ທ່ານ ນາຍົກລັດຖະມົນຕີ ລົງຢ້ຽມຢາມໂຄງການເຊມາອຸນດົງ

IMG_0970 IMG_0985

ເພື່ອຊຸກຍູ້ສົ່ງເສີມຊາວກະສິກອນ ໃນການນໍາເອົາຄວາມຮູ້ດ້ານການພັດທະນາຊົນນະບົດ ແລະການເປັນຜູ້ນໍາທີ່ດີ ຕາມແບບແຊມວນອຸນດົງ ໄປພັດທະນາບ້ານ ແລະຊຸມຊົນເຂດຫ່າງໄກສອກຫຼີກ. ໃນຕອນເຊົ້າຂອງວັນທີ 20 ມີຖຸນາ ຜ່ານມາ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການພັດທະນາຊົນນະບົດ ແບບມີສ່ວນຮ່ວມຕາມແບບແຊມວນອຸນດົງ ຢູ່ທີ່ກົມສົງເສີ່ມກະສິກໍາ ແລະສະຫະກອນ, ກະຊວງກະສິກໍາ ແລະປ່າໄມ້ ໂດຍການຕ້ອນຮັບຂອງທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍຄະນະ.

IMG_0994

ທ່ານ ພູມີ ພູມະນີວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະສະຫະກອນ ໄດ້ລາຍງານໃຫ້ຮູ້ກ່ຽວກັບຄວາມເປັນມາຂອງໂຄງການວ່າ: ໂຄງການແຊມວນອຸນດົງ ແມ່ນໂຄງການໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ສາທາລະ ນະລັດ ເກົາຫຼີ ຊື່ງແມ່ນກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຄຸ້ມຄອງ, ສ່ວນການຈັດຕັ້ງປະຕິບັດຕົວຈິງແມ່ນກອງສົ່ງເສີມກະສິກໍາ ແລະສະຫະກອນ. ຊື່ງໂຄງການດັ່ງກ່າວນີ້ໃຊເວລາໃນການປະຕິບັດ 5 ປີ ເລີມແຕ່ປີ 2015-2019, ມູນຄ່າລວມຂອງໂຄງການ 14 ລ້ານກວ່າໂດລາສະຫະລັດ.ໂດຍເປົ້າໝາຍຫຼັກຂອງໂຄງການແມ່ນເພື່ອຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາຊົນນະບົດແບບຍືນຍົງ, ມາຮອດປະຈຸບັນຄວາມຄືບໜ້າໃນການກໍ່ສ້າງໂຄງການໄດ້ປະມານ 90% . ໂອກາດນີ້,  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາຂອງກະຊວງ ແລະ ພະນັກງານພາຍໃນສູນ ໂດຍສະເໜີໃຫ້ສືບຕໍ່ປະຕິບັດການກໍ່ສ້າງໂຄງ ການດັ່ງກ່າວໃຫ້ສໍາເລັດຕາມລະດັບຄາດໝາຍ ພ້ອມທັງສ້າງສູນດັ່ງກ່າວໃຫ້ເປັນບ່ອນຝຶກອົບຮົມວິຊາຊີບໃຫ້ແກ່ຊາວກະສິກອນຜູ້ທີ່ມີຄວາມສົນໃຈໃນການປູກ-ການລ້ຽງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຂຶ້ນເທື່ອລະກ້າວ. ພ້ອມນີ້ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ຢ້ຽມຢາມການກໍ່ສ້າງພາຍໃນສູນດັ່ງກ່າວນໍາອີກດ້ວຍ.

ຂຽນຂ່າວໂດຍ: ສອນເພັດ ສຸລິພອນ 20/06/2017

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ