ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງພື້ນທີ່ຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ

8IMG_0750

         ເພື່ອ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ປະຊາຊົນ​ໃຫ້​ມີ​ອາຊີບ​ທີ່ໝັ້ນຄົງ, ມີ​ເຂົ້າກຸ້ມ​ກິນ​ຕະຫຼອດປີ ​ແລະ ມີ​ລາຍ​ຮັບ​ເຂົ້າຄອບຄົວ​ເພີ່ມ​ຂຶ້ນ ສາມາດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ຫຼຸດພົ້ນອອກ​ຈາກ​ຄອບຄົວທຸກ​ຍາກ. ​ໃນ​ລະຫວ່າງ​ວັນ​ທີ 9-10 ສິງຫາ 2017 ນີ້ ທ່ານ ຄຳບຸນ​ນັດ ​ໄຊ​ຍະ​ນົນ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ພ້ອມ​ດ້ວຍ​ຄະນະ ​ໄດ້ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ ​ແລະ ຊຸກຍູ້​ການ​ຜລິດຢູ່ ບ້ານ ຄຳ​ປ່າ​ແໜ ​ແລະ ບ້ານປ່າ​ກ້ວຍ, ​ເມືອງ ຈຳ​ພອນ, ​ແຂວງ ສະຫວັນ​ນະ​ເຂດ.     ທ່ານ ດວງ​ຈັນ ວຽງວິ​ໄລ ຫົວໜ້າຫ້ອງ​ວ່າການ​ປົກຄອງ​ເມືອງ ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ບ້ານ ຄຳ​ປ່າ​ແໜ ​ແລະ ບ້ານ ປ່າກ້ວຍ ຂຶ້ນກັບ​ກຸ່ມ 14 (ກຸ່ມ​ກະຫຼາງ), ປະກອບ​ມີ 220 ຫຼັງຄາ​ເຮືອນ, ມີ 244 ຄອບຄົວ, ມີ​ພົນລະ​ເມືອງ​ທັງໝົດ 1.518 ຄົນ, ຍິງ 738 ຄົນ, ທັງ​ສອງ​ບ້ານ​ມີ​ຄອບຄົວ​ທຸກ​ຍາກ ຈຳນວນ 27 ຄອບຄົວ. ​ໃນ​ເບື້ອງຕົ້ນທາງ​ອົງການ​ປົກຄອງ​ເມືອງໄດ້​ບຸກ​ເບີກ​ເນື້ອທີ່​ນາ​ ຈຳນວນ 11,96 ​ເຮັກຕາ. ​ໃນ​ທ້າຍ​ປີ 2015 ທ່ານ ​ເກ​ຍ ອູ໋ສິດທິ​ເດດ ຜູ້ອຳ​ນວນ​ການ​ບໍລິສັດ​ນ້ຳດື່ມ ​ແລະ ນ້ຳກ້ອນ​ປາ​ໂລມາ​ຄຳ  ​ໄດ້​ເຊັນ​ບົດ​ບັນທຶກ​ກັບ​ອຳນາດ​ການ​ປົກຄອງ​ເມືອງ ຈຳ ພ​ອນ ​ເພື່ອ​ເຂົ້າມາ​ຊ່ວຍ​ເຫຼືອປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ກໍ່ຄື​ຄອບຄົວ​ທຸກ​ຍາກຈຳນວນ 27 ຄອບຄົວ. ​ຕົ້ນປີ 2016 ທາງ​ບໍລິສັດ ​ແລະ ອຳນາດ​ການ​ປົກຄອງ​ເມືອງ​ໄດ້​ນຳພາ​ປະຊາຊົນ​ເຮັດ​ສວນ​ຜັກ ຈຳນວນ 108 ຕອນ ສາມາດ​ເກັບ​ຜົນ​ຜະລິດ​ສົ່ງ​ຂາຍ ສ້າງ​ລາຍ​ໄດ້ບໍ່ຕໍ່າ​ກວ່າ 1.000.000 ກີບ/ຄັ້ງ (ປີນຶ່ງ​ເກັບ​ຂາຍ 2 ຄັ້ງ), ບຸກ​ເບີກ​ເນື້ອທີ່​ນາ 52,4 ​ເຮັກ​ຕາ, ​ເຈາະ​ນ້ຳບາ​ດານ 72 ບໍ່, ບຸກ​ເບີກ​ເນື້ອທີ່​ນາ​ເພີ່ມ 110 ​ເຮັກ​ຕາ (ສະມັດ​ຕະພາບ​​ໄດ້ 1.200 ກິ​ໂລ/​ເຮັກຕາ), ປຸກ​ສາງ​ເກັບ​ມ້ຽ​ເຂົ້າ 1 ຫຼັງ, ​ໂຮງສີ​ເຂົ້າ 2 ​ເຄື່ອງ, ຊື້ໝູ 65 ​ໂຕ, ​ແບ້ 84 ​ໂຕ, ສັດ​ປີກ 374 ​ໂຕ ​(ໃຫ້​ຄອບຄົວ​ເປົ້າໝາຍລ້ຽງ). ​ໃນຕົ້ນປີ 2017 ນີ້ ​ໄດ້​ເຮັດ​ຝາຍ​ເກັບ​ນ້ຳຂະໜາດນ້ອຍ 2 ​ແຫ່ງ, ສ້າງໜອງລ້ຽງປາ​ໄດ້ 21 ໜອງ ​ແລະ ​ໃນ​ປັດຈຸບັນຈຳນວນ​ຄອບຄົວ​ທີ່​ເຂົ້າຮ່ວມ​ໂຄງ ການ​ເພີ່ມ​ຂຶ້ນ​ເປັນ 77 ຄອບຄົວ​.

IMG_0723IMG_0727

          ​ໃນ​ໂອກາດ​ດຽວກັນ​ນີ້ ທ່ານຮອງ​ລັດຖະມົນຕີ​ ໄດ້​ເນັ້ນໜັກ​ໃຫ້ອົງການ​ຈັດຕັ້ງບ້ານ ​ແລະ ພໍ່​ແມ່​ປະຊາຊົນ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນສືບຕໍ່ທຳ​ການ​ຜະລິດ​ກະສິກຳ​ເຊັ່ນ: ການ​ປູກຝັງ ​ແລະ ລ້ຽງສັດ ​ເຮັດ​ໃຫ້​ຜົນ​ຜະລິດ​ເພີ່ມ​ຂຶ້ນ ​ເພື່ອ​ຄ້ຳປະກັນ​ທາງດ້ນ​ສະບຽງອາຫານ ​ແລະ ສູ້​ຊົນ​ສ້າງ​ເສດຖະກິດ​ຂອງ​ບ້ານ​ກໍ່ຄື​ຂອງ​ປະຊາຊົນ​ໃຫ້​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ ສາມາດຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ. ຈາກ​ນັ້ນທ່ານ​ຮອງ​ລັດຖະມົນຕີ​ໄດ້​ມອບ​ເງິນ ຈຳນວນ 10.000.000 ກີບ ​ໃຫ້​ແກ່​ອຳນາດການ​ປົກຄອງ​ບ້ານ ​ແລະ ມອບ​ເຄື່ອງ​ອຸປະ​ໂພ​ກ, ບໍລິ​ໂພ​ກຈຳນວນໜຶ່ງ​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ​ໃນ​ເຂດ​ດັ່ງກ່າວ​ນຳ​ອີກ​ດ້ວຍ.

                                                                             ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

                                                                             ກວດ​ແກ້: ​ເຂັມ​ພອນ ທິພົມມະຈັນ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ