນສິນຄ້າ ສ້າງລາຍຮັບແກ່ຄອບຄົວ ກໍ່ຄືການເຮັດວຽກຮ່ວມກັນ ເພື່ອໃຫ້ປະເທດລາວເຮົາ ສາມາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020. ພ້ອມນີ້, ຍັງເປັນການເປີດກວ້າງໃຫ້ທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພສະນາການໄດ້ຕະຫຼອດປີນໍາອີກ.

ຮຽບຮຽງຂ່າວໂດຍ: ສອນເພັດ ສຸລິພອນ 09 /10 /2017

ກວດແກ້ຂ່າວໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ