ທ່ານ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 40 ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO)

IMG_5506      thumbnail_IMG_5510

            ໃນລະຫວ່າງວັນທີ 3-8 ກໍລະກົດ 2017 ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 40 ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO). ຊື່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນທຸກໆສອງປີ ໂດຍມີບັນດາຄະນະລັດຖະມົນຕີກະ ຊວງກະສິກຳ ຫຼາຍກວ່າ 190 ກວ່າປະເທດ ໄດ້ມາເຕົ້າໂຮມກັນຢູ່ທີ່ສຳນັກງານໃຫຍ່ ຂອງອົງການ FAO ທີ່ນະຄອນ ຫຼວງໂຣມ, ປະເທດອີຕາລີ ເພື່ອປຶກສາຫາລື ກ່ຽວກັບ ສະພາບການຜະລິດສະບຽງອາຫານ ແລະ ການກະສິກຳ ເພື່ອຮັບປະກັນດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ມີຄວາມຍືນຍົງ, ທົບທວນຄືນບັນດາໜ້າວຽກທີ່ຜ່ານມາຂອງອົງການ FAO ໂດຍສະເພາະ ສະຫຼຸບການນໍາໃຊ້ງົບປະມານທີ່ຜ່ານມາ ແລະ ສະເໜີແຜນງົບປະມານປະຕິບັດວຽກງານ ຂອງແຕ່ລະຂົງເຂດພາກ​ພື້ນໃນຕໍ່ໜ້າ​ເຊັ່ນ: ອາຊີປາຊີຟິກ, ອາເມລິ ກາລາຕິນ, ເອີລົບ, ອາຟຼິກກາ, ພາກຕາເວັນອອກ ແລະ ພາກເໜືອຂອງອາເມລິກາ, ການປະຕິບັດວຽກງານຂອງແຕ່ລະຄະນະກຳມະທິການວິຊາການ​ເຊັ່ນ: ດ້ານກະສິກຳ, ການຄ້າ ກະສິກຳການປະມົງ, ປ່າໄມ ແລະການປະຕິບັດວຽກງານຂອງຄະນະກໍາມະການຄໍ້າປະກັນສະບຽງອາຫານໂລກ ແລະ ອື່ນໆ.

          ໃນໂອກາດເຂົ້າຮ່ວມກອງປະຊຸມສຳຄັນດັ່ງກ່າວນີ້, ທ່ານ ປອ. ລ​ຽນ ທີ​ແກ້ວ ລັດ​ຖະ​ມົນ​ຕີກະ​ຊວງ​ກະ​ສິ​ກຳ ແລະປ່າ​ໄມ້ ​ສາທາລະນະລັດ ​ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດລາຍງານການຈັດຕັ້ງປະຕິບັດວຽກງານຂອງຂະແໜງກະສິກໍາ ແລະປ່າໄມ້ ວ່າ: ສປປລາວ ໄດ້ກຳນົດ ຍຸດທະສາດ ພັດທະນາ ກະສິກຳ ຂອງ ສປປ ຮອດປີ 2025 ແລະ ວິໃສທັດ 2030, ຊຶ່ງກວມເອົາ 3 ເສົ້າຄໍ້າ ຄື: 1. ກະສິກໍາ 2. ປ່າ​ໄມ້ ແລະ 3. ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບລ້າງ ຄວາມທຸກຍາກ ພ້ອມດ້ວຍມີ 4 ແຜນງານຫຼັກ ​ເຊັ່ນ: 1) ແຜນງານຜະລິດ ສະບຽງອາຫານ ໃຫ້ມີຄວາມຫມັ້ນຄົງ ແລະ ຄົບໂພຊະນາການ; 2) ແຜນງານຜະລິດກະ​ສິ​ກຳເປັນສິນຄ້າ ທີ່ໄດ້ທັງປະລີມານ, ຄຸນນະພາບ ແລະ ສະອາດ; 3) ແຜນງານ ການຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແບບຍືນຍົງ, 4) ແຜນງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ. ພ້ອມດຽວກັນນີ້, ຍັງໄດ້ລາຍງານກ່ຽວກັບການກຳນົດ 10 ແຜນດຳເນີນງານ ແລະ ໂຄງການຈໍາ​ນວນໜຶ່ງ ທີ່ມີ ຄາດໝາຍສູ້ຊົນ, ຕົວຊີ້ວັດ ຈະແຈ້ງ ຊື່ງໄດ້ຖືກບັນຈຸເຂົ້າໃນ ແຜນພັດທະນາ ເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະໃນ​ການ​ສຳຫຼວດ​ລາຍ​ຈ່າຍ ແລະ ການ​ບໍ​ລິ​ໂພດ (LECS 6).ພ້ອມນັ້ນ, ກໍ່ເພື່ອເປັນການຕອບສະໜອງ ຕາມຄຳຮຽກຮ້ອງ ຂອງສະຫາຍເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ໃນ​ເດືອນ ມິຖຸນາ 2012 ທີ່ຜ່ານມາ, ທີ່ໄດ້ສະເໜີໃຫ້ ທຸກປະເທດຢູ່ໃນໂລກ ພ້ອມກັນຈັດຕັ້ງປະຕິບັດ ນະໂຍບາຍລຶບລ້າງຄວາມອຶດຫິວ. ໂດຍລັດຖະບານ  ແຫ່ງ ສາທາລະນະລັດ ​ປະຊາທິປະໄຕ ປະຊາຊົນລາວ ກໍ່ໄດ້ລິເລີ້ມ ຈັດຕັ້ງປະຕິບັດ ໂຄງການຄໍ້າປະກັນ ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ  ແລະໂຄງການອື່ນໆ ຊື່ງເລີ່ມແຕ່ເດືອນ ພຶດສະພາ 2015 ເປັນຕົ້ນມາ ໂດຍມອບ​ໃຫ້ ຄະນະກໍາມະການແຫ່ງຊາດ ເພື່ອການຄໍ້າປະກັນ ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ຄະນະກຳມະການ ແຫ່ງຊາດ ເພື່ອໂພຊະນາການ ເປັນ​ຜູ້​ຊິ້​ນຳ-ນໍາ​ພາ  ແລະ ໃຫ້ກະຊວງກະສີກຳ ແລະ ປ່າໄມ້ ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ ຮ່ວມ​ກັບ ບັນດາ ກະຊວງຂະ​ແໜງ​ການຕ່າງໆ ເປັນຕົ້ນແມ່ນການສະໜັບສະໜູນຈາກ 3 ອົງການ ຈັ້ດຕັ້ງສາກົນ ຄື: 1. ອົງການ ອາຫານ ແລະ ການກະເສດ (FAO), 2. ສະຖາບັນການເງິນ ເພື່ອການພັດທະນາກະສີກໍາ (IFAD) ແລະ ອົງການ ອາຫານ ໂລກ (WFP).

             ໂອກາດດຽວກັນນີ້, ທ່ານ ປອ. ລ​ຽນ ທີ​ແກ້ວ ລັດ​ຖະ​ມົນ​ຕີກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ລາວ ຕີລາຄາສູງ ຕໍ່ການສະໜັບສະໜູນ ຂ%E

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ