ທ່ານຮອງລັດຖະມົນຕີລົງຢ້ຽມຢາມພື້ນທີ່ການຈັດສັນພູມລຳເນົາໃຫ້ປະຊາຊົນ

IMG_6765

ການຍົກຍ້າຍຈັດສັນເມືອງກະລຶມເກົ່າມາຢູ່ເມືອງກະລຶມໃໝ່ ແມ່ນເປັນນະໂຍບາຍຂອງພັກ-ລັດຖະບານ ເພື່ອຈັດສັນທີ່ຢູ່ອາໃສທີ່ໝັ້ນຄົງໃຫ້ປະຊາຊົນ, ມີອາຊີບທີ່ໝັ້ນຄົງ, ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ໃນວັນທີ 19 ມີນາ 2018 ທ່ານ ຄຳບຸນນັດ ໄຊຍະນົນຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມພື້ນທີ່ຈັດສັນພູມລຳເນົາ ທີ່ເມືອງ ກະລຶມ, ແຂວງ ເຊກອງ ເຊິ່ງມີທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເຊກອງ, ທ່ານຮອງເຈົ້າເມືອງໆກະລຶມ ແລະ ພະນັກງານວິຊາການໄດ້ໃຫ້ການຕ້ອນຮັບ.

ທ່ານຮອງລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງກະລຶມ ກ່ຽວກັບວຽກງານການຍົກຍ້າຍຈັດສັນພູມ ລຳເນົາເມືອງກະລຶມເກົ່າມາຢູ່ເມືອງກະລຶມໃໝ່​ ເມືອງກະລຶມ​ເກົ່າໄດ້ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ການຂຸດຄົ້ນບໍ່ຖ່ານຫີນ, ບ້ານທີ່ຖືກຍົກຍ້າຍມີ 02 ບ້ານຄື: ບ້ານແກ້ງກຸຍ ແລະ ບ້ານ ແກ້ງກຽນ, ມີ 514 ຄອບຄົວ, ມີ 3.021 ຄົນ. ອາຊີບສ່ວນໃຫຍ່ຂອງປະຊາຊົນແມ່ນເຮັດໄຮ່, ເຮັດນາ ແລະ ລ້ຽງສັດ, ທົ່ວ​ເມືອງມີເນື້ອທີ່ຜະລິດກະສິກຳທັງໝົດ 2.900 ກວ່າເຮັກຕາ, ຄາດຄະເນໃນປີ 2019 ແມ່ນຈະຍົກຍ້າຍບ້ານປະຊາຊົນມາຕື່ມອີກ 02 ບ້ານຄື: ບ້ານ ວັກເໜືອ ແລະ ບ້ານ ວັກໃຕ້ ໃນພື້ນທີ່ສັນຈັນໃໝ່ ຈຳນວນ 18 ເຮັກຕາ. ​ໄລຍະ​ຜ່ານ​ມາ​ອໍານາດ​ການ​ປົກຄອງ​ແຂວງ, ​ເມືອງ, ບ້ານ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ໂດຍ​ສະ​ເພາະ​ພະ​ແນ​ກ ກະສິກໍາ ​ແລະ ປ່າ​ໄມ້​ແຂວງ, ຫ້ອງການ​ກະສິກໍາ ​ແລະ ປ່າ​ໄມ້​ເມືອງໄດ້ສົ່ງເສີມໃຫ້ປະຊົນມີອາຊີບທີ່ໝັ້ນຄົງດ້ວຍການເຮັດນາ (ບ່ອນທີ່ມີເງື່ອນໄຂ), ສົ່ງເສີມການລ້ຽງສັດ ​ແລະ ການປູກພືດສວນຄົວ, ພືດອຸດສາຫະ ກຳ. ນອກຈາກນັ້ນ, ຖ້າຝາຍນໍ້າລົ້ນສ້າງສຳເລັດ ຈະສົ່ງເສີມໃຫ້ປະຊາຊົນລ້ຽງປາໃນກະຊັງ​ເປັນ​ອາຊີບ​ເສີມ, ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ສາມາດຫຼຸດພົ້ນອອກຈາກບ້ານທຸກຍາກ ແລະ ຄອບຄົວທຸກຍາກ.

IMG_6720

IMG_6768IMG_6782

ໂອກາດນີ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາທີ່ສຳຄັນດັ່ງນີ້: ໃຫ້ຮັກສາພື້ນທີ່ນໍ້າ ເພື່ອເຮັດການຜະລິດກະສິກຳ ເພາະນໍ້າເປັນປັດໃຈໃນການຜະ ລິດ ແລະ ໃຫ້ສະຫງວນເນື້ອທີ່ນາບໍ່ໃຫ້ຫັນໄປເປັນພື້ນທີ່ທຳການຜະລິດອື່ນ; ໃຫ້ທາງພະແນກ ກປ ແຂວງ ແລະ ຫ້ອງການ ກປ ເມືອງ ສົ່ງພະນັກງານວິຊາການໄປແລກປ່ຽນບົດຮຽນກັບແຂວງອື່ນ ກ່ຽວກັບການປູກ ແລະ ການລ້ຽງ; ກ່ຽວກັບພືດອຸດສາຫະກຳໄມ້ໃຫ້ໝາກຕ່າງໆ ໃຫ້ເລືອກປູກພືດທີ່ເປັນສິນຄ້າ ແລະ ເໝາະສົມກັບພື້ນທີ່; ສ້າງຄອບຄົວຕົວແບບໃນການປູກ-ການລ້ຽງ ບ້ານໜຶ່ງໃຫ້ໄດ້ໜຶ່ງຕົວແບບ; ການຜະລິດເປັນສິນຄ້າໃຫ້ເບິ່ງທ່າແຮງທາງສິນຄ້າ ແລະ ທ່າແຮງສະບຽງ, ວຽກງານປ່າໄມ້ ເຂດເມືອງກະລຶມເປັນເຂດຮ້ອນຊຸ່ມຊື່ນບໍ່ປູກໄມ້ກໍ່ສາມາດເຮັດໃຫ້ປ່າກັບມາມີສີຂຽວຄືນ​ໄດ້ ນີ້ຄືການຟື້ນຟູປ່າໄມ້ແບບທຳມະຊາດ ​ແລະ​ໃຫ້​ເອົາ​ໃຈ​ໃສ່​ຮັກສາບໍ່​ໃຫ້​ໄຟ​ໄໝ້ລາມ​ປ່າ​ຕາມ​ຄໍາ​ສັ່ງ​ຂອງ​ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ເລກທີ 08/ກປ, ລົງ​ວັນ​ທີ 14 ມີນາ 2018.

ພາບ ​ແລະ ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ