ທ່ານ ຄຳບຸນນັດ ໄຊຍະນົນ ຢ້ຽມຢາມໂຄງການລຶບລ້າງຄວາມທຸກຍາກຂອງປະຊາຊົນ ບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ

IMG_7153

ໃນ​ວັນ​ທີ 22 ມີນາ 2018 ນີ້ ທ່ານ ຄໍາ​ບຸນ​ນັດ ​ໄຊ​ຍະ​ນົນ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ​ແ ລະ ປ່າ​ໄມ້ , ທ່ານຮອງ​ເຈົ້າ​ແຂວງໆສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ຄະນະ ​ໄດ້​ເດີນທາງ​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ​ ​ໂຄງການ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນບ້ານຄຳ​ປ່າ​ແໜ ​ແລະບ້ານປ່າ​ກ້ວຍ, ​ເມືອງ ຈຳພອນ, ​ແຂວງ ສະຫວັນ​ນະ​ເຂດ ​ໂດຍມີ ທ່ານ ​ເກ​ຍ ອູ໋ສິດທິ​ເດດ ​ເຈົ້າຂອງ​ໂຮງງານ​ນ້ຳດື່ມ ​ແລະ ນ້ຳກ້ອນ​ປາ​ໂລມາ​ຄຳ (ຜູ້​ຈັດຕັ້ງປະຕິບັດ​ໂຄງການ) , ອຳນາດ​ການ​ປົກຄອງ​ບ້ານ ​ແລະ ພໍ່​ແມ່ປະຊາຊົນ ​​ໃຫ້ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ​.

​ໂຄງການ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນບ້ານຄຳ​ປ່າ​ແໜ ​ແລະບ້ານປ່າ​ກ້ວຍ​ເລີ່​ມຈັດ​ຕັ້ງປະຕິບັດ​ໃນວັນ​ທີ 14 ມັງກອນ​ 2016 ​ໂດຍ​ການ​ເຊັນ​ບົດ​ບັນທຶກຮ່ວມກັນ​ລະຫວ່າງ ທ່ານ ​ເກ​ຍ ອູ໋ສິດທິ​ເດດ ກັບ​ອຳນາດ​ການ​ປົກຄອງ​ເມືອງ ຈຳ​ພອນ ​ໂດຍ​ການ​ເຂົ້າຮ່ວມຂອງ​ທ່ານ​ເຈົ້າ​ແຂວງໆສະຫວັນ​ນະ​ເຂດ ​ໄລຍະ​ເວລາ​ການຈັດ​ຕັ້ງປະຕິບັດ​ໂຄງການ​ແມ່ນ 1 ປີ, ​ໃນ​ເບື້ອງຕົ້ນ ທ່ານ ​ເກ​ຍ ອູ໋ສິດທິ​ເດດ ​ໄດ້​ນຳພາ​ປະຊາຊົນ​ປູກ​ຜັກ​ສວນ​ຄົວ, ​ເຈາະ​ນ້ຳບາ​ດານ, ສະໜອງ​ແນວ​ພັນ​ພືດ, ອຸປະກອນຮັບ​ໃຊ້​ການ​ຜະລິດ​ຈຳນວນໜຶ່ງ ​ແລະ ມີ​ຄອບຄົວ​ເຂົ້າຮ່ວມກິດຈະກຳ​ຂອງ​ໂຄງການ 27 ຄອບຄົວ.

IMG_7005IMG_6999

ມາຮອດປັດຈຸບັນ​ນີ້​ໄດ້​ບຸກ​ເບີກ​ເນື້ອທີ່​ນາ​ໄປ​ແລ້ວ 214 ​ເຮັກຕາ (111 ຄອບຄົວ), ​ເຈາະ​ນ້ຳບາ​ດານ, ຊື້​ແນວ​ພັນ​ພືດ (​ເຂົ້າ, ຜັກ, ໜໍ່ກ້ວຍ), ​ແນວ​ພັນ​ສັດ (​ເປັດ, ​ໄກ່, ​ແບ້, ໝູ, ປາ, ກົບ…), ​ເຄື່ອງ​ຢອດ​ເມັດ 8 ​ເຄື່ອງ, ລົດ​​ໄຖ​ນາ​ເດີນ​ຕາມ 7 ຄັນ, ຈັກ​ຟາດ​ເຂົ້າຂະໜາດນ້ອຍ 10 ​ເຄື່ອງ ​ແລະ ຂະໜາດ​ໃຫຍ່ 1 ​ເຄື່ອງ, ປຸກ​ສາງ​ເກັບ​ມ້ຽນ​ເຂົ້າ 1 ຫຼັງ, ຊື້​ໂຮງສີ​ເຂົ້າຂະໜາດນ້ອຍ 3 ​ເຄື່ອງ, ຕັ້ງກອງ​ທຶນ​ເຂົ້າ   ​ເປືອ​ກ​ໃຫ້​ປະຊາຊົນ​ຢືມ​ກິນ (ສຳລັບ​ຄອບຄົວ​ທີ່​ເຂົ້າບໍ່ກຸ້ມ​ກິນ), ສ້າງ​ສູນຮຽນຮູ້ການ​ປູກ-ການ​ລ້ຽງ, ສ້ອມ​ແປງ ​ແລະ ຕໍ່​ເຕີມ​ໂຮງຮຽນ 2 ຫຼັງ, ສ້າງ​ເຮືອນທີ່​ແໜ້ນໜາ​ໃຫ້​ປະຊາຊົນ. ນອກຈາກ​ນີ້, ຍັງ​ມີ​ກອງ​ທຶນ​ປະກັນ​ສຸຂະພາບ​ຂອງ​ບ້ານ, ​ໂຮງຮຽນອານຸບານ​ພ້ອມ​ໂຕະ​ຕັ່ງ 1 ຫຼັງ, ​ໂຮງໝໍພ້ອມ​ອຸປະກອນ​ການ​ແພດ ​ແລະ ລົດ​ອາ​ໂບລັງ 1 ຄັນ, ​ໂຮງຮຽນປະຖົມ​ຄຳ​ປ່າ​ແໜ 1 ຫຼັງ ​ແລະ ອື່ນໆ. ລວມ​ເປັນ​ມູນ​ຄ່າ​ທັງໝົດ 14 ຕື້ກວ່າ​ກີບ ​ແລະ ມີ​ຄອບຄົວ​ເຂົ້າຮ່ວມກິດຈະກຳ​ເພີ່ມ​ຂຶ້ນ​ເປັນ 77 ຄອບຄົວ. ທຶນ​ໃນ​ການຈັດຕັ້ງປະຕິບັດ​ໂຄງການ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນບ້ານຄຳ​ປ່າ​ແໜ ​ແລະບ້ານປ່າ​ກ້ວຍ​ເປັນ​ທຶນ​ສົມທົບ​ລະຫວ່າງລັດຖະບານ ກັບ​ທຶນ​ສ່ວນ​ຕົວ​ຂອງ ທ່ານ ​ເກ​ຍ ອູ໋ສິດທິ​ເດດ ​​ ​ແລະ ທຶນ​ສົມທົບ​ຈາກ​ໂຄງການ​ຕ່າງໆຈຳນວນໜຶ່ງ.

ຜ່ານ​ການຈັດຕັ້ງປະຕິບັດ​ໂຄງການ​ມາ ​ເຫັນ​ວ່າ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶນ​ເທື່ອ​ລະ​ກ້າວ ​ເຊິ່ງມັນສະ​ແດງ​ອອກ​ດັ່ງນີ້: ລະບົບ​ການ​ສຶກສາ​ດີ​ຂຶ້ນ, ມີ​ເນື້ອທີ່​ນາ ​ແລະ ​ເນື້ອທີ່​ທຳ​ການ​ຜະລິດ, ຮູ້ຈັກ​ການ​ປູກ​-ການ​ລ້ຽງ, ມີ​ເສັ້ນທາງ​ຄົມມະນາຄົມ​ທີ່​ສະດວກ​ສະບາຍ​ໃນ​ການ​ແລກປ່ຽນສິນຄ້າ​ລະຫວ່າງ​ບ້ານ​ຕໍ່ບ້ານ, ມີ​ເຂົ້າກຸ້ມ​ກິນ​ຕະຫຼອດປີ (​ຍັງ​ມີ​ບາງ​ຄອບຄົວ​ທີ່​ຍັງ​ຂາດ​ເຂີນ ​ແຕ່​ສາມາດ​ຢືມ​ຈາກ​ກອງ​ທຶນ​ເຂົ້າບ້ານ ​ແລະ ​ໃຫ້​ທົດ​​​ແທນຄືນ​ໃນ​ການ​ເກັບ​ຜົນ​ຜະລິດ​ປີຕໍ່​ໄປ) ​ແລະ ການ​ອອກ​ໄປ​ຂໍ​ກໍ່ຫຼຸດໜ້ອຍຖອຍ​ລົງ.

                                                                   ພາບ ​ແລະ ຂ່າວ​ໂດຍ: ​ພະ​ແນ​ກຂ່າວສານ ກປ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ