ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເຄື່ອນໄຫວວຽກງານທີ່ແຂວງ ໄຊສົມບູນ

IMG_9798

        ໃນວັນທີ 27 ພຶດສະພາ 2019 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະ ມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານທີ່ແຂວງ ໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໆ ໄຊສົມບູນ.

     IMG_9809  IMG_9817

      ໃນທີ່ປະຊຸມ ທ່ານ ໂອໃດ ດວງວິໄຊ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄຊສົມບູນ ໄດ້ລາຍງານຫຍໍ້ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານການຜະລິດກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນໄລຍະຜ່ານມາເປັນຕົ້ນແມ່ນ ແຜນການຜະລິດສະບຽງອາຫານໃນທົ່ວແຂວງມີເນື້ອທີ່ປູກເຂົ້າທັງໝົດ 10 ພັນກວ່າເຮັກ ຕາ,​ ສະມັດຕະພາບ 3,2 ໂຕນ/ເຮັກຕາ, ຜົນຜະລິດ 33 ພັນກວ່າໂຕນ; ປະຊາຊົນຍັງໄດ້ປູກພືດຜັກເປັນຕົ້ນ ປູກສາລີແຂງ, ສາລີຫວານ, ສາລີເຂົ້າໜຽວ, ຢາງພາລາ ແລະ ຍັງໄດ້ປູກຜັກຊະນິດອື່ນໆຕື່ມອີກເພື່ອເປັນສິນຄ້າ. ນອກຈາກນີ້, ທົ່ວແຂວງຍັງມີສັດລ້ຽງປະເພດງົວ, ຄວາຍ, ແບ້, ແກະ, ໝູ ແລະ ສັດປີກ. ຄຽງຄູ່ກັນນີ້, ຍັງໄດ້ຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນທີ່ຖາວອນໃຫ້ປະຊາຊົນ ແລະ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະ ບົດໄດ້ທັງໝົດ 11 ຈຸດສຸມ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ທົ່ວແຂວງຍັງມີເມືອງທຸກຍາກ 2 ເມືອງ, ບ້ານທຸກຍາກ 12 ບ້ານ, ຄອບຄົວທຸກຍາກ 1.000 ກວ່າຄອບຄົວ, ມີບ້ານພັດທະນາ 15 ບ້ານ ແລະ ບ້ານພົ້ນທຸກມີ 17 ບ້ານ.

        ໃນໂອກາດທີ່ລົງເຄື່ອນໄຫວວຽກງານໃນຄັ້ງນີ້ ທ່ານຮອງລັດຖະມົນຕີກະຊວງກະສິ ກຳ ແລະ ປ່າໄມ້ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ຈັດຜັງບ້ານ (ຈັດສັນເຂົ້າແຜນພື້ນຖານໂຄງລ່າງ), ຈັດບູລິມະສິດແຜນຜັງເມືອງພັດທະນາໃນອານາຄົດ (ດິນປຸກສ້າງ, ດິນພັດທະນາ), ເອົາກະສິກຳເປັນໃຈກາງໃນການຂຽນແຜນພັດທະນາກະສິກຳ ແລະ ແຜນພັດທະນາຊົນນະບົດ (ລົງເລິກການປູກຝັງ ແລະ ລ້ຽງ ສັດ), ແຍກການລົງທຶນຂອງລັດ ແລະ ຜູ້ປະກອບການເປັນອັນລະອຽດ.

                                                        ໂດຍ: ເຂັມມະໄລ ສົນດາວັນ.

                                                        ກວດແກ້: ເຂັມພອນ ທິພົມມະຈັນ.

 

 

 

 

 

 

 

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ